ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຕໍາຫຼວດ ເທີກີ ຂັບ​ໄລ່ ພວກ​ປະ​ທ້ວງ ອອກຈາກ ຈະຕຸ​ລັດ​ Taksim (ວີດີໂອ/ສະໄລດ໌)


TURKEY PROTESTS VO
please wait
Embed

No media source currently available

0:00 0:00:58 0:00

ວີດີໂອກ່ຽວກັບພວກປະທ້ວງໃນເທີກີ

ຕໍາຫຼວດປາບ​ຈະລາຈົນຂອງເທີ​ກີ ​ໄດ້​ຂັບ​ໄລ່ພວກ​ປະ​ທ້ວງອອກ
ຈາກຈະຕຸ​ລັດ​ກາງ​ນະຄ​ອນ Istanbul ລຸ​ນຫຼັງການ​ປະ​ທະ​ກັນ
ຕະຫຼອດຄືນ​ທີ່​ຜ່ານ​ມາ ລະຫວ່າງ​ສອງ​ຝ່າຍ.

ການ​ກວດ​ລ້າງ​ຂອງ​ພວກຕໍາຫຼວດ​ແມ່ນ​ມີ​ຂຶ້ນ ຫຼັງ​ຈາກ​ທີ່​ໄດ້​ມີ​ການ​ປະ​ທ້ວງ​ ​ເປັນ​ເວລາ​ເກືອບ 2 ອາທິດຢູ່ຈະຕຸ​ລັດ​ Taksim ທີ່ີ​ເລີ່​ມຂຶ້ນ​ ຈາກພວກ​ປະ​ທ້ວງ​ທີ່​ໝາຍ​ໝັ້ນທີ່ຈະ​ຍຸດທາງ​ການ​ ບໍ່​ໃຫ້​ທັບ​ມ້າງສວນສາທາລະນະ ​ທີ່ຢູ່​ຂ້າງຈະຕຸ​ລັດ​ ​ເພື່ອ​ສ້າງຕຶກ​ອາຄານ​ຂຶ້ນນັ້ນ.

ພວກ​ປະ​ທ້ວງ​ໄດ້​ຮຽກຮ້ອງໃຫ້ ນາຍົກລັດຖະມົນຕີ Recep Tayyip Erdoganລາອອກ. ​
ເຂົາ​ເຈົ້າກ່າວຫາ​ທ່ານ​ວ່າ​ ບັງຄັບ​ໃຫ້​ປະ​ເທດ​ທີ່​ປົກຄອງ​ໂດຍ​ຄະລາວາດ​ນັ້ນ ນໍາ​ໃຊ້​ແນວ​ຄິດ​
ອິສລາມຈາຮີດ​ນິຍົມ ຂອງ​ທ່ານ.

​ໃນ​ວັນ​ອັງຄານ​ວານ​ນີ້ ພວກ​ຕໍາຫຼວດ​ໄດ້​ຍິງ​ແກ໊ສນໍ້າຕາ ​ແກວ່ງລະ​ເບີດທີ່​ເຮັດ​ໃຫ້​ຊອ໊ກ​ແລະສີດ​ທໍ່​ນໍ້າ​ໃສ່​ພວກ​ປະທ້ວງ​ໃນຈະຕຸ​ລັດ​ Taksim ​ໃນ​ການປະ​ທະ​ກັນ​ທີ່​ຍືດ​ເຍື້ອມາ​ຈົນ​ເຖິງເຊົ້າວັນ​ພຸດມື້​ນີ້.

Turkish Riot Police Overrun Taksim Square
please wait

No media source currently available

0:00 0:01:55 0:00
ລິງໂດຍກົງ

ນາຍົກລັດຖະມົນຕີ Erdogan ມີ​ແຜນການ​ທີ່​ຈະ​ພົບ​ປະ​ກັບພວກ​ປະ​ທ້ວງ​ຈໍານວນ​ນຶ່ງ ​ໃນ​ ​ວັນ​ພຸດ​ມື້​ນີ້ ​ແຕ່​ທ່ານ​ໄດ້ກ່າວ​ຫາ​ພວກ​ເຂົາ​ເຈົ້າ​ວ່າ​ ພະຍາຍາມ​ຈະ​ທໍາລາຍ​ພາບ​ພົດແລະ​ເສດ​ຖະກິດຂອງ​ເທີ​ກີ ຢ່າງ​ຈົງ​ໃຈ. ທ່ານ​ກ່າວ​ວ່າ ພວກ​ປະ​ທ້ວງ “ພະຍາຍາມ​ທີ່​ຈະ​ຂັດຂວາງເທີ​ກີບໍ່​ໃຫ້​ກ້າວໜ້າ ແລະ​ໄດ້​ຖືກໃຊ້​ໂດຍ​ພວກສະ​ຖາ​ບັນ​ການ​ເງິນ​ແລະ​ກຸ່ມສື່​ຕ່າງໆ ​ໃຫ້​ທໍາລາຍ​ເສດຖະກິດ​ຂອງ​ເທີ​ກີ.”

ມີ 3 ຄົນ​ເສຍ​ຊີວິດ​ ນັບ​ຕັ້ງ​ແຕ່ການ​ປະ​ທ້ວງ​ໄດ້​ເລີ້ມ​ຂຶ້ນ​ເມື່ອເກືອບ​ 2 ອາທິດ​ຜ່ານ​ມາ ​ແລະ ມີ​ປະມານ 5,000 ຄົນ​ໄດ້​ຮັບ​ບາດ​ເຈັບ ​ແລະອີກ​ຫລາຍ​ພັນ​ຄົນ​ຖືກ​ຈັບ​ກຸມ.

ໃນ​ວັນ​ອັງຄານ​ວານ​ນີ້ ຕໍາຫຼວດ​ກໍໄດ້ສີດ​ນໍ້າ ​ຂັບໄລ່​ພວກ​ປະ​ທ້ວງ​ໃນ​ເມືອງຫລວງ Ankara ​ທີ່ພາກັນ​ໂຮມ​ຊຸມນຸມ​ປະ​ທ້ວງ ສະ​ແດງ​ຄວາມ​ເຫັນ​ອົກ​ເຫັນ​ໃຈ​ພວກ​ປະ​ທ້ວງ​ ໃນ​ນະຄອນ Istanbul.

XS
SM
MD
LG