ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

22 ຄົນ ​ເສຍ​ຊີວິດ ​ໃນການປະທະກັນ ຢູ່ພາກ​ໃຕ້ ​ຟິລິບ​ປີນ ​


ຢ່າງ​ໜ້ອຍ 22 ຄົນ​ໄດ້​ເສຍ​ຊີວິດ ທີ່​ຟິລິບ​ປີນ ​ໃນການ​ປະ​ທະ​ກັນ ​ລະຫວ່າງ​ກຸ່ມກະບົດມຸສລິ​ມ ​ແລະ​ພວກ​ຫົວ​ຮຸນ​ແຮງ ແລະກຸ່ມ​ກໍ່​ການ​ຮ້າຍ​​ອາ​​​ໄຄ​ດາ
ຢ່າງ​ໜ້ອຍ 22 ຄົນ​ໄດ້​ເສຍ​ຊີວິດ ທີ່​ຟິລິບ​ປີນ ​ໃນການ​ປະ​ທະ​ກັນ ​ລະຫວ່າງ​ກຸ່ມກະບົດມຸສລິ​ມ ​ແລະ​ພວກ​ຫົວ​ຮຸນ​ແຮງ ແລະກຸ່ມ​ກໍ່​ການ​ຮ້າຍ​​ອາ​​​ໄຄ​ດາ
ຢ່າງ​ໜ້ອຍ 22 ຄົນ​ໄດ້​ເສຍ​ຊີວິດ ທີ່​ພາກ​ໃຕ້​ຂອງຟິລິບ​ປີນ ​ໃນ
​ການ​ປະ​ທະ​ກັນ ​ລະຫວ່າງ​ກຸ່ມກະບົດມຸສລິ​ມ ​ແລະ​ພວກ​ຫົວ​
ຮຸນ​ແຮງທີ່ເປັນ​ເຄືອ​ຂ່າຍກຸ່ມ​ກໍ່​ການ​ຮ້າຍອາ​ໄຄ​ດາທີ່​ກໍາລັງຈັບ
ນັກ​ຂ່າວຈໍ​ແດນຄົນ​ນຶ່ງໄວ້ເ​ປັນ ​ໂຕ​ປະກັນ​ນັ້ນ.

​ເຈົ້າ​ໜ້າ​ທີ່​ຕໍາຫລວດ ​ກ່າວໃນ​ວັນ​ຈັນ​ວານ​ນີ້​ວ່າ ກຸ່ມແນວ​ໂຮມ
ປົດ​ປ່ອຍ​ແຫ່ງ​ຊາດ​ໂມ​ໂຣ ຫລື MNLF ​ໄດ້​ທໍາ​ການ​ໂຈມຕີ​ຄ້າຍ​ຢູ່​ໃນ​ປ່າຕຶບຂອງ ກຸ່ມ Abu Sayyaf ທີ່​ຕັ້ງ​ຢູ່​ໃນ​ເກາະ Jolo. ​ເຂົາ​ເຈົ້າ​ກ່າວ​ວ່າ ພວກ ຫົວຮຸນ​ແຮງ Abu Sayyat 14 ຄົນ​ໄດ້​ຖືກ​ສັງຫານພ້ອມ​ດ້ວຍ​ພວກ ກະບົດ ​MNLF ອີກ 8 ຄົນ.

ພວກ​ກະບົດ MNLF ມີ​ຂໍ້​ຕົກລົງ​ປົກຄອງ​ຕົນ​ເອງ​ກັບລັດຖະບານ. ກຸ່ມ​ດັ່ງກ່າວ​ເວົ້າວ່າ ຕົນ​ພະຍາຍາມ​ຈະ​ບຸກ​ເຂົ້າ​ໄປ​ປ່ອຍນັກ​ຂ່າວຊາວ​ຈໍແດນ ​ເພື່ອ​ຊ່ວຍ​ເຈົ້າ​ໜ້າ​ທີ່​ທໍາ​ການກວດ​ລ້າງ ຊື່​ສຽງທີ່​ບໍ່​ດີ​ຂອງ​ແຂວງ Sulu ບ່ອນ​ທີ່​ກຸ່ມ Abu Sayyaf ​ໄດ້ປະຕິບັດ​ງານວາງ​ລະ​ເບີດ ລັກພາ​ໂຕ ​ແລະ​ຕັດ​ຄໍຜູ້​ຄົນ ​ເປັນ​ລຳດັບ​ມາ.

ທ່ານ Baker Atyani ນັກ​ຂ່າວຈໍ​ແດນ ທີ່​ສັງກັດ​ຕາໜ່າງ​ໂທລະພາບ Al Arabia ​ມີ​ລາຍ​ງານ​ວ່າ​ຍັງ​ຢູ່ພາຍ​ໃຕ້​ກໍາມື​ຂອງກຸ່ມ Abu Sayyaf.​

ທ່ານ​ ​ໄດ້​ຖືກ​ລັກພາ​ໂຕ​ໃນ​ເດືອນ​ມິ​ຖຸນາປີ​ກາຍ​ນີ້ ​ພ້ອມ​ດ້ວຍ​ພະນັກງານ ທີ່​ເປັນ​ຊາວຟິລິບ​ປີນ​ອີ​ກສອງ​ຄົນ. ຊາວ​ຟິລິບ​ປີນທັງສອງ​ໄດ້​ຖືກ​ປ່ອຍ​ໂຕໃນວັນ​ເສົາ​ແລ້ວ​ນີ້ ຫລັງ​ຈາກ​ມີ​ລາຍ​ງານວ່າ ​ໄດ້​ຈ່າຍ​ເງິນ​ຄ່າ​ໄຖ່​ທີ່​ບໍ່​ຊາບ​ເຖິງ​ຈໍານວນ​ໃຫ້​ແກ່​ກຸ່ມ​ດັ່ງກ່າວ.

ກຸ່ມ Abu Sayyat ມັກ​ຈະ​ລັກພາ​ໂຕ​ຊາວ​ຕ່າງ​ດ້າວ ຢູ່​ໃນ​ຂົງ​ເຂດ ເພື່ອ​ຮຽກ​ຄ່າ​ໄຖ່​. ກຸ່ມ​ດັ່ງກ່າວນີ້​ຍັງ​ຄິດກັນ​ວ່າ ​ເປັນ​ຜູ້​ຈັບ​ໂຕຊາວ​ອອສ​ເຕ​ເລຍຄົນນຶ່ງ ​ພວກຊອກ​ຫາ​ເບິ່ງ​ນົກຊາວຢູ​ໂຣບສອງ​ຄົນ ​ແລະ​ຊາວ​ຍີ່​ປຸ່ນອີກນຶ່ງ​ຄົນ.
XS
SM
MD
LG