ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ເທີກີ ຍິງເຮືອບິນລົບ ຣັດເຊຍຕົກ ຢູ່ບໍລິເວນຊາຍແດນ ຕິດກັບ ຊີເຣຍ


ກ

ຣັດ​ເຊຍ ​ໄດ້​ກ່າວໃນວັນອັງຄານ​ມື້ນີ້ວ່າ ນຶ່ງ​ໃ​ນເຮືອບິນ​ລົບ​ອາຍ​ພົ່ນ Su-24 ຂອງ​ຕົນ​ຖືກ​ຍິງຕົກ ຢູ່​ໃນບໍລິ​ເວນ​ຊາຍ​ແດນ​ລະຫວ່າງ​ເທີ​ກີ ​ຕິດ​ກັບ​ຊີ​ເຣຍ ແຕ່ໄດ້​ກ່າວວ່າ “ມັນ​ແມ່ນ​ການ​ຍິງ​ຈາກ​ພາກ​ພື້ນ​ດິນ​ ທີ່​ພາ​ໃຫ້​ເຮືອບິນ​ຕົກ​.”

ແຕ່​ເຖິງ​ຢ່າງ​ໃດ​ກໍ​ຕາມ ເຈົ້າໜ້າ​ທີ່​ທະຫານ​ຂອງ​ເທີ​ກີ ​ໄດ້​ກ່າວ​ວ່າ​ ເຮືອບິນ​ລົບ​ໄອ​ພົ່ນ F-16 ຂອງ​ຕົນ ​ໄດ້​ຍິງເຮືອບິນ​ລົບ​ລຳ​ດັ່ງກ່າວ ຫຼັງຈາກເຮືອບິນໄດ້​ລະ​ເມີດ​ນ່ານຟ້າ​ຂອງ​ປະ​ເທດ​ ​ແລະ​ເມີນ​ເສີຍ​ຕໍ່​ການເຕືອນ​ຫຼາຍໆ​ຄັ້ງ ເພື່ອ​ໃຫ້​ບິນ​ອອກ​ໄປ.

ພາບທີ່ນຳມາຈາກ ວີດີໂອ ໂດຍ Haberturk TV, ສະແດງໃຫ້ເຫັນເຮືອບິນອາຍພົນຂອງຣັດເຊຍ ຖືກໄຟໄໝ້ ດິ່ງລົງສູ່ດິນຂ້າງພູ ເບິ່ງຈາກແຂວງ Hatay, Turkey, 24 ພະຈິກ, 2015.
ພາບທີ່ນຳມາຈາກ ວີດີໂອ ໂດຍ Haberturk TV, ສະແດງໃຫ້ເຫັນເຮືອບິນອາຍພົນຂອງຣັດເຊຍ ຖືກໄຟໄໝ້ ດິ່ງລົງສູ່ດິນຂ້າງພູ ເບິ່ງຈາກແຂວງ Hatay, Turkey, 24 ພະຈິກ, 2015.


ກະຊວງ​ປ້ອງ​ກັນປະ​ເທດ​ຂອງຣັດ​ເຊຍ ​ໄດ້​ກ່າວ​ວ່າ ​ເຮືອບິນ​ລົບ​ອາຍ​ພົ່ນຂອງ​ຕົນບໍ່​ໄດ້​ບິນ
ອອກ​ຈາກເຂດ​ແດນຂອງຊີ​ເຣຍ ​ເລີຍ. ຣັດ​ເຊຍ ຍັງ​ໄດ້​ກ່າວ​ອີກ​ວ່າ ບັນດາ​ນັກ​ບິນ​ຂອງ​ຕົນໄດ້​ໂດດ​ອອກ​ຈາກ​ເຮືອບິນ ​ແຕ່​ວ່າ ຊາຕາກຳຂອງ​ພວກ​ເຂົາ​ເຈົ້າ​ນັ້ນຍັງ​ບໍ່ທັນ​ເປັນ​ທີ່​ຊາບ​ໄດ້​ເທື່ອ. ວີ​ດີ​ໂອ​ຈາກ​ເຂດ​ທ້ອງ​ຖິ່ນ ສະ​ແດງໃຫ້​ເຫັນວ່າ ​ໄດ້​ມີ​ນັກ​ບິນ​ສອງ​ຄົນໂດດຈ້ອງ​ລົງ​ມາຈາກ​ເທິງເວຫາ.

​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດສະຫະລັດກ່າວ​ວ່າ ​ພວກ​ເຂົາ​ເຈົ້າ​ຍັງ​ບໍ່​ສາມາດ​ຢືນຢັນ
ກ່ຽວກັບ ​ລາຍ​ງານ​ຂ່າວ​ທີ່​ວ່າ ​ເຮືອບິນ​ລົບ​ອາຍພົ່ນຂອງ​ເທີ​ກີ ​ໄດ້​ຍິງ​ເຮືອບິນ​ລົບທີ່​ບໍ່​ຊາບ​ຝ່າຍ​ຕົກ ​ ​ແຕ່​ຕົນ​ກໍ​ໄດ້​ຕິດຕາມ​ເບິ່ງ​ສະຖານະ​ການຢ່າງ​ໃກ້ຊິດ.


ບັນດາ​ເຈົ້າ​ ໜ້າ​ທີ່​ເທີ​ກີ ​ໄດ້​ອອກ​ຄຳ​ເຕືອນຫຼາຍໆ​ເທື່ອ​ແລ້ວ ກ່ຽວ​ກັບ​ການລະ​ເມີດ​ເຂດ​ນ່ານຟ້າຂອງ​ເຮືອບິນ​ ​ໃນ​ລະຫວ່າງສົງຄາ​ມການ​ເມືອງ​ໃນຊີ​ເຣຍ ທີ່​ຍືດ​ເຍື້ອມາ​ໄດ້​ຫຼາຍ​ກວ່າ 4 ປີ​ເຄິ່ງ​ແລ້ວນັ້ນ. ກອງ​ກຳລັງ​ຂອງ​ເທີ​ກີ​ໄດ້​ຍິງ​ເຮືອບິນ​ເຮ​ລິ​ຄອບ​ເຕີຊີ​ເຣຍລຳ​ນຶ່ງ​ໃນ​ປີ 2013 ແລະ​ໃນ​ເດືອນ​ແລ້ວນີ້ ກໍ​ໄດ້​ຍິງ​ເຮືອບິນ​ທີ່​ບໍ່​ມີ​ຄົນ​ຂັບ ທີ່​ໄດ້​ບິນ​ລະ​ເມີດ​ເຂົ້າ​ໄປ​ໃນ​ເຂດ​ນ່ານຟ້າຂອງຕົນ. ​ເທີ​ກີ ຍັງ​ໄດ້​ຈົ່ມ​ວ່າ ມີ​ຢ່າງ​ນ້ອຍສອງ​ໂອກາດ ທີ່​ເຮືອບິນ​ລົບຂອງຣັດ​ເຊຍ ​ໄດ້​ບິນ​ລ່ວງ​ລ້ຳ​ເຂດ​ນ່ານຟ້າ​ຂອງຕົນ.

ຣັດ​ເຊຍ ​ໄດ້​ເລີ້ມ​ການ​ໂຈມ​ຕີທາງ​ທະຫານ ​ໃນ​ຊີ​ເຣຍ ​ໃນ​ທ້າຍ​ເດືອນ​ກັນຍາ​ທີ່​ຜ່ານ​ມາ. ​ໃນ​ເດືອນ​ຕຸລາ, ຣັດ​ເຊຍ​ໄດ້​ບັນລຸ​ຂໍ້​ຕົກລົງ​ກັບ​ສະຫະລັດ ຊຶ່ງ​ເປັນ​ຜູ້ນຳ​ພາ​ບັນດາ​ປະ​ເທດ​ແນວ​ໂຮມໃນ​ການ​ປະຕິບັດ​ງານ​ຖິ້ມ​ລະ​ເບີດ​ ​ໂຈມ​ຕີ​ພວກ​ຫົວ​ຮຸນແຮງ​ໃນ​ຊີ​ເຣຍ ເພື່ອຮັກສາໄລຍະ ທີ່​ປອດ​ໄພ ​ແລະ​ການ​ຕິດ​ຕໍ່​ສື່ສານ ​ເພື່ອ​ປ້ອງ​ກັນ​ເຫດການ​ຮ້າຍ​ກາງ​ອາກາດ.

XS
SM
MD
LG