ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຕໍາຫລວດ ເທີກີ ປະທະກັບ ພວກປະທ້ວງ ເປັນມື້ທີສອງ (ວີດີໂອ)


ຕໍາຫລວດເທິກີ ໃຊ້ທໍ່ສີດນໍ້າຂະໜາດໃຫຍ່ ຍິ່ງໃສ່ພວກປະທ້ວງ
ຕໍາຫລວດເທິກີ ໃຊ້ທໍ່ສີດນໍ້າຂະໜາດໃຫຍ່ ຍິ່ງໃສ່ພວກປະທ້ວງ
ເຈົ້າ​ໜ້າ​ທີ່​ຕໍາຫລວດ ປະ​ທະ​ກັນ​ກັບພວກ​ປະ​ທ້ວງ​ ເປັນ​ມື້​ທີ​ສອງ​
ໃນ​ນະຄອນ​ອິສ​ແຕນ​ບຸ​ນ ບ່ອນ​ທີ່ການ​ນັ່ງ​ປະ​ທ້ວງ​ ຕໍ່ຕ້ານການ​
ພັດທະນາ​ທາງການ​ຄ້າ ​ໃສ່ສວນສາທາລະນະປະ​ຈໍາ​ ນະຄອນ
​ດັ່ງກ່າວ ​ໄດ້​ກາຍ​ມາ​ເປັນ​ ການ​ປະ​ທ້ວງ​ຕໍ່ຕ້ານລັດຖະບານ ທີ່​ຂະ
ຫຍາຍ​ວົງ​ກວ້າງ ອອກ ໄປທົ່ວ​ປະ​ເທດ.

ຕໍາຫລວດໄດ້​ຕອບ​ໂຕ້​ຢ່າງ​ຮຸນ​ແຮງ​ຕໍ່ການ​ໂຮມ​ຊຸມນຸມປະ​ທ້ວງ
​ດ້ວຍ​ຄວາມ​ສະຫງົບ ​ໃນ​ວັນ ສຸກ​ວານ​ນີ້ທີ່ຈະຕຸ​ລັດ Taksim ທີ່​
ມີ​ຊື່​ສຽງ​ໃນ​ນະຄອນອິສ​ແຕນ​ບຸ​ນ ຊຶ່ງ​ໄດ້​ກາຍ​ມາ​ເປັນ​ສູນ ກາງ
​ຂອງໂຮມ​ຊຸມນຸມ​ທາງການ​ເມືອງ ​ແລະການ​ປະທ້ວງ​ອື່ນໆ ມາ
​ເປັນ​ເວລາ​ດົນ​ນານ​ແລ້ວ.

ຫລາ​ຍສິບ​ຄົນ​ໄດ້​ຮັບ​ບາດ​ເຈັບ​ຈາກ​ການ​ປະ​ທະ​ກັນ​ດັ່ງກ່າວ ທີ່​ເຮັດໃຫ້​ຄຸ້ມຕ່າງໆ​ ໃນ​ເຂດ​ໃຈ ກາງ​ເມືອງ​ທີ່​ຢູ່​ໃກ້ຄຽງ​ກັນນັ້ນ ເບິ່ງ​ແລ້ວ​ຄື​ກັນ​ກັບ​ສະໜາມ​ລົບ.

ເພື່ອ​ຄວາມ​ເປັນ​ນໍ້າ​ນຶ່ງ​ໃຈດຽວກັນ ກັບ​ພວກເດີນ​ຂະ​ບວນຢູ່​ນະຄອນອິສ​ແຕນ​ບຸນ ການ​ປະ​ທ້ວງ​ກໍໄດ້​ເກີດ​ຂື້ນ ​ທີ່ນະຄອນຫລວງ​ອັງກາຣາ ​ແລະ​ຫລາຍໆ​ຫົວ​ເມືອງ​ຂອງ​ເທິ​ກີ ບ່ອນ​ທີ່​ພວກ​ປະທ້ວງໄດ້ຕໍ່ສູ້​ກັບ​ເຈົ້າ​ໜ້າ​ທີ່ ​ແລະ​ຮ້ອງ​ຄຳ​ຂວັນ​ຕໍ່ຕ້ານ​ລັດຖະບານ ຂອງ​ນາຍົກລັດ ຖະມົນຕີ Recep Tayyip Erdogan.

ພວກ​ຕໍາຫລວດ​ຍັງ​ສືບ​ຕໍ່ໃຊ້​ລະ​ເບີດນໍ້າຕາ ​ແລະ​ທໍ່​ສີດ​ນໍ້າ​ຂະໜາດ​ໃຫຍ່ ໃສ່​ພວກ​ປະ​ທ້ວງ ຫລາຍ​ພັນ​ຄົນ ​ໃນ​ຕອນ​ເຊົ້າ​ວັນ​ເສົາ​ມື້​ນີ້ ທີ່ນະຄອນ​ອິສ​ແຕນ​ບຸນ.

ບັນດາ​ນັກວິ​ເຄາະ​ກ່າວ​ວ່າ ຄວາມ​ບໍ່​ສະຫງົບ​ທີ່​ວ່າ​ນີ້​ແມ່ນ​ສະ​ແດງ​ໃຫ້​ເຫັນ​ເຖິງຄວາມ​ບໍ່ພໍ​ໃຈ ທີ່​ມີ​ເພີ້ມຂຶ້ນ ຕໍ່​ນະ​ໂຍບາຍຕ່າງໆ​ຂອງລັດຖະບານ ທີ່​ຄອບ​ງໍາ​ໂດຍພັກສາສະໜາ​ອິສລາມ ​ເປັນ​ສ່ວຍ​ໃຫຍ່ ຊຶ່ງ​ບາງ​ຄົນ​ກ່າວ​ຫາວ່າໄດ້​ກາຍ​ມາເປັນ​ການ​ປົກຄອງຜະ​ເດັດ​ການຫຼາຍຂຶ້ນ.

Turkey
please wait
Embed

No media source currently available

0:00 0:00:32 0:00
XS
SM
MD
LG