ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຮູບເງົາ ເລື້ອງ 12 ປີ ຂອງການເປັນຂ້າທາດ ໄດ້ຮັບລາງວັນ ຍອດຍ້ຽມ (ວີດີໂອ/ສະໄລດ໌)


ບັນດາ ດາຣາຮູບເງົາ ກຳລັງມ່ວນຊຶ່ນ ຖ່າຍຮູບຮ່ວມກັນ
ບັນດາ ດາຣາຮູບເງົາ ກຳລັງມ່ວນຊຶ່ນ ຖ່າຍຮູບຮ່ວມກັນ
ຄືນວັນ​ອາທິດ ວານ​ນີ້ ທີ່​ນະຄອນ Los Angeles ບັນ​ດາ ດາລາ
ຮູບ​ເງົາຮອລ​ລີ​ວູດໄດ້ພາກັນ​ອອກ​ມາປະກອບສ່ວນໃນ​ງານມອບ​
ລາງວັນຕຸກກະ​ຕາ​ຄໍາ ຫລືອອສກ້າ ປະ​ຈໍາປີ​ທີ 86 ປີ​ ຊຶ່ງ​ເປັນ​ຄ່ຳ​
ຄືນ ​ທີ່​ສະງ່າ​ຜ່າ​ເຜີຍ ມີ​ກຽດ​ທີ່​ສຸດ ຂອງ​ວົງ​ການ​ອຸດສາຫະກໍາ​ຮູບ
​ເງົາສະຫະລັດ ​ໂດຍ​ການ​ເປັນ​ພິທີກອນຂອງ ດາລາ​ໂທລະພາບ
ນາງ Ellen Gegeneres ​ເຈົ້າ​ຂອງ​ລາຍການ talk show ທີ່​ໃສ່
​ຊື່​ຂອງ​ນາງ.

ຮູບ​ເງົາ​ປະ​ເພດ​ລະຄອນ​ຊີວິດຫຼື drama ອິງ​ປະຫວັດສາດ​ເລື້ອງ
12 ປີ ຂອງ​ການ​ເປັນຂ້າ​ທາດ​ ​ໄດ້​ຮັບ​ລາງວັນ ຮູບ​ເງົາຍອດຍ້ຽມ
ດີ​ເດ່​ນ​ແຫ່ງ​ປີຊຶ່ງ​ເປັນ​ຮູບ​ເງົາ​ທີ່​ອິງ​ໃສ່ຊີວິດຈິງກ່ຽວກັບ​ຊາວອາ​ເມ
ຣິກັນຜິວ​ດໍາ ທີ່​ເປັນ​ອິດ​ສະລະຄົນ​ນຶ່ງ​ ຊຶ່ງ​ຖືກ​ຈັບ​ໄປ​ເປັນ​ຂ້າ​ທາດ
​ຢູ່ໃນສັດຕະ​ວັດ​ທີ 19 ​ແລະ ​ໃນ​ທີ່​ສຸດ​ກໍ​ໄດ້​ຖືກ​ປ່ອຍ​ໂຕ.

ທ່ານ Steve McQueen ຜູ້​ກໍາ ກັບ​ການສະ​ແດງຮູບ​ເງົາ​ເລື້ອງ​ນີ້ ​ໄດ້​ອຸທິດລາງ​ວັນນີ້ ​ໃຫ້​ແກ່
“ທຸກ​ຄົນ​ທີ່​ໄດ້ຜ່ານ​ຜ່າ​ຊີວິດການ​ເປັນ​ຂ້າ​ທາດ ​ແລະກໍາ ລັງ​ໄດ້​ຮັບຄວາມ​ທໍລະມານ​ຈາກ​ການ
ເປັນ​ຂ້າ​ທາດ ຢູ່​ໃນ​ປັດຈຸບັນນີ້.”

ທ່ານ McQueen ໄດ້​ຖືກ​ສະ​ເໜີ​ຊື່​ຍາດ​ເອົາ​ລາ​ງວັນ ຜູ້​ກໍາກັບ​ການສະ​ແດງ​ຍອດ​ຍ້ຽມ ​ແຕ່​ບໍ່​
ໄດ້​ໄຊຊະນະນັ້ນ ​ແຕ່​ກໍຍັງ​ໄດ້​ສ້າງປະວັດ​ສາດ​ເພາະ​ຮູບ​ເງົາ​ເລື້ອງ 12 ປີ ຂອງ​ການ​ເປັນ​ຂ້າ​
ທາດ​
ແມ່ນ​ເປັນ​ຮູບ​ເງົາ​ເລື້ອງ​ທໍາ​ ອິດ​ທີ່​ກໍາ ກັບ​ໂດຍ​ຄົນ​ຜິວ​ດໍາທີ່​ໄດ້​ຮັບ​ລາງວັນອອສກ້າສໍາ
ລັບ​ຮູບ​ເງົາ​ຍອດ​ຍ້ຽມ​ແຫ່ງ​ປີ.

oscar
please wait
Embed

No media source currently available

0:00 0:00:56 0:00


ຜູ້​ທີ່​ໄດ້ຮັບ​ລາງວັນ ຜູ້​ກໍາ ກັບ​ການສະແດງຍອດ​ຍ້ຽມ ກໍ​ໄດ້​ສ້າງ​ປະວັດສາດ​ເຊັ່ນ​ກັນ. ນັກ​ສ້າງ
​ຮູບ​ເງົາຊາວ​ເມັກ​ຊິ​ໂກ ທ່ານ Alfonso Cuaron ທີ່ໄດ້​ຮັບ​ລາງ​ວັນດັ່ງກ່າວ ຍ້ອນ​ຜົນງານ​ການ
​ກໍາກັບຮູບ​ເງົາ​ເລື້ອງ Gravity ​ແມ່ນ​ເປັນຄົນ ​ລາ​ຕິນຄົນ​ທໍາ​ອິດ ທີ່​ໄດ້​ຮັບ​ລາງວັນ​ນີ້.

ດາລາ​ຊາຍ Matthew McConaughey ​ໄດ້​ນໍາ​ເອົາຕຸກກະຕາ​ຄໍາ​ ກັບ​ບ້ານ ໃນ​ຖານະ​ນັກ
ສະແດງດີ​ເດັ່ນ ​ຍ້ອນ​ບົດບາດ​ການສະ​ແດງຂອງ​ລາວ​ໃນ​ເລື້ອງ Dallas Buyers Club.

MaConaughey ​ຕ້ອງ​ໄດ້​ລຸດ​ນໍ້າ ໜັກລົງ​ຮອດ 50 ປອນ​ດ໌ ຫລື​ປະມານ 25 ກິໂລ ​ເພື່ອສະ
​ແດງ​ບົດບາດ ​ເປັນ Ron Woodroof ກະ​ເທີ​ຍຄ​າວບ​ອຍ​ເທັກ​ຊັສ ທີ່​ຕິດ​ໂຣກ​ເອດ​ສ໌​ແລະ​ໃນ
​ທີ່​ສຸດ​ກໍ​ຫັນ​ໄປ​ຊ່ວຍ​ເຫລືອ ພວກ​ກະ​ເທີຍ ທີ່​ເປັນ​ໂຣກ​ເອດ​ສ໌ນໍາ​ກັນ.



ຕຸກກະ​ຕາ​ຄໍາ ສໍາ ລັບ​ນັກສະ​ແດງ​ຜູ້ຍິງ​ດີ​ເດັ່ນ ​ຕົກ​ເປັນ​ຂອງ​ດາລາ​ສາວ Cate Blanchett
ຍ້ອນ​ບົດບາດ​ ການສະ​ແດງ​ເປັນສາວ​ສັງຄົມ​ຊັ້ນ​ສູງ ​ທີ່​ຕົກ​ຕໍ່າ ​ແລະ​ໄດ້​ຮັບ​ຄວາມ​ອັບອາຍ
​ຂາຍໜ້າໃນ​ຮູ​ບເງົາ​ເລື້​ອງ Blue Jasmine ທີ່​ກໍາກັບ​ການສະ​ແດງ ​ໂດຍ​ Wooday Allen​.

ດາຣາ ທີ່​ສ້າງ​ຄວາມຕື່ນ​ຕົກໃຈໃຫ້ແກ່ຜູ້​ເຂົ້າ​ຊົມ ​ໄດ້​ມອບ​ໃຫ້​ດາຣາຄົນ​ໃໝ່ ນາງ Lupita
Nyong’o ດ້ວຍ​ການ​ຢືນ​ຂື້ນ​ຕົບມື​ຢ່າງ​ສະໜັ່ນ​ຫວັ່ນ​ໄຫວ ​ເວລາ​ນາງ​ໄດ້​ໄຊຊະນະ​ລາງວັນ
​ເປັນ​ຮອງນັກສະ​ແດງ ​ໃນ​ບົດບາດ​ຂອງ​ນາງ ເລື້ອງ 12 ປີ ຂອງ​ການ​ເປັນ​ຂ້າ​ທາດ​ຄົນ​ນຶ່ງ.

ຮູ​ບເງົາຂອງ ອີ່​ຕາ​ລີ ​ເລື້ອງ The Great Beauty ​ໄດ້​ຊະນະ​ລາງວັນ ຕຸກກະ​ຕາ​ຄໍາ ຂອງ​ຮູ​ບ
ເງົາຕ່າງ​ປະ​ເທດ. ​ຢູ່ໃນ​ການຮັບ​ລາງວັນຂອງທ່ານ ທີ່​ເນັ້ນ​ໜັກໃສ່ ​ສະພາບ​ການຊີວິດ​ແລະ
ຄວາມ​ເປື່ອຍ​ເຍື່ອຍ​ຂອງ​ກຸງ​ໂຮມ ຜູ້​ຄວບ​ຄຸມ​ການສະ​ແດງທ່ານ Paolo Sorentino ​ໄດ້​ກ່າວ
​ຂອບ​ໃຈ ວິລະ​ບູຣຸດຂອງ​ທ່ານ ຮ່ວມ​ທັງ ທ່ານ Ferico Fellini, Martin Scorsese ແລະດາ
ລາ​ບານ​ເຕະ ທ່ານ Diego Madona.

XS
SM
MD
LG