ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ທະຫານເທີກີ ໄດ້ຮັບບາດເຈັບ ຈາກການໂຈມຕີ ຂອງ ກຸ່ມລັດອິສລາມ ໃນຄ້າຍທະຫານ ທີ່ອີຣັກ


ແຜນທີ່ເມືອງ Mosul ປະເທດອີຣັກ
ແຜນທີ່ເມືອງ Mosul ປະເທດອີຣັກ

ເຈົ້າ​ໜ້າ​ທີ່ເທີ​ກີ ກ່າວ​ວ່າ ທະຫານ 4 ຄົນ ຂອງ​ຕົນ ​ໄດ້​ຮັບ​ບາດ​ເຈັບ
​ໃນ​ການ​ໂຈມ​ຕີ​ດ້ວຍ​ປືນ​ຄົກ ​ໃນ​ຄ້າຍ​ທະຫານ​ທາງ​ພາກ​ເໜືອ​ຂອງ
​ອິຣັກ ບ່ອນ​ທີ່​ກອງ​ກຳລັງ​ທະຫານ​ຂອງເທີ​ກີ​ໃຫ້ການ​ຝຶກ​ແອບ​ແກ່​
ພວກ​ທະຫານ​ອິຣັກ ​ໃນ​ການ​ຕໍ່ສູ້​ກັບ​ກຸ່ມ​ລັດ​ອິສລາມ​ນັ້ນ.

ສື່ມວນ​ຊົນ​ຂອງປະ​ເທດ​ຕາ​ເວັນ​ຕົກ ​ໄດ້​ລາຍ​ງານ​ວ່າ ພວກ​ຫົວ​ຮຸນ​ແຮງ​ກຸ່ມ​ລັດ​ອິສລາມ ​ໄດ້​ຍິງ​ລູກປືນ​ຄົກ ​ໃສ່ຄ້າຍ​ຂອງທະຫານ​ອິຣັກ ​ໃກ້ໆ​ກັບ​ເມືອງ Mosol. ເຈົ້າ​ໜ້າ​ທີ່ເທີ​ກີ ທ່ານ​ນຶ່ງ​ກ່າວ​ວ່າ ການ​ໂຈມ​ຕີນີ້ ​ແມ່ນ​ມາ​ຈາກ​ເຂດ​ທີ່​ກຸ່ມ​ລັດ​ອິສລາມຢຶດຄອງ​ຢູ່.

​ແຫຼ່ງຂ່າວ​ໄດ້ ລະບຸ​ວ່າ ຄ້າຍ​ດັ່ງກ່າວຖືກ​ໂຈມ​ຕີ​ດ້ວຍ​ປືນ​ຄົກເປັນ​ເວລາ​ຫຼາຍ​ຊົ່ວ​ໂມງແລະ​ວ່າ ກອງ​ກຳລັງ​ເທີ​ກີ ກໍ​ໄດ້ໂຕ້ຕອບຄືນ ​ດ້ວຍ​ປືນ​ໃຫຍ່.

​ໃນ​ຕົ້ນ​ເດືອນນີ້ ​ເທີ​ກີ ​ໄດ້​ກ່າວ​ວ່າ ມີ​ກອງ​ກຳລັງ​ທະຫານ​ຫຼາຍ​ກວ່າ 100 ຄົນ ​ໄດ້ສົ່ງ​ໄປ​ຍັງ​ຄ້າຍ ທີ່​ວ່າ​ນີ້ ​ເພື່ອ​ປ້ອງ​ກັນ​ບໍ່​ໃຫ້ພວກ​ຫົວ​ຮຸນ​ແຮງໂຈມ​ຕີ​ທະຫານເທີ​ກີ ຜູ້​ຊຶ່ງ​ໃຫ້ການ​ຝຶກ​ແອບແກ່​ກຳລັງອິຣັກ ທີ່​ພະຍາຍາມ​ເຂົ້າ​ຍຶດ​ເອົາ​ເມືອງ Mosul ກັບ​ຄືນຈາກ​ກຸ່ມລັດ​ອິສລາມ ​ແຕ່​ວ່າ ລັດຖະບານ​ອິຣັກ ​ໄດ້​ປະຕິ​ເສດ​ຕໍ່​ການ​ສົ່ງ​ກອງທະຫານ​ທີ່​ວ່າ​ນີ້ ​ໂດຍ​ກ່າວ​ວ່າ ນັ້ນ​ແມ່ນ​ການລະ​ເມີດ​ຕໍ່​ອະທິປະ​ໄຕ​ຂອງ​ອິຣັກ.

ກອງ​ກຳລັງ​ທະຫານ​ບາງສ່ວນຂອງ​ເທີ​ກີ ​ໄດ້​ຖອ​ນ​ອອກ​ມາຈາກ​ຄ້າຍດັ່ງກ່າວບ່ອນ​ທີ່​ມີພວກ ​ນັກ​ລົບ​ຂອງ​ອິຣັກ ຫຼາຍ​ກວ່າ 1 ພັນ ຄົນ ​ໄດ້​ຮັບ​ການ​ຝຶກແອບ.

Iraq IS Turkey
please wait
Embed

No media source currently available

0:00 0:00:53 0:00

Turkish officials say four Turkish soldiers were wounded in a mortar attack on a base in northern Iraq where Turkish troops are training Iraqi soldiers battling Islamic State.

Western media are reporting that IS militants fired rockets on the Iraqi camp near the city of Mosul. A Turkish official says the attack originated from IS-held territory.

Sources say the camp came under mortar fire for several hours, and that Turkish troops responded with rounds of artillery.

Earlier this month, Turkey said more than 100 troops were deployed to the camp to protect Turkish military who are training Iraqi fighters seeking to recapture Mosul from Islamic State. But the Iraqi government has objected to the deployment, saying it is a violation of Iraq's sovereignty.

Some Turkish troops have since pulled out of the camp, where more than 1,000 Iraqi fighters have received training.
XS
SM
MD
LG