ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

12 ຄົນ ເສຍຊີວິດ ໃນເຫດ ລະເບີດແຕກ ຢູ່ປາກິສຖານ (ສະໄລດ໌/ວີດີໂອ)


ເຈົ້າໜ້າທີ່ກໍາລັງຊອກເກັບກໍາເອົາຫລັກຖານ ໃນເຫດລະເບີດ ຢູ່ປາກິສຖານ
ເຈົ້າໜ້າທີ່ກໍາລັງຊອກເກັບກໍາເອົາຫລັກຖານ ໃນເຫດລະເບີດ ຢູ່ປາກິສຖານ
ບັນດາ​ເຈົ້າ​ໜ້າທີ່ ໃນ​ພາກ​ຕາ​ເວັນ​ຕົກ​ສຽງ​ໃຕ້ປາ​ກິ​ສຖານ ກ່າວ​
ວ່າ ລະ​ເບີດ​ໄດ້​ແຕກ​ໃສ່​ລົດຄັນ​ນຶ່ງ ທີ່​ໃຊ້​ໂດຍ​ເຈົ້າ​ໜ້າ​ທີ່​ຮັກ​ສາ​
ຄວາມ​ປອດ​ໄພແລະໄດ້ສັງຫານ​ຢ່າງ​ໜ້ອຍ 12 ຄົນໃນ​ນັ້ນ​ເປັນ
ເຈົ້າ​ໜ້າທີ່​ຮັກສາ​ຄວາມ​ປອດ​ໄພ 11 ຄົນ ແລະ​ພົນລະ​ເຮືອນ 1
ຄົນ. ​ຍັງ​ມີອີກ 20 ກວ່າຄົນ​ ໄດ້​ຮັບ​ບາດ​ເຈັບ​ ຈາກ​ການ​ໂຈມຕີ
ຄັ້ງນີ້.

ພວກ​ເຈົ້າ​ໜ້າ​ທີ່​ຕໍາ​ຫລວດ​ກ່າວ​ວ່າ ​ລົດ​ລະ​ເບີດ​ທີ່​ຄວບ​ຄຸມ​ດ້ວຍ
​ເຄື່ອງ​ບັງຄັບ​ຈາກ ​ໄລຍະ​ໄກ ທີ່​ແນ​ເປົ້າໝາຍ​ໃສ່​ລົດ​ບັນທຸກກຳ
ລັງ​ພິ​ເສດ​ຂອງ​ຕຳຫຼວດ ​ໄດ້​ແຕກ​ຂຶ້ນ ທີ່​ເມືອງ Quetta ​ໃນ​ວັນ
​ພະຫັດ​ວານ​ນີ້. ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ລົດລະ​ເບີດດັ່ງກ່າວ ບັນຈຸ
ດິນ​ລະ​ເບີດ​ປະມານ 100 ກິ​ໂລ.



​ເມືອງ Quetta ​ເປັນ​ເມືອງ​ຫລວງ​ຂອງ​ແຂວງ Baluchistan ຊຶ່ງເປັນ​ສູນ​ກາງ ​ໃນ​ການ​ກໍ່​ກະບົດ​ ​ທີ່​ບໍ່​ຮຸນ​ແຮງ​ປານ​ໃດ ມາ​ເປັນ​ເວລາ​ຫລາຍປີ​ແລ້ວ.

ສ່ວນຢູ່ແຫ່ງ​ອຶ່ນ​ໆ ໃນ​ວັນ​ພະຫັດ​ມື້​ນີ້ ພວກ​ຫົວ​ຮຸນ​ແຮງ​ໄດ້​ໂຈມ​ຕີ​ດ່ານ​ກວດ​ແຫ່ງ ນຶ່ງ​ ​ໃນພາກ​ຕາ​ເວັນ​ຕົກ​ສຽງ​ເໜືອ​ຂອງປາ​ກິ​ສຖານ ແລະ​ໄດ້ສັງຫານທະຫານ 4 ຄົນ.

ບັນດາ​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ພວກ​ຫົວ​ຮຸນ​ແຮງຢ່າງ​ໜ້ອຍ 12 ຄົນ​ ໄດ້​ຖືກຂ້າ​ຕາຍ ໃນ​ການ​ໂຈມ​ຕີ ຊຶ່ງ​ມີ​ຂຶ້ນ​ໃກ້​ໆກັບ​ຊາຍ​ແດນ​ຂອງອັຟກາ​ນິສຖານນັ້ນ.

pakistan
please wait
Embed

No media source currently available

0:00 0:00:43 0:00

ກ່ຽວຂ້ອງກັນ

XS
SM
MD
LG