ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໑໗ ເມສາ ໒໐໒໔

14 ຄົນເສຍຊີວິດ ໃນເຫດວາງລະ​ເບີດ​ ຢູ່ໃຈກາງ​ນະຄອນຫຼວງ ຂອງຊີ​ເຣຍ (ສະໄລດ໌)


ຊາວຊີເຣຍ ໄດ້ປະເມີນລາຄາຂອງການເສຍຫາຍໃນຮ້ານຄ້າທີ່
ຖືກລະເບີດເຕກໃສ່
ຊາວຊີເຣຍ ໄດ້ປະເມີນລາຄາຂອງການເສຍຫາຍໃນຮ້ານຄ້າທີ່ ຖືກລະເບີດເຕກໃສ່
ລະ​ເບີດ 2 ລູກ​ໄດ້​ແຕກຂຶ້ນ ​ໃກ້​ໆກັບ​ສະຖານີ​ຕໍາຫຼວດ​ແຫ່ງ​ນຶ່ງ ​
ໃນໃຈກາງ​ນະຄອນຫລວງຂອງຊິ​ເຣຍ ໂດຍ​ໄດ້​ສັງ​ຫານຢ່າ​ງນ້ອຍ
14 ຄົນ.

​ເຫດລະ​ເບີດ ທີ່ເກີດ​ຂຶ້ນ​ໃນ​ເຊົ້າ​ມື​ດ​ໃນ​ວັນ​ອັງຄານ​ມື້​ນີ້ ແມ່ນຢູ່
ບໍລິ​ເວນ​ຈະຕຸ​ລັດ Al-Marjeh ​ໃນນະຄອນຫຼວງ Damascus.

​ໂທລະພາບ​ລັດ​ໄດ້​ຖິ້ມ​ໂທດ​ໃສ່ ພວກ​ “ກໍ່​ການ​ຮ້າຍ” ສະລະ​ຊີບ​
ວ່າ ​ເປັນ​ຜູ້​ວາງລະ​ເບີດແລະ​ກ່າວ​ວ່າ ​ມີ 31 ຄົນ​ໄດ້​ຮັບ​ບາດ​ເຈັບ.
ລັດຖະບານ​ຊີ​ເຣຍ ​ໃຊ້​ຄໍາ​ວ່າ “ພວກ​ກໍ່​ການ​ຮ້າຍ” ອ້າງ​ເຖິງ​
ກຸ່ມ​ຕໍ່ຕ້ານ ​ທີ່ທໍາ​ການຕໍ່ສູ້​ເພື່ອ​ຈະ​ໂຄ່ນ​ລົ້ມ​ປະທານາທິບໍດີ Bashar al-Assad ນັ້ນ.

ກຸ່ມສັງເກດ​ການສິດທິມະນຸດຊີ​ເຣຍ ທີ່​ມີ​ສໍານັກງານ​ຢູ່ໃນ​ອັງກິດ ​ໃຫ້​ຕົວ​ເລກ​ກ່ຽວ​ກັບຜູ້
ເສຍ​ຊີວິດວ່າ ມີ 15 ຄົນ​. ຫຼາຍໆ​ຄົນ​ໃນ​ນັ້ນ​ແມ່ນເປັນ​ພວ​ກຕໍາຫຼວດ.

ກຸ່ມ​ດັ່ງກ່າວເວົ້າ​ອີກວ່າ ເຫດລະ​ເບີດ​ບັ້ນ​ນຶ່ງແ​ມ່ນ​ເປັນການວາງລະ​ເບີດຂ້າ​ຕົວ​ຕາຍ ຢູ່​ໃນ​
ສະຖານີ​ຕໍາຫຼວດ ​ແລະ​ອີກ​ລະ​ເບີດ​ລູກ​ນຶ່ງ ​ໄດ້​ແຕກ​ຢູ່​ຂ້າງ​ນອກ​ຕຶກ​.

​ເຂດ Marjeh​ ແມ່ນ​ເປັນ​ເຂດທີ່​ຖືກ​ໂຈມ​ຕີ​ດ້ວຍລະ​ເບີດຫຼາຍໆ​ບັ້ນ ນັບ​ຕັ້ງ​ແຕ່ມີການ​ຂັດ​ແຍ້​ງ​
ກັນ​ ໃນ​ຊີ​ເຣຍ ທີ່​ເລີ່​ມຈາກ​ການ​ປະ​ທ້ວງ​ຢ່າງ​ສັນຕິ​ ​ໃນ​ເດືອນມີນາ 2011. ການວາງ ລະ​ເບີດ
ບັ້ນ​ນຶ່ງຢູ່​ໃນ​ເຂດ​ນັ້ນ ​ເມື່ອ​ເດືອນ​ເມສາ​ຜ່ານ​ມາ ​ໄດ້​ສັງຫານຢ່າງ​ນ້ອຍ 13 ຄົນ ​ແລະ​ບາດ​ເຈັບ
ອີກ 70 ຄົນ.

XS
SM
MD
LG