ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

33 ຄົນເສຍຊີວິດ ໃນເຫດເຮືອຂ້າມຟາກ ມຽນມາ ຫຼົ້ມຈົມນ້ຳ


ແຜນທີ່ປະເທດມຽນມາ
ແຜນທີ່ປະເທດມຽນມາ

ເຮືອ​ຂ້າມ​ຟາກ​ລຳ​ນຶ່ງ ທີ່​ນຳ​ສົ່ງ​ຜູ້​ໂດຍສານ​ ຫຼາຍກວ່າ 200 ຄົນ ​
ໄດ້​ເກີດ​ອຸບັດ​ເຫດຫຼົ້ມຈົມ​ລົງ ຢູ່​ນອກ​ຝັ່ງ​ທາງ​ພາກຕາ​ເວັນ​ຕົກ​
ຂອງ​ມຽນມາ ​ເຮັດ​ໃຫ້​ຢ່າງ​ນ້ອຍ 33 ຄົນ​ເສຍ​ຊີວິດ ​ແລະຢ່າງ​ນ້ອຍ
​ອີກຫຼາຍສິບ​ຄົນ​ຍັງ​ຫາຍ​ສາບ​ສູນ​ຢູ່.

​ເຮືອ​ຂ້າມ​ຟາກ​ຊື່ວ່າ Aung Takon ​ໄດ້​ຫຼົ້ມຈົມ​ລົງ ເມື່ອຕອນ​ເດິກ
​ວັນ​ສຸກ​ຜ່ານ​ມາ ຫຼັງຈາກ​ທີ່​ໄດ້​ປະ​ເຊີນ​ກັບ​ຄືນ​ທະ​ເລທີ່​ສູງ ​ໃນ​ການ
​ເດີນ​ທາງ​ຈາກ​ເມືອງ Kyaukphy ​ໄປ​ຍັງ​ເມືອງ Sittwe ​ໃນ​ລັດ
Rakhine ທາງກ້ຳ​ຕາ​ເວັນ​ຕົກຂອງ​ປະ​ເທດ.

ພາບຂອງເຮືອຂ້າມຟາກລຳນຶ່ງ ທີ່ກຳລັງຂົນສົ່ງບັນດາຜູ້ໂດຍສານ ຂ້າມແມ່ນ້ຳ Yangon ໃນນະຄອນຢ້າງກຸ້ງ ປະເທດມຽນມາ, ວັນທີ 13 ພຶດສະພາ 2013.
ພາບຂອງເຮືອຂ້າມຟາກລຳນຶ່ງ ທີ່ກຳລັງຂົນສົ່ງບັນດາຜູ້ໂດຍສານ ຂ້າມແມ່ນ້ຳ Yangon ໃນນະຄອນຢ້າງກຸ້ງ ປະເທດມຽນມາ, ວັນທີ 13 ພຶດສະພາ 2013.

ບັນດາ​ເຈົ້າໜ້າ​ທີ່​ກ່າວ​ວ່າ 167 ຄົນ ​ໄດ້​ຖືກ​ຊ່ວຍ​ຊີວິດ​ໄວ້​ໄດ້ ​ແຕ່​
ສ່ວນ​ທີ່​ເຫຼືອນັ້ນ ​ເຊື່ອ​ກັນ​ວ່າ​ ໄດ້​ຈົມ​ນ້ຳ​ເສຍ​ຊີວິດ​ແລ້ວ. ​ເຖິງ​ຢ່າງ​
ໃດ​ກໍ​ຕາມ ບັນດາ​ພົນລະ​ເມືອງ​ໃນ​ທ້ອງ​ຖິ່ນ ກ່າວ​ວ່າ ອາດ​ມີ​ຫລາຍ
​ກ່ວາ​ນັ້ນ ​ທີ່ເສຍຊີວິດຍ້ອນ​ວ່າ ພວກ​ເຂົາ​ເຈົ້າ​ເຊື່ອ​ວ່າ ພວກ​ຜູ້​ໂດຍ
ສານ​ຫຼາຍຄົນ ​ແມ່ນ​ບໍ່​ມີ​ຊື່​ໃນລາຍຊື່ຜູ້​ໂດຍສານ ​ແລະ ​ເຮືອ​ລຳ
​ດັ່ງ​ກ່າວ​ໄດ້ບັນຈຸ​ຜູ້​ຄົນເກີນ​ກຳ​ນົດ.

ອຸບັດ​ເຫດ​ທາງ​ທະ​ເລ ແມ່ນ​ເກີດ​ຂຶ້ນ​ເປັນ​ປົກກະຕິ ຢູ່​ໃນເຂດ​ເອ​ເຊຍ
​ຕາ​ເວັນ​ອອກ​ສຽງໃຕ້ບ່ອນ​ທີ່ຫຼາຍໆ​ຄົນ​ກາງ​ຕໍ່ ການ​ສັນຈອນ​ທາງ​ເຮືອ​ ທີ່​ເກົ່າ​ແກ່ ​ແລະ ​ແອ​ອັດ.

XS
SM
MD
LG