ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ເທີກີ ກ່າວວ່າ ຕົນໂຈມຕີ ເປົ້າໝາຍ ຢູ່ເຂດຊາວເຄີດ ໃນອີຣັກ ແລະຊີເຣຍ


ເຮືອບິນລົບ ທີ່ບັນຈຸລູກສອນໄຟ ຂອງກອງທັບອາກາດເທີກີ ຫຼັງຈາກບິນຂຶ້ນຈາກຖານທັບອາກາດ Incirlik, ໃນ Adana, ພາກໃຕ້ເທີກີ, 29 ກໍລະກົດ, 2015.
ເຮືອບິນລົບ ທີ່ບັນຈຸລູກສອນໄຟ ຂອງກອງທັບອາກາດເທີກີ ຫຼັງຈາກບິນຂຶ້ນຈາກຖານທັບອາກາດ Incirlik, ໃນ Adana, ພາກໃຕ້ເທີກີ, 29 ກໍລະກົດ, 2015.

ເທີ​ກີ ​ໄດ້​ທຳ​ການ​ໂຈມ​ຕີ​ທາງ​ອາກາດ ​ໃນ​ເຊົ້າ​ວັນ​ອັງຄານ​ມື້​ນີ້ ຕໍ່​ພວກ​ກະບົດຊາວ​ເຄີ​ດ ​
ໃນພາກເໜືອ​ຂອງ​ອີຣັກ​ແລະ​ພາກ​ຕາ​ເວັນ​ອອກສຽງ​ເໝືອຂອງ​ຊີ​ເຣຍ.

​ຖະ​ແຫຼງການຂອງກອງທັບ​ເທີ​ກີ ​ກ່າວ​ວ່າ ການ​ໂຈມ​ຕີ​ດັ່ງກ່າວ ​ແມ່ນແນ​ໃສ່​ ​ເພື່ອ​ປ້ອງກັນ
​ບໍ່​ໃຫ້​ພວກ​ກະບົດ ການ​ຂົນ​ອາວຸດ​ ​ລູກ​ກະສຸນແລະດິນລະ​ເບີດ ​ຂ້າມ​ຊາຍ​ແດນເຂົ້າ​ໄປ​
ໃນເທີ​ກີ.

​ເຈົ້າ​ໜ້າ​ທີ່​ເທີ​ກີ ​ໄດ້​ເຕືອນວ່າ ​ພວກ​ກະບົດ ຈາກພັກ​ກຳມະກອນ​ເຄີ​ດດິສຖານຫຼື PKK
ທີ່ຖືກ​ຫ້າມ​ນັ້ນ ບໍ່​ໃຫ້​ໃຊ້​ເທີ​ກີ​ເປັນ​ບ່ອນ​ຫລົບ​ລີ້​ ແລະ​ມັກ​ຈະ​ເຊື່ອມ​ໂຍງກຸ່ມ PKK
ໃສ່ພວກ​ນັກ​ລົບ​ຊາວ​ເຄີ​ດກຸ່ມ​ອື່ນໆ ທີ່​ອາ​ໄສ​ຢູ່​ທີ່​ນັ້ນ ​ເຊັ່ນກຸ່ມກຳລັງ​ປົກ​ປ້ອງປະຊາຊົນ
ຫຼື YPG ທີ່​ສະຫະລັດ ​ໜຸນ​ຫຼັງ​.

ກຸ່ມສິ້ງ​ຊອມ​ສິດທິ​ມະນຸດ​ໃນຊີ​ເຣຍ ທີ່​ມີ​ຫ້ອງການ​ຢູ່​ອັງ​ກິດ ຊຶ່ງໄດ້ຕິດຕາມເບິ່ງບັນຫາ​
ຂັດ​ແຍ້​ງ​ໃນ​ຊີ​ເຣຍ ​ກ່າວ​ເຖິງການ​ໂຈມ​ຕີ​ທາງ​ອາກາດໃນ​ວັນ​ອັງຄານ​ມື້​ນີ້ວ່າ ​ໄດ້​ສັງຫານ
ພວກ​ນັກ​ລົບ​ຂອງ​ກຸ່ມ YPG ແລະ​ເຈົ້າ​ໜ້າ​ທີ່​ສື່ສານ ຢ່າງ​ນ້ອຍ 18 ຄົນ.

​ພັກ PKK ​ໄດ້​ທຳ​ການ​ຕໍ່ສູ້ ເພື່ີອຮຽກຮ້ອງ​ເອົາສິດທິໃນ​ການ​ປົກຄອງ​ຕົນ​ເອງ​ເພີ່ມ​ຂຶ້ນ
ແລະ​ສ້າງຕັ້ງເຂດປົກຄອງ​ຕົນ​ເອງ​ໃນ​ເທີ​ກີ ນັບ​ຕັ້ງ​ແຕ່ປີ 1984 ​ເປັນຕົ້ນມາ. ບັນຫາ
ຂັດ​ແຍ້​ງນີ້ ​ໄດ້ເຮັດ​ໃຫ້​ມີ 45 ພັນ​ຄົນ ​ເສຍ​ຊີວິດ. ​ເທີ​ກີ ສະຫະລັດ ​ແລະ​ສະຫະພາບ
​ຢູ​ໂຣບ ​ພາກັນລະບຸ​ພັກ PKK ວ່າ ​ເປັນ​ກຸ່ມ​ກໍ່​ການ​ຮ້າຍ.

​ໃນ​ຮອບ​ສອງປີ​ທີ່​ຜ່ານ​ມານີ້ ​ເຮືອບິນ​ລົບຂອງ​ເທີ​ກີ ​ໄດ້​ປະຕິບັດ​ງານ ໂຈມ​ຕີ​ເປັນ
ບາງ​ຄັ້ງ​ຄາວ ​ໃສ່ເຂດ​ເຄີ​ດດິສຖານ​ໃນ​ພາກ​ເໜືອ​ຂອງ​ອີຣັກ ​ແລະ​ທາງ​ພາກ​ຕາ​ເວັນ​
ອອກ ສຽງ​ໃຕ້​ຂອງ​ເທີ​ກີ.

ສົງຄາມ​ທີ່​ຍັງ​ດຳ​ເນີນ​ຢູ່​ຕໍ່ມາ ​ໃນ​ຊີ​ເຣຍ ຍັງ​ໄດ້​ເພີ່ມຄວາມຢ້ານ​ກົວໃຫ້​ແກ່​ເທີ​ກີ ທີ່​ວ່າ ​
ພວກ​ນັກ​ລົບຊາວ​ເຄີ​ດ ​ໄດ້​ເຂົ້າ​ຍຶດ​ເອົາ​ບໍລິ​ເວນ​ສ່ວນ​ໃຫຍ່ ​ທາງ​ພາກ​ເໜືອ​ຂອງ​ຊີ​ເຣຍ
ຈາກພວກນັກ​ລົບກຸ່ມ​ລັດອິດສລາມ. ​ເທີ​ກີ ​ໄດ້​ທຳ​ການ​ຕອບໂຕ້​ໃນ​ທ້າຍ​ປີກາຍ ​
ໂດຍເປີດ​ສາກ​ບຸກ​ໂຈມ​ຕີ​ເຂົ້າ​ໄປ​ ​ໃນ​ຊີ​ເຣຍ ​ໂດຍ​ໃຫ້ການ​ສະໜັບສະໜຸນ​ຕໍ່​ພວກ​ຕໍ່
ຕ້ານ​ລັດ ຖະບານ​ຊີ​ເຣຍ ຜູ້​ຊຶ່ງ​ໃນປັດຈຸ​ບັນ​ນີ້ ​ໄດ້​ເຂົ້າ​ຍຶດ​ເອົາ​ຂົງ​ເຂດ ທີ່​ຍາວ​ຢຽດ
ຕາມ​ຊາຍ​ແດນ​ລະຫວ່າງ​ເຂດ​ທີ່​ຄອບ​ຄອງ​ໂດຍ​ຊາດ​ເຄີ​ດ ​ຕັ້ງ​ແຕ່​ພາກ​ຕາ​ເວັນ​ອອກ
​ແລະ​ຕາ​ເວັນ​ຕົກ. ​

ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິ

XS
SM
MD
LG