ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໑໗ ເມສາ ໒໐໒໔

ຕຳຫຼວດ ເທີກີ ຖືກຂ້າຕາຍ ຍ້ອນການໂຈມຕີ ດ້ວຍລະເບີດ


ເຈົ້າໜ້າທີ່ຮັກສາຄວາມປອດໄພ ແລະ ເຈົ້າໜ້າທີ່ພິສູດຫຼັກຖານ ແລະ ແພດໝໍ ສືບສວນສອບສວນອ້ອມຊາກລົດທີ່ຖືກໄໝ້ ຫຼັງຈາກລະເບີດແຕກ ຢູ່ນອກກອງບັນຊາການໃຫຍ່ຂອງຕຳຫຼວດໃນເມືອງ Gaziantep, ປະເທດ ເທີກີ. 1 ພຶດສະພາ, 2016.
ເຈົ້າໜ້າທີ່ຮັກສາຄວາມປອດໄພ ແລະ ເຈົ້າໜ້າທີ່ພິສູດຫຼັກຖານ ແລະ ແພດໝໍ ສືບສວນສອບສວນອ້ອມຊາກລົດທີ່ຖືກໄໝ້ ຫຼັງຈາກລະເບີດແຕກ ຢູ່ນອກກອງບັນຊາການໃຫຍ່ຂອງຕຳຫຼວດໃນເມືອງ Gaziantep, ປະເທດ ເທີກີ. 1 ພຶດສະພາ, 2016.

ລະເບີດລົດລູກໜຶ່ງໄດ້ແຕກຢູ່ນອກກອງບັນຊາການໃຫຍ່ຂອງຕຳຫຼວດ ໃນເມືອງ Gaziantep ທາງພາກຕາເວັນອອກສຽງໃຕ້ຂອງປະເທດ ເທີກີ ເຮັດໃຫ້ມີຢ່າງໜ້ອຍເຈົ້າ ໜ້າທີ່ຕຳຫຼວດ 1 ຄົນເສຍຊີວິດ ແລະ ຄົນອີກ 13 ຄົນໄດ້ຮັບບາດເຈັບ, ອີງຕາມຄຳຖະ ແຫຼງຂອງຜູ້ປົກຄອງທ້ອງຖິ່ນ.

ສື່ມວນຊົນ ເທີກີ ໄດ້ອ້າງຄຳເວົ້າຂອງຜູ້ປົກຄອງພາກພື້ນ Gaziantep ທ່ານ Ali Yerlikaya ວ່າຜູ້ທີ່ໄດ້ຮັບບາດເຈັບທັງໝົດ 9 ຄົນໃນເຫດລະເບີດແຕກຂອງວັນອາທິດມື້ ນີ້ແມ່ນເຈົ້າໜ້າທີ່ຕຳຫຼວດ.

ພາບຖ່າຍວິດີໂອທີ່ສະແດງໃຫ້ເຫັນທາງໂທລະພາບ NTV ເຊິ່ງເປັນອົງການຂ່າວເອກະ ຊົນ ໄດ້ເຮັດໃຫ້ເຫັນຄວາມສັບສົນວຸ້ນວາຍ ຫຼັງຈາກລະເບີດໄດ້ແຕກຢູ່ນອກຕຶກຂອງຕຳ ຫຼວດດັ່ງກ່າວ ໃນຂະນະທີ່ຜູ້ເຫັນເຫດການໄດ້ເຂົ້າໄປເບິ່ງແກ້ວທີ່ແຕກ ແລະ ຊາກຫັກພັງ ຕ່າງໆ ແລະ ລົດໂຮງໝໍກໍຮີບເລັ່ງເຂົ້າໄປໃນຈຸດເກີດເຫດນັ້ນ.

ເມືອງ Gaziantep ເປັນເມືອງທີ່ໃຫຍ່ອັນດັບ 6 ໃນ ເທີກີ ມີປະຊາກອນ 1 ລ້ານ 5 ແສນ ຄົນ ແລະ ຕັ້ງຢູ່ປະມານ 55 ກິໂລແມັດຈາກເຂດແດນທີ່ຖືກຄວບຄຸມໂດຍພວກ ລັດອິສ ລາມ ເລາະຕາມເຂດຊາຍແດນຂອງ ຊີເຣຍ. ເມືອງດັ່ງກ່າວເຮັດໜ້າທີ່ເປັນຈຸດສູນກາງທີ່ ສຳຄັນ ສຳລັບພວກອົບພະຍົບທີ່ຫຼົບໜີຈາກສົງຄາມໃນ ຊີເຣຍ.

ເມື່ອຍັງບໍ່ທັນມີການລະບຸໂດຍທັນທີວ່າຜູ້ໃດເປັນຕົວການຂອງການໂຈມຕີນັ້ນ, ພວກ ຈີຮາດ ກໍແມ່ນໄດ້ດຳເນີນການໂຈມຕີສອງຄັ້ງທີ່ຄ້າຍຄືກັນມາແລ້ວໃນເມືອງ ອິສຕັງບູລ ໃນປີນີ້.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG