ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ເຈົ້າໜ້າທີ່ ເທີກີ ປຶກສາຫາລື ຂໍ້ແກ້ໄຂ ບັນຫາ ໃນ ຊີເຣຍ ກັບຄູ່ຮ່ວມຕຳແໜ່ງ ຣັດເຊຍ


ປະຊາຊົນ ສຳຫຼວດສະຖານທີ່ໆໄດ້ຮັບຄວາມເສຍຫາຍ ຫຼັງຈາກການໂຈມຕີທາງອາກາດ ໃສ່ຊຸມຊົນທີ່ຖືກຄວບຄຸມໂດຍພວກກະບົດຂອງເມືອງ Aleppo, ຊີເຣຍ. 26 ກໍລະກົດ 2016.
ປະຊາຊົນ ສຳຫຼວດສະຖານທີ່ໆໄດ້ຮັບຄວາມເສຍຫາຍ ຫຼັງຈາກການໂຈມຕີທາງອາກາດ ໃສ່ຊຸມຊົນທີ່ຖືກຄວບຄຸມໂດຍພວກກະບົດຂອງເມືອງ Aleppo, ຊີເຣຍ. 26 ກໍລະກົດ 2016.

ລັດຖະມົນຕີການຕ່າງປະເທດຂອງ ເທີກີ ທ່ານ Mevlut Cavusoglu ໄດ້ກ່າວວ່າ ບັນດາ ເຈົ້າໜ້າທີ່ຈາກກະຊວງການຕ່າງປະເທດ ແລະ ທະຫານຈະເດີນທາງໄປ ຣັດເຊຍ ໃນວັນ ພຸດມື້ນີ້ ເພື່ອປຶກສາຫາລື ກ່ຽວກັບການແກ້ໄຂທີ່ອາດເປັນໄປໄດ້ ຕໍ່​ບັນຫາຂັດແຍ້ງໃນ ຊີເຣຍ.

ການປະກາດໄດ້ເກີດຂຶ້ນພຽງມື້ດຽວຫຼັງຈາກປະທານາທິບໍດີ ຣັດເຊຍ ທ່ານ Vladimir Putin ໄດ້ກ່າວວ່າ ທ່ານຈະເຮັດວຽກ​ເພື່ອຟື້ນຟູສາຍພົວພັນຢ່າງເຕັມທີ່ກັບ ເທີກີ, ແຕ່ໄດ້ ເຕືອນວ່າ ການສ້າງສາຍ ສຳພັນທາງການຄ້າຄືນຈະໃຊ້ເວລາດົນພໍສົມຄວນ.

ທ່ານ Putin ໄດ້ກ່າວໃນວັນອັງຄານວານນີ້ ຫຼັງຈາການພົບປະກັນກັບປະທານາທິບໍດີ ເທີ ກີ ທ່ານ Tayyip Erdogan ໃນນະຄອນ Saint Petersburg ວ່າ “ຢູ່ຕໍ່ໜ້າພວກເຮົານີ້ ມັນມີວຽກງານທີ່ຕ້ອງໄດ້ມີຄວາມລະມັດລະວັງເພື່ອຟື້ນຟູການຄ້າ ແລະ ການຮ່ວມມື ທາງດ້ານເສດຖະກິດ. ນີ້ແມ່ນຂະບວນການທີ່ໄດ້ເລີ່ມຂຶ້ນແລ້ວ ແຕ່ມັນຈະໃຊ້ເວລາດົນ ໜ້ອຍໜຶ່ງ.”

ປະທານາທິບໍດີ ຣັດເຊຍ ທ່ານ Vladimir Putin, ຊ້າຍ, ຕ້ອນຮັບປະທານາທິບໍດີ ເທີກີ ທ່ານ Recep Tayyip Erdogan ໃນທຳນຽບ Konstantin ຢູ່ນອກນະຄອນ St. Petersburg. ຣັດເຊຍ. 9 ສິງຫາ, 2016.
ປະທານາທິບໍດີ ຣັດເຊຍ ທ່ານ Vladimir Putin, ຊ້າຍ, ຕ້ອນຮັບປະທານາທິບໍດີ ເທີກີ ທ່ານ Recep Tayyip Erdogan ໃນທຳນຽບ Konstantin ຢູ່ນອກນະຄອນ St. Petersburg. ຣັດເຊຍ. 9 ສິງຫາ, 2016.

ທ່ານ Erdogan ໄດ້ກ່າວວ່າ ທັງສອງປະເທດຈະຟື້ນຟູການຄ້າ ທີ່ມີເປົ້າໝາຍ 100 ຕື້ໂດ ລາຕໍ່​ປີ ແລະ ຈະເລັ່ງລົງມືໃນການຟື້ນ​ຟູດ້ານການບິນ.

ຜູ້ນຳ ເທີກີ ຍັງໄດ້ກ່າວອີກວ່າ ທ່ານພ້ອມແລ້ວທີ່ຈະສ້າງທໍ່ສົ່ງແກ໊ສທຳມະຊາດກັບ ຣັດ ເຊຍ ແລະ ເຈລະຈາຂໍ້ຕົກລົງເພື່ອສ້າງໂຮງງານ ນິວເຄລຍແຫ່ງທຳອິດຂອງ ເທີກີ.

ທ່ານ Marc Pierini ນັກວິຊາການທີ່ສູນກາງ Carnegie ຢູໂຣບ ແລະ ອະດີດທູດສະຫະ ພາບ​ຢູ​ໂຣບຫຼື EU ປະຈຳ ເທີກີ ໄດ້ກ່າວຕໍ່ວີໂອເອວ່າ ມັນບໍ່ມີການຮັບປະກັນວ່າ ຣັດເຊຍ ແລະ ເທີກີ ຈະສາມາດເອົາຊະນະຄວາມແຕກຕ່າງຂອງພວກເຂົາເຈົ້າ​ໄດ້ ກ່ຽວກັບ ຄວາມ ຂັດແຍ້ງໃນຊີເຣຍ. ທັງສອງປະເທດຕ່າງກໍສະໜັບສະໜູນພວກ​ຕໍ່ຕ້ານໃນສົງຄາມກາງ ເມືອງນັ້ນ.

ທ່ານໄດ້ກ່າວວ່າ “ບໍ່ວ່າຈະມີມື້ໜຶ່ງ ທີ່ພວກເຂົາເຈົ້າສາມາດບັນລຸເຖິງຄວາມເຂົ້າໃຈບາງ ຢ່າງກ່ຽວກັບສິ່ງນີ້, ຂ້າພະເຈົ້າມີຄວາມສົງໄສ. ມັນອາດມີຫຼາຍກວ່າການພົບປະກັນ ພຽງຄັ້ງດຽວ. ບາງເທື່ອການຮ່ວມມືປາບປາມລັດທິກໍ່ການຮ້າຍຈະເລີ່ມຕົ້ນໃໝ່ອີກ, ແລະ ມັນກໍຈະເປັນບາດກ້າວທຳອິດ. ແຕ່ຂ້າພະເຈົ້າສົງໄສ ທ່ານສາມາດແນມເຫັນ ສາຍພົວ ພັນໄລຍະຍາວຖ້າ ເທີກີ ບໍ່ປ່ຽນສະຖານະພາບຂອງພວກເຂົາເຈົ້າ ກ່ຽວກັບ ປະທານາ ທິບໍດີ ຊີເຣຍ ທ່ານ Bashar al-Assad.”

ທ່ານ Erdogan ແມ່ນກຳລັງຫັນໄປຫາ ຣັດເຊຍ ຫຼັງຈາກການຖືກກ່າວປະນາມ ພາຍຫຼັງ ການກໍ່ລັດຖະປະຫານ​ໂດຍປະເທດຕາເວັນຕົກ ແລະ ໃນຄວາມພະຍາຍາມທີ່ຈະປົວແປງ ສາຍພົວພັນກັບ ຣັດເຊຍ ຫຼັງຈາກ ເທີກີ ໄດ້ຍິງເຮືອບິນຮົບຂອງ ຣັດເຊຍ ຕົກຢູ່ຕາມເຂດ ຊາຍແດນ ຊີເຣຍ ປີກາຍນີ້.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

Turkey Russia
please wait
Embed

No media source currently available

0:00 0:01:05 0:00

XS
SM
MD
LG