ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໑໗ ເມສາ ໒໐໒໔

ມືປືນ ສັງຫານ 20 ຄົນ ໃນພາກຕາເວັນຕົກສຽງໃຕ້ ຂອງ ປາກິສຖານ


ແຜນທີ່ແຂວງ Baluchistan ຂອງປາກິສຖານ
ແຜນທີ່ແຂວງ Baluchistan ຂອງປາກິສຖານ

ມືປືນໄດ້ບຸກເຂົ້າໄປໃນຄ້າຍກຳມະກອນແຫ່ງນຶ່ງ ໃນພາກຕາ
ເວັນຕົກສຽງໃຕ້ປາກິສຖານ ໃນວັນເສົາມື້ນີ້ ໂດຍໄດ້ສັງຫານ
ຢ່າງໜ້ອຍ 20 ຄົນ ແລະໄດ້ຮັບບາດເຈັບອີກ 3 ຄົນ.

ເຈົ້າໜ້າທີ່ກ່າວວ່າ ການໂຈມຕີໃນຕອນເຊົ້າມືດດັ່ງກ່າວ ມີຂຶ້ນ
ຢູ່ເຂດເມືອງ Turbat ໃນແຂວງ Baluchistan. ພວກເຄາະ
ຮ້າຍເຫລົ່ານີ້ແມ່ນກຳລັງເຮັດວຽກໃນການກໍ່ສ້າງຂົວແຫ່ງນຶ່ງ.

ມີການສົງໄສວ່າ ພວກຊົນເຜົ່າ Baloch ຫົວຮຸນແຮງ ເປັນຜູ້ທຳການໂຈມຕີ ທີ່ນອງເລືອດ ໃນຄັ້ງນີ້.

ພວກເຂົາໄດ້ທຳການກໍ່ກະບົດໃນລະດັບຕ່ຳມາໄດ້ຫຼາຍທົດສະວັດແລ້ວໂດຍອ້າງວ່າ ທຳ ການຕໍ່ສູ້ເພື່ອຮຽກຮ້ອງເອົາສິດທິເພີ້ມຂຶ້ນໃນເລື້ອງຊັບພະຍາກອນທຳມະຊາດຢູ່ໃນແຂວງ ດັ່ງກ່າວ ແລະເມື່ອໄວໆມານີ້ໄດ້ເພີ້ມການໂຈມຕີຕໍ່ພວກຊົນເຜົ່າອື່ນໆ ຫລືພວກທີ່ມາຈາກ ເຂດອື່ນໆຂອງປາກິສຖານ ທີ່ຖືກວ່າຈ້າງມາເຮັດວຽກໃນດ້ານການພັດທະນາຢູ່ໃນແຂວງ Baluchistan.

Gunmen stormed a camp for laborers in southwestern Pakistan Saturday, killing at least 20 people and wounding three others.

Authorities say the pre-dawn assault took place in remote Turbat district of Baluchistan province. The victims were working on an under-construction bridge.

Ethnic Baloch militants are suspected to have carried out the bloodshed. They have been waging a low-level insurgency for decades claiming to be fighting for more rights on natural resources in their province and have lately stepped up attacks on people employed from other ethnicities and parts of Pakistan for developmental work in Baluchistan.

XS
SM
MD
LG