ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຕໍາຫຼວດ​​ ເທີ​ກີ ​ປະທະກັບ ພວກປະທ້ວງ ທີ່​ຈະຕຸ​ລັດ Taksim (ວີດີໂອ/ສະໄລດ໌)


ພວກປະທ້ວງຖືກຕໍາຫຼວດເອົານໍ້າຊີດໃສ່ ເພື່ອໃຫ້ສະລາຍ
ການປະທ້ວງ
ພວກປະທ້ວງຖືກຕໍາຫຼວດເອົານໍ້າຊີດໃສ່ ເພື່ອໃຫ້ສະລາຍ ການປະທ້ວງ
ຕໍາຫຼວດເທີ​ກີ ຈໍານວນ​ຫຼາຍ​ຮ້ອຍຄົນ ​ໃນ​ຊຸດ​ປາບ​ຈະລາ​ຈົນ ​ໄດ້​ເຄື່ອນ​ເຂົ້າ​ໄປ​ໃນ​ບໍລິ​ເວນ​ ​ຈະຕຸ​ລັດ Taksim ຂອງ​ນະຄອນ Istanbul ​ໃນ​ເຊົ້າ​ວັນ​ອັງຄານ​ມື້​ນີ້ ​ໂດຍໄດ້​ຍິງ​ແກ໊ສ ນໍ້າຕາ​ ແລະ​ໃຊ້​ທໍ່ນໍ້າສີດ​ໃສ່​ພວກ​ປະ​ທ້ວງ​ຕໍ່ຕ້ານ​ກັບ​ລັດຖະບານທ ຈໍານວນ​ນ້ອຍໆ ທີ່​ຍັງ​ຊຸມນຸມ​ກັນ​ຢູ່​ທີ່​ນັ້ນ.

ພວກ​ປະ​ທ້ວງ​ບາງ​ຄົນ​ໄດ້​ແກ່ວ​ງ​ກ້ອນ​ຫີນ ໝາກກະ​ໂພ​ກ ແລະ
ລະ​ເບີດ​ໄຟ ​ໃສ່​ຕໍາຫຼວດເຖິງ​ແມ່ນວ່າ ມີຮຽກຮ້ອງ​ຈາກທາງ
​ເຈົ້າໜ້າ​ທີ່​ໃຫ້ຍຸດຕິ​ການ​ໂຈມ​ຕີ ກໍ​ຕາມ. ກ່ອນ​ໜ້າ​ນັ້ນ ພວກ​ປະ
​ທ້ວງໄດ້​ພາກັນ​ໄປ​ຢືນ​ຢູ່​ຂ້າງ​ເຄື່ອງ​ກີດ​ຂວາງທີ່​ຈັດ​ຂຶ້ນ​ແລະ​ກຽມ​
ຮັບ​ມື​ກັບ​ການ​ແຊກ​ແຊງ​ຂອງ​ຕໍາຫຼວດ ​ເວລາ​ກໍາລັງ​ຮັກສາ​ຄວາມ​
ປອດ​ໄພ​ໄດ້​ເລີ້ມ​ລວມຕົວກັນຢູ່​ບໍລິ​ເວນ​ນັ້ນ.

ຕໍາຫຼວດ​ໄດ້ດຶງ​ປ້າຍ​ຂອງ​ພວກ​ປະ​ທ້ວງ ທີ່​ໄດ້​ແຂວນ​ໄວ້​ທີ່​ຕຶກຫຼັງນຶ່ງ ຢູ່​ໃກ້ຈະຕຸ​ລັດລົງ ​
ແລ້ວເອົາ​ທຸງຊາດ​ເທີ​ກີ ​ໄປ​ແຂວນ​ໃສ່​ແທນ.

ການ​ເຄື່ອນ​ໄຫວ​ຂອງ​ຕໍາຫຼວດ​ແມ່ນ​ມີ​ຂຶ້ນ​ ຫຼັງ​ຈາກນາຍົກລັດຖະມົນຕີ Recep Tayyip
Erdogan ຕົກ​ລົງ​ທີ່​ຈະ​ພົບ​ປະ​ກັບ ບັນດາ​ພວກ​ປະ​ທ້ວງ​ໃນ​ວັນ​ພຸດ ມື້​ອື່ນ​ນີ້.


Turkey Protest
please wait
Embed

No media source currently available

0:00 0:01:49 0:00
ລິງໂດຍກົງ

ໃນ​ວັນ​ຈັນ​ວານ​ນີ້ ພວກ​ປະ​ທ້ວງ​ບໍ່​ຍອມ​ຖອນ​ຕົວ​ ເຖິງ​ແມ່ນຕໍາຫຼວດ​ໄດ້​ເລີ່​ມ​ໃຊ້ແກ໊ສນໍ້າຕາ
​ແລະທໍ່ນໍ້າ ​ເ​ພື່ອທັບ​ມ້າງ​ການ​ເດີນ​ຂະ​ບວນ ​ຕໍ່ຕ້ານ​ລັດຖະບານ ​ໃນ​ Istanbul ຊຶ່ງທາງ​ພວກ​
ປະ​ທ້ວງໄດ້​ຕອບ​ໂຕ້ດ້ວຍ​ການ​ແກ່ວ​ງ​ກ້ອນ​ຫີນ ແລະ ລະ​ເບີດ​ນໍ້າມັນໃສ່​ພວກ​ຕໍາຫຼວດ.

ທ່ານ Sedat Ergin ຜູ້ປະ​ທ້ວງຄົນ​ນຶ່ງ​ກ່າວ​ວ່າ: “ມັນ​ບໍ່​ມີການ​ປະ​ທ້ວງ​ທີ່​ຜິດ​ກົດໝາຍ​ໃນ
ທີ່​ນີ້. ພວກ​ເຮົາ​ມາ​ຮວມກັນ​ໃນ​ທີ່​ນີ້​ກັບລູກ​ຫຼານ​ ​ແລະ​ພີ່ນ້ອງ​ພວກ​ເຮົາ. ພວກ​ເຮົາ​
ແມ່ນ​ເຄົາລົບ​ນັບຖື​ກົດໝາຍ. ພວກ​ທີ່​ບໍ່​ນັບຖືກົດໝາຍ​ນັ້ນ ຄວາມ​ຈິງ​ແລ້ວ​ກໍ​ຄື ຜູ້​ຄົນ​
ທີ່​ທໍາ​ກັບ​ປະຊາຊົນ​ຂອງ​ຕົນ​ເອງຮວມທັງ ພວກ​ນັກຮຽນ​ນັກສຶກສາ ​ແລະ​ພວກ​ຊາວ​ໝຸ່ມ
ແບບນີ້.” ​ ​


​ໄດ້​ມີ​ 3 ຄົນ​ເສຍ​ຊີວິດ​ ນັບຕັ້ງ​ແຕ່​ການ​ເດີນ​ຂະ​ບວນປະ​ທ້ວງ ​ເລີ່​ມຕົ້ນຂຶ້ນເມື່ອ 2 ອາທິດ​ກ່ອນ
ຂະນະ​ທີ່ມີຫຼາຍ​ພັນ​ຄົນ​ໄດ້​ຮັບ​ບາດ​ເຈັບ ​ແລະ​ອີກ​ຫຼາຍ​ພັນ​ຄົນ​ໄດ້​ຖືກ​ຈັບ​ກຸມ.

XS
SM
MD
LG