ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ນັກຂ່າວ ເທີກີ 35 ຄົນຖືກຈັບ ໃນການພົວພົນ ກັບການ ວິຈານ ທ່ານ Erdogan


ປະທານາທິບໍດີ ເທີກີ ທ່ານ Recep Tayyip Erdogan
ປະທານາທິບໍດີ ເທີກີ ທ່ານ Recep Tayyip Erdogan

ສື່ມວນຊົນໃນທ້ອງຖິ່ນກ່າວວ່າ ພວກເຈົ້າໜ້າທີ່ໃນ ເທີກີ ໄດ້ຄວບ ຄຸມຕົວ 35 ຄົນໄວ້ ໃນວັນອັງຄານມື້ນີ້ ໃນການປະຕິບັດການແນ ເປົ້າໃສ່ຜູ້ສະໜັບສະໜູນພະອົງໜຶ່ງທີ່ຖືກ ກ່າວຫາວ່າພະຍາຍາມ ໂຄ່ນລົ້ມປະທານາທິບໍດີທ່ານ Recep Tayyip Erdogan ນັ້ນ.

ການໂຈມຕີໃນເຂດຊາຍຝັ່ງພາກຕາເວັນຕົກແຫ່ງ Izmir ໄດ້ເກີດ ຂຶ້ນ 2 ມື້ ຫຼັງຈາກການ ລົງຄະແນນສຽງໃນ ເທີກີ ໄດ້ຕັດສິນທີ່ຈະ ສົ່ງຄືນການຄວບຄຸມສ່ວນໃຫຍ່ຂອງສະພາແຫ່ງຊາດ ໃຫ້ແກ່ພັກ ຍຸດຕິທຳ ແລະ ການພັດທະນາ ຫຼື AKP ຂອງທ່ານ Erdogan.

ອົງການຂ່າວສານ The Dogan ໄດ້ກ່າວວ່າ ຕຳຫຼວດໄດ້ເຂົ້າໄປ ໃນຫຼາຍສະຖານທີ່ໃນ ເຂດ Izmir ເພື່ອຄວບຄຸມຕົວຂ້າລັດຖະການ ແລະ ບັນດາເຈົ້າໜ້າ ທີ່ຕຳຫຼວດ ເປັນສ່ວນ ໜຶ່ງຂອງການກວດສອບພວກທີ່ໜູນຫຼັງພະ ສອນສາສະໜາມຸສລິມ ທີ່ຕັ້ງຖິ່ນຖານຢູ່ໃນ ສະຫະລັດ ທ່ານ Fethullah Gulen.

ຜູ້ສະໜັບສະໜູນພັກ ຍຸດຕິທຳ ແລະ ການພັດທະນາ ຫຼຶ AKP ຖືຮູບຂອງປະທານາທິບໍດີ ເທີກີ ທ່ານ Recep Tayyip Erdogan ໃນຂະນະທີ່ປະຊາຊົນພາກັນສະເຫຼີມສະຫຼອງຢູ່ນອກສຳນັກງານໃຫຍ່ຂອງພັກ AKP ໃນນະຄອນ ອິສຕານບູລ, ເທີກີ, ຕອນແລງວັນອາທິດ ທີ 1 ພະຈິກ 2015.
ຜູ້ສະໜັບສະໜູນພັກ ຍຸດຕິທຳ ແລະ ການພັດທະນາ ຫຼຶ AKP ຖືຮູບຂອງປະທານາທິບໍດີ ເທີກີ ທ່ານ Recep Tayyip Erdogan ໃນຂະນະທີ່ປະຊາຊົນພາກັນສະເຫຼີມສະຫຼອງຢູ່ນອກສຳນັກງານໃຫຍ່ຂອງພັກ AKP ໃນນະຄອນ ອິສຕານບູລ, ເທີກີ, ຕອນແລງວັນອາທິດ ທີ 1 ພະຈິກ 2015.

ໃນສັບປະດາທີ່ຜ່ານມາ, ບັນດາເຈົ້າໜ້າທີ່ໄດ້ຍຶດເອົາອົງການສື່ມວນຊົນໜຶ່ງທີ່ໃຫຍ່ທີ່ສຸດ ຂອງ ເທີກີ, ເຊິ່ງໄດ້ຖືກກ່າວຫາວ່າມີສາຍພົວພັນກັບທ່ານ Gulen ເຊັ່ນກັນ. ອີກການໂຈມ ຫຼາຍຄັ້ງ ອື່ນໆໃນເດືອນພຶດສະພາ ໄດ້ສົ່ງຜົນໃຫ້ມີການຈັບກຸມນັກທຸລະກິດຫຼາຍສິບຄົນ ແລະ ເຊື່ອວ່າ ມີການຄົບຫາສະມາຄົມກັບອາຈານສອນສາສະໜາຄົນດັ່ງກ່າວ.

ທ່ານ Erdogan ໄດ້ກ່າວໃນວັນຈັນວານນີ້ວ່າ ໂລກຄວນນັບຖືໄຊຊະນະຂອງພັກການເມືອງ ຂອງທ່ານ, ໃນການອ້າງອີງໃສ່ສື່ມວນຊົນຕາເວັນຕົກ ເຊິ່ງມັກຈະລາຍງານວິຈານນະໂຍບາຍ ຂອງລັດຖະບານຂອງທ່ານ ໃນການປາບປາມນັກວິຈານທັງຫຼາຍ.

ທ່ານ Erdogan ໄດ້ກ່າວຫຼັງຈາກເຂົ້າຮ່ວມສວດມົນທີ່ວັດອິສລາມ ແລະ ຢ້ຽມຢາມສຸສານ ພໍ່ແມ່ຂອງທ່ານ.” ຈົນຮອດປະຈຸບັນນີ້, ຂ້າພະເຈົ້າຍັງບໍ່ທັນໄດ້ເຫັນຄວາມເປັນຜູ້ໃຫຍ່ ດັ່ງກ່າວນັ້ນຈາກໂລກເທື່ອ.”

ໃນການເລືອກຕັ້ງໃນວັນອາທິດທີ່ຜ່ານມານີ້ ແມ່ນເປັນໄປຢ່າງເສລີ ແລະ ມີສັນຕິ, ແຕ່ວ່າ ຜູ້ສັງເກດການເລືອກຕັ້ງສາກົນໄດ້ກ່າວປະນາມການເກືອດຫ້າມສື່ມວນຊົນໃນໄລຍະກ່ອນ ການເລືອກຕັ້ງ, ການຍຶດເອົາບໍລິສັດສື່ມວນຊົນຂອງລັດຖະບານ ແລະ ການສືບສວນສອບ ສວນຄະດີອາຍາຂອງບັນດານັກຂ່າວ ສຳລັບການສະໜັບສະໜູນລັດທິກໍ່ການຮ້າຍ ຫຼື ທຳລາຍຊື່ສຽງຂອງທ່ານ Erdogan.

ໂຄສົກທຳນຽບຂາວທ່ານ Josh Earnest ໄດ້ກ່າວໃນວັນຈັນວານນີ້ວ່າ ລັດຖະບານທ່ານ ໂອບາມາໄດ້ສະແດງຄວາມເປັນຫ່ວງທັງໂດຍທາງສ່ວນລວມ ແລະ ສ່ວນຕົວກ່ຽວກັບ “ເສລີ ພາບຂອງສື່ມວນຊົນ, ເສລີພາບໃນການເວົ້າ ແລະ ເສລີພາຍຂອງການຊຸມນຸມໃນ ເທີກີ.” ທ່ານໄດ້ກ່າວວ່າ ທຳນຽບຂາວ “ໄດ້ມີຄວາມເປັນຫ່ວງວ່າຢ່າງເລິກເຊິ່ງວ່າ ສື່ມວນ ຊົນ ແລະ ນັກຂ່າວແຕ່ລະຄົນ ທີ່ວິຈານລັດຖະບານຈະຖືກກົດດັນ ແລະ ຂົ່ມຂູ່ໃນລະຫວ່າງການໂຄ ສະນາຫາສຽງ.”

Turkey Elections
please wait
Embed

No media source currently available

0:00 0:00:51 0:00

XS
SM
MD
LG