ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ລ​ະ​ເບີດ​ລົດ​ 2 ຄັນ ​ໄດ້​ສັງຫານ ຢ່າງ​ໜ້ອຍ​ 5 ຄົນ ຢູ່ອີຣັກ


ແຜນທີ່ອີຣັກ
ແຜນທີ່ອີຣັກ
ບັນດາ​ເຈົ້າ​ໜ້າທີ່ອີຣັກກ່າວ​ວ່າ ລ​ະ​ເບີດ​ລົດ​ສອງ​ຄັນ ​ໄດ້​ສັງຫານ
​ຢ່າງ​ໜ້ອຍ​ຫ້າ​ຄົນ ​ແລະເຮັດ​ໃຫ້​ມີ​ຜູ້ໄດ້​ຮັບ​ບາດ​ເຈັບ​ອີກ​ຫລາຍ
ສິບ​ຄົນ ຢູ່​ທີ່​ຕະຫລາດ​ຂາຍ​ສັດແຫ່ງນຶ່ງ​ທີ່​ພາກ​ໃຕ້ຂອງ​ປະ​ເທດ.

ຕໍາຫລວດ​ກ່າວ​ວ່າ ການ​ໂຈມ​ຕີ​ໄດ້​ເກີດ​ຂື້ນ​ໃນ​ຕອນ​ເຊົ້າ​ວັນ​ສຸກ​ມື້​ນີ້​ທີ່ ​ແຂວງ Diwaniyah ​ປະມານ 130 ກິໂລ​ແມັດ ຫ່າງ​ຈາກກຸງ Baghdad ​ໄປ​ທາງ​ທິດ​ໃຕ້.

ຍັງ​ບໍ່​ມີ​ກຸ່ມ​ໃດ​ທວງເອົາ​ຄວາມ​ຮັບຜິດຊອບ​ໃນ​ການ​ໂຈມ​ຕີ ຢູ່​ໃນ​ເຂດ​ທີ່​ມີ​ຊາວ Shi’’ite ຢູ່​ຢ່າງ​ຫລວງຫລາຍດັ່ງກ່າວ​ນີ້​ເທື່ອ. ຫວ່າງ​ມໍ່ໆ​ມາ​ນີ້ ພວກ​ຫົວ​ຮຸນ​ແຮງ Sunni ​ໄດ້​ທຳ​ການ​ໂຈມຕີ​ເປັນ​ລຳດັບ​ມາ​ ແນເປົ້າ​ໝາຍ​ໃສ່ຊາວ Shi’’ite ຢູ່​ທົ່ວ​ປະ​ເທດ.

​ໃນ​ວັນ​ພະຫັດວານ​ນີ້ ຄື້ນ​ຟອ​ງການວາງ​ລະ​ເບີດຢູ່​ຄຸ້ມຊາວ Shi’’ite ​ໃນ​ນະຄອນຫຼວງ​ Bagh dad ​ໄດ້​ສັງຫານ​ຢ່າງ​ໜ້ອຍ 22 ຄົນ ​ແລະ​ເຮັດໃຫ້ມີຜູ້ໄດ້​ຮັບ​ບາດ​ເຈັບ​ອີກ​ຫລາຍ​ສິບ​ຄົນ.

ກ່ຽວຂ້ອງກັນ

XS
SM
MD
LG