ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

28 ຄົນ ເສຍຊີວິດ ໃນການໂຈມຕີ ບ່ອນໂຄສະນາ ຫາສຽງ ຢູ່ອີຣັກ (ວີດີໂອ)


ເຫດລະເບີດຈາກການໂຈມຕີດ້ວຍລົດລະເບີດ ຢູ່ບ່ອນໂຄສະນາຫາສຽງຂອງຊາວຊີໄອທ໌ ໃນນະຄອນຫຼວງແບັກແດດ (25 ເມສາ 2014)
ເຫດລະເບີດຈາກການໂຈມຕີດ້ວຍລົດລະເບີດ ຢູ່ບ່ອນໂຄສະນາຫາສຽງຂອງຊາວຊີໄອທ໌ ໃນນະຄອນຫຼວງແບັກແດດ (25 ເມສາ 2014)
ເຈົ້າໜ້າທີ່ອີຣັກກ່າວວ່າ ມີຢ່າງໜ້ອຍ 28 ຄົນເສຍຊີວິດ ແລະ
ຫຼາຍສິບຄົນໄດ້ຮັບບາດເຈັບ ໃນການໂຈມຕີດ້ວຍລະເບີດທີ່
ມີມາເປັນລຳດັບຕໍ່ການໂຮມຊຸມນຸມ ຂອງອົງການຈັດຕັ້ງທາງ
ການເມືອງຊາວຊີໄອທ໌ ພຽງບໍ່ເທົ່າໃດມື້ ກ່ອນການເລືອກຕັ້ງ ສະພາແຫ່ງຊາດຂອງອີຣັກ.

ເຫດລະເບີດໃນມື້ວັນສຸກວານນີ້ເກີດຂຶ້ນໃນຂະນະທີ່ພວກສະ
ໜັບສະໜຸນ ກຸ່ມ Asaib Ahl al-Haq ປະມານ 10,000 ຄົນ ໂຮມຊຸມນຸມກັນຢູ່ສະໜາມກິລາແຫ່ງນຶ່ງໃນພາກຕາເວັນອອກ ຂອງນະຄອນແບັກແດດ.
Iraqi Elections Coming Amid Surge of Violence
please wait

No media source currently available

0:00 0:02:49 0:00

ກຸ່ມລັດອິສລາມໃນອີຣັກແລະ Levant ທີ່ແຍກໂຕອອກຈາກກຸ່ມກໍ່ການຮ້າຍອາລກາ
ອີດາ ໄດ້ອ້າງເອົາຄວາມຮັບຜິດຊອບໃນການໂຈມຕີຄັ້ງນີ້. ຢູ່ໃນຖະແຫຼງການສະບັບ
ນຶ່ງ ທີ່ພິມເຜີຍ ທາງເວັບໄຊທ໌ຂອງຕົນນັ້ນ ກຸ່ມດັ່ງກ່າວ ເວົ້າວ່າ ຕົນໄດ້ທຳການໂຈມຕີ ເພື່ອເປັນການແກ້ແຄ້ນ ຕໍ່ການສັງຫານຊາວຊຸນນີ່ ໂດຍພວກທະຫານບ້ານຊີໄອທ໌.

ຄວາມເຊື່ອຖືໄດ້ກ່ຽວກັບການອ້າງເອົາຄວາມຮັບ ຜິດຊອບດັ່ງກ່າວ ຍັງບໍ່ສາມາດໄດ້ ຮັບການຢືນຢັນເທື່ອ.

ຢ່າງໜ້ອຍເຫດລະເບີດ 3 ຄັ້ງ ຮວມທັງລະເບີດລົດແລະການໂຈມຕີສະຫຼະຊີບແມ່ນມີ ຂຶ້ນໃນລະຫວ່າງການໂຮມຊຸມນຸມມື້ວານນີ້ ຊຶ່ງຈັດຂຶ້ນເພື່ອເປັນການນຳສະເໜີບັນດາ ຜູ້ສະໝັກ ຂອງກຸ່ມ Asaib Ahl al-Haq ສຳລັບການເລືອກຕັ້ງ ໃນວັນທີ 30 ເມສານີ້.
IRAQ VIOLENCE VO
please wait
Embed

No media source currently available

0:00 0:00:44 0:00
XS
SM
MD
LG