ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ເຮືອບິນລົບ ເທີກີ ຖະຫຼົ່ມ ເປົ້າໝາຍ ຊາວເຄີດ ຢູ່ເຂດແນວໜ້າ ໃນອີຣັກ ແລະ ຊີເຣຍ

Turkey Kurds
please wait
Embed

No media source currently available

0:00 0:01:33 0:00

ໃນວັນອັງຄານວານນີ້ ພວກເຮືອບິນລົບ ຂອງເທີກີ ໄດ້ແນເປົ້າໝາຍໃສ່ ພວກນັກລົບ
ຈາກພັກກຳມະກອນເຄີດດິສຖານ ຫຼື PKK ທີ່ຖືກຫ້າມນັ້ນ ພ້ອມດ້ວຍ ສະມາຊິກຂອງ
ກຸ່ມກຳລັງປົກ​ປ້ອງປະຊາຊົນເຄີດ ຫຼື YPG ຊຶ່ງເປັນເຄືອຂ່າຍສຳຄັນ ຂອງຊາວເຄີດ ທີ່
ຕໍ່ສູ້ຢູ່ແນວໜ້າຂອງອີຣັກ ແລະ ຊີເຣຍ ບ່ອນທີ່ໜ່ວຍກຳລັງຂອງຊາວເຄີດ ມີບົດບາດ
ທີ່ສຳຄັນ ໃນການເຕົ້າໂຮມຊາວເຄີດ ທີ່ບໍ່ໜຽວແໜ້ນປານໃດ ຕໍ່ສູ້ຕ້ານຢັນ ພວກຫົວ
ຮຸນແຮງຈັດ ລັດອິສລາມ.

ປະຊາຊົນເຕົ້າໂຮມກັນ ຢູ່ໃກ້ກັບສຳນັກງານໃຫຍ່ ຂອງກຸ່ມກຳລັງ​ປົກ​ປ້ອງປະຊາຊົນເຄີດ ຫຼື (YPG) ຫລັງຈາກທີ່ມັນໄດ້ຖືກໂຈມຕີທາງອາກາດ ໂດຍ ເທີກີ ໃນເຂດ Mount Karachok ໃກ້ກັບເມືອງ Malikiya ຂອງຊີເຣຍ, ວັນທີ 25 ເມສາ 2017.
ປະຊາຊົນເຕົ້າໂຮມກັນ ຢູ່ໃກ້ກັບສຳນັກງານໃຫຍ່ ຂອງກຸ່ມກຳລັງ​ປົກ​ປ້ອງປະຊາຊົນເຄີດ ຫຼື (YPG) ຫລັງຈາກທີ່ມັນໄດ້ຖືກໂຈມຕີທາງອາກາດ ໂດຍ ເທີກີ ໃນເຂດ Mount Karachok ໃກ້ກັບເມືອງ Malikiya ຂອງຊີເຣຍ, ວັນທີ 25 ເມສາ 2017.

ພວກຜູ້ສັງເກດການ ຈາກອົງການສິ້ງຊອມສິດທິມະນຸດ ຊີເຣຍ ໄດ້ກ່າວໃນວັນພຸດ
ມື້ນີ້ ວ່າ ປະຊາຊົນ ຢ່າງໜ້ອຍ 28 ຄົນ ຖືກຂ້າຕາຍ ໃນການໂຈມຕີທາງອາກາດ
ໂດຍມີປະມານອີກ 20 ຄົນ ໄດ້ຮັບບາດເຈັບ.

ເທີກີ ສະຫະລັດ ແລະ ສະຫະພາບຢູໂຣບ ໄດ້ກຳນົດໃຫ້ພັກ PKK ເປັນອົງການກໍ່
ການຮ້າຍ ໃນການຜັກດັນຕໍ່ຕ້ານລັດຖະບານ Ankara ມາໄດ້ຫຼາຍທົດສະຫວັດ
ເພື່ອຕົນຈະໄດ້ປົກຄອງຕົນເອງ ໃນພາກຕາເວັນອອກສຽງໃຕ້ຂອງເທີກີ ແລະ ໃນ
ວັນອັງຄານວານນີ້ ກອງທັບຂອງເທີກີ ໄດ້ອອກມາປົກປ້ອງ ການໂຈມຕີທາງອາກາດ
ທີ່ຂະຫຍາຍວົງ​ກວ້າງອອກໄປ ນັ້ນ.

ຜູ້ບັນຊາການກອງທັບ ສະຫະລັດ, ຄົນທີສອງຈາກຂວາ, ຍ່າງໄປກັບ ພວກນັກລົບຊາດເຄີດ ຈາກກຸ່ມກຳລັງປົກປ້ອງປະຊາຊົນເຄີດ ຫຼື (YPG) ຢູ່ສຳນັກງານໃຫຍ່ ຂອງ YPG ທີ່ໄດ້ຖືກຖະຫຼົ່ມໂດຍການໂຈມຕີທາງອາກາດຂອງເທີກີ ໃນເຂດ Mount Karachok ໃກ້ກັບເມືອງ Malikiya ຂອງຊີເຣຍ, ວັນທີ 25 ເມສາ 2017.

ຖະແຫລງການສັ້ນໆຂອງກອງທັບເທີກີ ໄດ້ກ່າວວ່າ “ເພື່ອທຳລາຍແຫລ່ງສູນລວມ
ກໍ່ການຮ້າຍເຫຼົ່ານີ້ ຊຶ່ງເປັນໄພຂົ່ມຂູ່ຕໍ່ຄວາມໝັ້ນຄົງ ຄວາມເອກກະພາບ ກຽດສັກ​ສີ
ແລະ ປະເທດຊາດຂອງພວກເຮົາ ແລະ ເປັນສິດທິສ່ວນນຶ່ງ ຂອງພວກເຮົາ ອີງຕາມ
ກົດໝາຍສາກົນ ການໂຈມຕີທາງອາກາດທັງຫຼາຍ ຈຶ່ງໄດ້ຖືກປະຕິບັດການໄປ.”

Turkish Strike Leaves Syrian Kurdish Fighters Fuming
please wait

No media source currently available

0:00 0:01:04 0:00

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG