ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

29 ຄົນເສຍຊີວິດ ຈາກເຫດລະເບີດ ຫຼາຍຄັ້ງ ໃນ ໄນຈີເຣຍ


ແຜນທີ່ ເມືອງ ກອັມເບ ປະເທດ ໄນຈີເຣຍ.
ແຜນທີ່ ເມືອງ ກອັມເບ ປະເທດ ໄນຈີເຣຍ.

ປະ​ຊາ​ຊົນ​ເກືອ​ບ 30 ຄົນ​ຖືກ​ຂ້າ​ຕາຍ ​ແລະ ຫຼາຍ​ກວ່າ 10 ຄົນ​ໄດ້​ຮັບ​ບາດ​ເຈັບ ຈາກ​ການລະ​ເບີດ​ຫຼາຍ​ຄັ້ງ​ ທີ່ຄິວລົດ​ເມ 2 ​ແຫ່ງ ​ໃນ​ເມືອງ Gombe ທາງພາກເໜືອຂ​ອງປະ​ເທດ ​ໄນ​ຈີ​ເຣຍ ​ໃນ​ຕອນແລງ​ຂອງ​ວັນ​ພຸດ​ວານ​ນີ້.

ບໍ່​ມີ​ກຸ່ມໃດ​ອອກ​ມາສະ​ແດງ​ຄວາມ​ຮັບ​ຜິດ​ຊອບ​ໂດຍ​ທັນ​ທີ​ສຳລັບ​ການລະ​ເບີດ​ດັ່ງກ່າວ, ​ແຕ່​ມັນສະແດງໃຫ້ເຫັນວ່າ ເປັນການ ກະທຳຂອງ​ພວກ ​ໂບ​ໂກ ຮາຣາມ, ​ເຊິ່ງຜ່ານ​ມາ​ເຄີ​ຍ​ແນ​ເປົ້າ​ໝາຍໂຈມ​ຕີ ຄິວ​ລົດ​ເມ​ທີ່​ແອ​ອັດ​, ຕະຫຼາດ ​ແລະ ວັດ​ອິສລາມ ​ແລະ ​ໂບດຫຼາຍ​ແຫ່ງ ​ໃນລະ​ຫວ່າງ​ກາ​ນກໍ່​ການ​ຮ້າຍ​ນອງ​ເລືອດ​ເປັນ​ເວລາ 6 ປີ.

ມີ​ຢ່າງ​ໜ້ອຍ 50 ຄົນ​ໄດ້ຖືກ​ຂ້າ​ຕາຍ​ໃນ​ການວາງລະ​ເບີດ​ 2 ຄັ້ງ​ທີ່​ຕະ ຫຼາດ​ແຫ່ງ​ໜຶ່ງ​ໃນ​ເມືອງ​ດຽວ​ກັນ ​ເມື່ອ​ວັນ​ສຸກ​ທີ່​ຜ່ານ​ມາ.

ພວກ ​ໂບ​ໂກ ຮາ​ຣາມ ​ໄດ້​ເພີ່​ມທະວີ​ຄວາມ​ຖີ່ ​ແລະ ຄວາມ​ເຂັ້ມຂຸ້ນໃນ​ການ​ໂຈມ​ຕີ​ຂອງ​ຕົນ ​ຕັ້ງ​ແຕ່​ປະທານາທິບໍດີ ​ໄນ​ຈີ​ເຣຍ ທ່ານ Muhammadu Buhari ​ໄດ້​ຖືກ​ເລືອກ​ຕັ້ງ​ເປັນ​ປະທານາທິບໍດີ​ໃນເດືອນ ພຶ​ດສະ​ພາ ບໍ່​ດົນ​ມາ​ນີ້.

​ໃນ​ວັນ​ອັງຄານ​ທີ່​ຜ່ານ​ມາ, ທ່ານ Buhari ​ໄດ້​ກ່າວ​ຕໍ່ ວີ​ໂອ​ເອ ​ໃນ​ການ​ສຳພາດ ເຊິ່ງກຳລັງ​ທະຫານ​ປະສົມສະ​ເພາະ​ກິດ​ໃນ​ພາກ​ພື້ນ​ ເພື່ອ​ຕໍ່ສູ້້ ກັບ​ກຸ່ມ​ພວກຫົວ​ຮຸນ​ແຮງ ​ໂບ​ໂກ ຮາຣາມ ຈະ​ເປັນທີ່ພຽບພ້ອມ ​ແລະ ສາມາດປະຕິບັດ​ໄດ້ພາຍໃນ​ທ້າຍ​ເດືອນ​ນີ້.

ທ່ານ Buhari ​ໄດ້​ກ່າວ​ວ່າ ​ໄນ​ຈີ​ເຣຍຈະ​ເປັນຜູ້ນຳ​ພາ ກຳລັງດັ່ງກ່າວ, ​ແລະ ກອງ​ທະຫານ ຈາກ​ປະ​ເທດ​ໃກ້​ຄຽງ​ຂອງ ໄນຈີ​ເຣຍ ຫຼາຍ​ປະ​ເທດ ຈະ​ຖືກ​ສົ່ງໄປ​ປະຕິບັດ​ການ ​ຕໍ່ສູ້​ກັບ​ພວກ​ຫົວ​ຮຸນ​ແຮງ ລວມມີ​ປະ​ເທດ Chad, Niger, Nigeria, ສາທາລະນະ​ລັດ Benin ​ແລະ Camaroon.

Nigeria violence
please wait
Embed

No media source currently available

0:00 0:01:25 0:00

XS
SM
MD
LG