ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ການປະທ້ວງຕໍ່ຕ້ານ ລັດຖະບານເທີກີ ຍັງດໍາເນີນສືບຕໍ່ມາ (ວີດີໂອ/ສະໄລດ໌)


ພວກ​ປະ​ທ້ວງ​ໄດ້​ປະ​ທະ​ກັນ​ກັບ​ຕໍາຫລວດ ​ຢູ່​ເມືອງ​ຫລວງ​ຂອງ
ເທີ​ກີ ​ໃນ​ວັນ​ຈັນ​ມື້​ນີ້ ທີ 10 ມິຖຸນາ ຊຶ່ງ​ເປັນມື້ທີ ​11 ລຽນ​ຕິດ​.​
ພວກ​ປະ​ທ້ວງ​ໄດ້​ປະ​ທະ​ກັນ​ກັບ​ຕໍາຫລວດ ​ຢູ່​ເມືອງ​ຫລວງ​ຂອງ ເທີ​ກີ ​ໃນ​ວັນ​ຈັນ​ມື້​ນີ້ ທີ 10 ມິຖຸນາ ຊຶ່ງ​ເປັນມື້ທີ ​11 ລຽນ​ຕິດ​.​
ພວກ​ປະ​ທ້ວງ​ໄດ້​ປະ​ທະ​ກັນ​ກັບ​ຕໍາຫລວດ ​ຢູ່​ເມືອງ​ຫລວງ​ຂອງ
ເທີ​ກີ ​ໃນ​ວັນ​ຈັນ​ມື້​ນີ້ ຊຶ່ງ​ເປັນມື້ທີ ​11 ລຽນ​ຕິດ​ ​ຂອງ​ການ​ເດີນ​
ຂະ​ບວນ.

ຕໍາຫລວດ​ທີ່​ນະຄອນຫລວງ Ankara ​ໄດ້​ສີດ​ທໍ່​ນໍ້າ​ຂັບ​ໄລ່ພວກ​
ປະ​ທ້ວງ ທີ່​ຕອບ​ໂຕ້​ດ້ວຍ​ການ​ແກວ່ງກ້ອນຫີນ​ໃສ່ຕໍາຫລວດຄືນ.

ການ​ປະ​ທະ​ກັນ​ຄັ້ງ​ສຸດ​ທ້າຍນີ້ ​ໄດ້​ເກີດ​ຂື້ນ​ບໍ່​ເທົ່າໃດຊົ່ວໂມງ​ ຫລັງ​
ຈາກນາຍົກ ລັດຖະມົນຕີ Recep Tayyip Erdogan ​ໄດ້ກ່າວ​
ຕໍ່​ບັນດາ​ຜູ້​ສະໜັບສະໜູນ​ຫລາຍ​ພັນ​ຄົນ​ໃນ​ນະຄອນ Ankara ວ່າ ຄວາມ​ອົດທົນ​ຂອງ​ທ່ານ ຕໍ່​ການ​ປະ​ທ້ວງ​ລັດຖະບານ​ນັ້ນ​ ມີ​ຂອບ​ເຂດຈໍາກັດ.

Turkey
please wait
Embed

No media source currently available

0:00 0:01:05 0:00

ທ່ານ Erdogan ກ່າວ​ໃນ​ວັນ​ອາທິດ​ວານ​ນີ້​ວ່າ ພວກ​ເດີນ​ຂະ​ບວນຈະ​ “​ໄດ້​ຮັບໃຊ້​ໂທດ​ກໍາ” ​ແລະ​ກ່າວ​ຕື່ມວ່າ ທ່ານ​ຈະ​ຕ້ອງ​ໄດ້ “​ເວົ້າ​ພາສາ​” ທີ່ເຂົາ​ເຈົ້າ​ເຂົ້າໃຈ.

ນາຍົກລັດຖະມົນ​ຕີ ​ໄດ້​ຮຽກຮ້ອງ​ໃຫ້​ບັນດາ​ຜູ້​ສະໜັບສະໜູນທ່ານ ຈົ່ງ​ຫລີກ​ລ່ຽງ​ຄວາມ​ຮຸນ​ແຮງ ​ແລະ​ໃຊ້​ການ​ເລືອກ​ຕັ້ງ​ທ້ອງ​ຖິ່ນ​ໃນ​ປີໜ້າ ​“ສິດ​ສອນ​ເປັນບົດ ຮຽນ” ໃຫ້ແກ່​ຄູ່
ແຂ່ງ​ຂອງ​ເຂົາ​ເຈົ້າ.

ສາມ​ຄົນ​ໄດ້​ເສ​ຍຊີວິດ ​ແລະ​ຫລາຍ​ພັນ​ຄົນ​ໄດ້​ຮັບ​ບາດ​ເຈັບ ນັບຕັ້ງ​ແຕ່ການ​ປະ​ທ້ວງ​ໄດ້​ເລີ້ມຕົ້ນ​ຂຶ້ນ ຕໍ່​ຕ້ານແຜນ​ການຂອງລັດຖະບານ ທີ່​ຈະ​ທັບ​ມ້າງ​ສວນສາ ທາລະນະ ​ໃນ​ນະຄອນ​ອິສ​ແຕນ​ບູລ. ນັບ​ແຕ່ນັ້ນ​ມາ ການ​ປະ​ທ້ວງ​ໄດ້ກາຍ​ມາ​ເປັນ​ການ​ປະ​ທ້ວງຕໍ່​ຕ້ານ ອັນ​ທີ່​ພວກ​ເດີນ​ຂະ​ບວນ​ກ່າວ​ວ່າ ​ເປັນ​ການ​ບັງຄັບ​ນໍາ​ໃຊ້ແນວ​ຄິດ​ອິສລາມຂອງນາຍົກ
ລັດຖະມົນຕີ​ ຕໍ່ປະ​ເທດ​ທີ່​ບໍ່​ປົກຄອງ​ໂດຍ​ສາສະໜາ.

XS
SM
MD
LG