ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຄະນະກຳມະການ ເລືອກຕັ້ງສູງສຸດ ຂອງເທີກີ ບໍ່ຮັບຄຳຮຽກຮ້ອງ ໃຫ້ລົງຄະແນນສຽງ ຄືນໃໝ່


ປະທານາທິບໍດີ ຂອງເທີກີ ທ່ານ Recep Tayyip Erdogan ກ່າວຄຳປາໄສ ໃນລະຫວ່າງ ການຊຸມນຸມ ມື້ນຶ່ງຫຼັງຈາກ ການລົງປະຊາມະຕິ ຢູ່ນອກທຳນຽບປະທານາທິບໍດີ, ໃນນະຄອນຫຼວງ ອັງກາຣາ ຂອງເທີກີ, ວັນຈັນ ທີ 17 ເມສາ 2017.
ປະທານາທິບໍດີ ຂອງເທີກີ ທ່ານ Recep Tayyip Erdogan ກ່າວຄຳປາໄສ ໃນລະຫວ່າງ ການຊຸມນຸມ ມື້ນຶ່ງຫຼັງຈາກ ການລົງປະຊາມະຕິ ຢູ່ນອກທຳນຽບປະທານາທິບໍດີ, ໃນນະຄອນຫຼວງ ອັງກາຣາ ຂອງເທີກີ, ວັນຈັນ ທີ 17 ເມສາ 2017.

ໃນວັນພຸດວານນີ້ ຄະນະກຳມະການເລືອກຕັ້ງສູງສຸດຂອງເທີກີ ໄດ້ປະຕິເສດ ບໍ່ຍອມ
ຮັບເອົາຄຳຮ້ອງທຸກ ແລະ ການຮຽກຮ້ອງໃຫ້ລົງຄະແນນສຽງຄືນໃໝ່ ຊຶ່ງການປ່ອນບັດ
ໃນວັນອາທິດຜ່ານມານີ້ ໄດ້ມອບອຳນາດຢ່າງກວ້າງຂວາງໃຫ້ແກ່ ປະທານາທິບໍດີ
Recep Tayyip Erdogan ເພື່ອຫັນປ່ຽນການບໍລິຫານປະເທດ ຈາກລະບົບສະພາ
ແຫ່ງຊາດ ໃນປັດຈຸບັນ ໄປເປັນການບໍລິຫານ ​ແບບ​ປະທານາທິບໍດີ.

ໄຊຊະນະ ໃນການລົງປະຊາມະຕິ ທີ່ສູສີກັນ ດ້ວຍຄະແນນສຽງ 51 ຕໍ່ 49 ເປີເຊັນນັ້ນ
ໄດ້ນຳໄປສູ່ການປະທ້ວງ ໃນນະຄອນອິສຕັນບູລ ແລະຫົວເມືອງ ອື່ນໆ ຍ້ອນມີການ
ກ່າວຫາ ກ່ຽວ​ກັບ​ການສໍ້ໂກງຄະແນນສຽງ. ຄວາມບໍ່ສະຫງົບ​ແມ່ນໄດ້ສຸມໃສ່ ເລື່ອງ
ການຕັດສິນໃຈ ຂອງຄະນະກຳມະການດັ່ງກ່າວ ກ່ອນໜ້ານີ້ ທີ່ອະນຸຍາດໃຫ້ຮັບເອົາ
ການລົງຄະແນນສຽງ ໂດຍປາດສະຈາກການຈ້ຳກາຢ່າງເປັນທາງການ. ພາຍໃຕ້
ກົດໝາຍການເລືອກຕັ້ງ ຂອງເທີກີແລ້ວ ບັດລົງຄະແນນສຽງທັງໝົດ ແລະຊອງໃສ່
ບັດນັ້ນ ຈະຕ້ອງມີການຈ້ຳກາຂອງທາງການ ອັນເປັນມາດຕະການ ເພື່ອປ້ອງກັນ
ການໂກງຄະແນນສຽງ.

ພວກສະໜັບສະໜູນ ການລົງຄະແນນສຽງວ່າ 'ບໍ່' ເຫັນດີ, ຮ້ອງໂຮຄຳຂວັນ ໃນລະຫວ່າງການປະທ້ວງຕໍ່ຕ້ານ ຜົນການລົງປະຊາມະຕິ ຢູ່ເມືອງ Izmir ແຄມທະເລ Aegean ຂອງເທີກີ, ວັນທີ 18 ເມສາ 2017.
ພວກສະໜັບສະໜູນ ການລົງຄະແນນສຽງວ່າ 'ບໍ່' ເຫັນດີ, ຮ້ອງໂຮຄຳຂວັນ ໃນລະຫວ່າງການປະທ້ວງຕໍ່ຕ້ານ ຜົນການລົງປະຊາມະຕິ ຢູ່ເມືອງ Izmir ແຄມທະເລ Aegean ຂອງເທີກີ, ວັນທີ 18 ເມສາ 2017.

ຫຼາຍຮ້ອຍຄົນຢູ່ທີ່ຄຸ້ມ Kadikoy ທີ່ເປັນສູນກາງທີ່​ຕັ້ງຢູ່​ໃນ​ເຂດເອເຊຍຂອງອິສຕັນບູລ
ແລະ ເປັນທີ່ໝັ້ນຂອງຝ່າຍຕໍ່ຕ້ານປະທານາທິບໍດີ ໄດ້ຮ້ອງໂຮອອກມາວ່າ “Ergogan
ເປັນໂຈນ, Ergogan ເປັນຄາດຕະກອນ.” ຜູ້ປະທ້ວງແມ່ຍິງຄົນນຶ່ງ ໄດ້ກ່າວວ່າ
“ການລົງຄະແນນສຽງ ບໍ່ຍຸດຕິທຳ. ພວກເຮົາບໍ່ຢາກໃຫ້ຜູ້ດຽວປົກຄອງ. ພວກເຮົາ
ພຽງຢາກໃຫ້ໝົດທຸກຄົນມີປະຊາທິປະໄຕ.”

ພວກປະທ້ວງຈຳນວນນຶ່ງ ໄດ້ຖືປ້າຍທີ່ມີຄຳຂວັນ hashtag ທີ່ແຜ່ລາມຢ່າງກວ້າງຂວາງ
ຈາກຄ່ຳຄືນຂອງການລົງປະຊາມະຕິ ທີ່ມີຂໍ້ຄວາມວ່າ “ການລົງຄະແນນສຽງ ‘ບໍ່’ ແມ່ນ
ຍັງບໍ່ທັນແລ້ວເທື່ອ”
ແລະ “ ‘ບໍ່’ ໄດ້ຊະນະ.”

ການປະທ້ວງທີ່ຄ້າຍຄືກັນນີ້ ໄດ້ຖືກຈັດຂຶ້ນຢູ່ທົ່ວ ອິສຕັນບູລ. ການເດີນຂະບວນປະທ້ວງ
ແມ່ນນ້ອຍກວ່າ ໃນວັນຈັນຜ່ານມາ ເມື່ອຫຼາຍພັນຄົນ ໄດ້ພາກັນລົງສູ່ຖະໜົນຫົນທາງ
ສາຍຕ່າງໆ. ການເດີນຂະບວນປະທ້ວງຍັງໄດ້ຖືກຈັດຂຶ້ນ ຢູ່ຫົວເມືອງຕ່າງໆນຳດ້ວຍ
ຮວມທັງ ນະຄອນຫຼວງ ອັງກາຣາ.

ການປະທ້ວງ ສ່ວນໃຫຍ່ ໄດ້ຖືກປ່ອຍໃຫ້ດຳເນີນໄປ ໂດຍກຳລັງຮັກສາຄວາມປອດໄພ
ຊຶ່ງມີອຳນາດຢ່າງກວ້າງຂວາງ ທີ່ຈະຢຸດຢັ້ງພວກເຂົາເຈົ້າ ພາຍໃຕ້ກົດລະບຽບ ຂອງ
ພາວະສຸກເສີນ ທີ່ໄດ້ຖືກນຳໃຊ້ ຫຼັງຈາກການກໍ່ລັດຖະປະຫານທີ່ລົ້ມແຫຼວ ​ໃນເດືອນ
ກໍລະກົດ ທີ່ຜ່ານມາ. ໂດຍປົກກະຕິແລ້ວ ອຳນາດເຫຼົ່ານັ້ນ ແມ່ນນຳໃຊ້ເພື່ອທັບມ້າງ
ພວກຕໍ່ຕ້ານລັດຖະບານ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG