ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເຮືອບິນລົບ ເທິກີ ຖິ້ມ ລະເບີດ ໂຈມຕີເປົ້າໝາຍ ລັດອິສລາມ ໃນຊີເຣຍ


ເຮືອບິນທະຫານເທີກີ A400M ຈອດຢູ່ຖານທັບອາກາດ Incirlik ທີ່ເມືອງ Adana ໃນພາກໃຕ້ຂອງປະເທດເທີກີ.
ເຮືອບິນທະຫານເທີກີ A400M ຈອດຢູ່ຖານທັບອາກາດ Incirlik ທີ່ເມືອງ Adana ໃນພາກໃຕ້ຂອງປະເທດເທີກີ.

ໃນຂະນະທີ່ເທິ​ກີ ​ທຳການການ​ໂຈມຕີຮອບໃໝ່ ຢູ່​ສອງຂົງ​ເຂດ
​ໃນ​ວັນ​ເສົາ​ມື້​ນີ້ ນາຍົກລັດຖະມົນຕີ ກ່າວ​ວ່າ ການ​ປະຕິບັດ​ງານ
ດ້ານຄວາມ​ປອດ​ໄພ​ຂອງ​ປະ​ເທດ ຈະ​ດຳ​ເນີນຕໍ່​ໄປ ຕາບໃດທີ່
ຍັງມີຄວາມ​ຈຳ​ເປັນ​ຢູ່.

ນາ​ຍົກ​ລັດຖະມົນ​ຕີ Ahmet Davutoglu ກ່າວ​ຢູທີ່​ນະຄອນ
ຫລວງ Ankaraວ່າ “ການ​ປະ​ຕິບັດ​ງາ​ນເຫຼົ່ານີ້ ບໍ່​ແມ່ນ​ຈຸດ​ດຽວ​
ຂອງ​ການ​ປະຕິບັດ​ງານ ​ແລະ​ຈະ​ດຳ​ເນີນ​ຕໍ່ໄປ ​ຕາບໃດ​ທີ່ຍັງ​ມີ​
ການ​ຂົ່ມຂູ່​ຕໍ່ເທີ​ກີຢູ່. ບໍ່​ມີ​ໃຜ​ຄວນຈະ​ມີ​ຄວາມສົງ​ໄສ ໃນ​ຄວາມ
​ໝັ້ນ​ໝາຍ​ຂອງ​ພວກ​ເຮົາ. ພວກ​ເຮົາ​ຈະ​ບໍ່ອະນຸຍາດ​ໃຫ້ເທີ​ກີ
ກາຍເປັນ ​ປະ​ເທດ​ທີ່​ບໍ່​ມີ​ກົດໝາຍ.”

ກອງທັບເທີກີຍັງສືບຕໍ່ທຳການໂຈມຕີ ທີ່​ໄດ້​ເລີ້ມມາ​ແຕ່ວັນ​ສຸກ​ວານ​ນີ້ ​ໂດຍແນເປົ້າ​ໝາຍ
ໃສ່ພວກນັກລົບ​ລັດ​ອິສລາມ ຢູ່​ໃນ​ຊີ​ເຣຍ. ຍິ່ງ​ໄປ​ກວ່າ​ນັ້ນ ​ເທີ​ກີ ​ຍັງໄດ້​ເລີ້ມ​ທຳການ​ໂຈມ​
ຕີທາງ​ອາກາດຮອບໃໝ່ ​ໃສ່​ພັກ​ກຳມະກອນ​ຊາວເຄີດນອກ ກົດໝາຍ ຫລື PKK ຢູ່​ພາກ​
ເໜືອ​ອີຣັກ.

ທ່ານ Davutoglu ກ່າວ​ວ່າ "ການ​ໂຈມ​ຕີ​ໄດ້​ແນ​ເປົ້າ​ໝາຍໃສ່ກຸ່ມ​ກໍ່​ການ​ຮ້າຍ ລັດ ອິສລາມ
​ໃນຊີ​ເຣຍ ​ແລະ ກຸ່ມ​ກໍ່​ການ​ຮ້າຍ PKK ໃນ​ພາ​ກ​ເໜືອ​ອີຣັກ."​

ການ​ໂຈມ​ຕີ​ກຸ່ມ PKK ​ເປັນ​ຂີດ​ໝາຍ​ເທື່ອ​ທຳ​ອິດ ທີ່ເທີ​ກີໄດ້​ໂຈມ​ຕີທາງອາກາດຕໍ່ຊາວເຄີ​ດ
ຢູ່​ໃນ​ອີຣັກ ນັບ​ແຕ່​ໄດ້​ມີການປະກາດ ກ່ຽວກັບຂໍ້ຕົກລົງສັນຕິພາບໃນ​ປີ 2013​. ຖະ​ແຫ​ລງ
ການ​ລັດຖະບານ ສະບັບ​ນຶ່ງ​ກ່າວ​ວ່າ ​ເຮື​ອບິນ​ລົບ​ເທີ​ກີ ​ໄດ້​ຖີ້ມລະ​ເບີດ​ໃສ່​ທີ່​ພັກ​ຂອງກຸ່ມ PKK ​ຂຸ​ມຫລົບໄພ ສາງ​ເກັບ​ເຄື່ອງ ​ແລະ “​ເປົ້າ​ໝາຍດ້ານພະລາທິການ​” ອື່ນໆອີກ.

ທະຫານເທິກີ ລາດຕະເວນໃກ້ຊາຍແດນ ຊີເຣຍ ນອກໝູູ່ບ້ານ Elbeyli.
ທະຫານເທິກີ ລາດຕະເວນໃກ້ຊາຍແດນ ຊີເຣຍ ນອກໝູູ່ບ້ານ Elbeyli.

ກຸ່ມ PKK ກ່າວ​ຢູ່​ໃນ​ໜ້າ​ເວັບ​ໄຊ​ຕ໌ຂອງຕົນວ່າ “ການ​ຢຸດ​ຍິງ​ ບໍ່​ມີ​ຄວາມໝາຍ​ໃດໆ​ອີກ ຫລັງ​
ຈາກ​ມີການ​ຖີ້ມລະ​ເບີດຢ່າງ​ໜັກ​ໜ່ວງ ​ໂດຍ​ທະຫານ​ຍຶດຄອງເທີ​ກີ.”

​ໂຄສົກຂອງກຸ່ມ PKK ທ່ານ Bakhtiar Dogan ກ່າວ​ຕໍ່​ອົງການ​ຂ່າວ​ຝຣັ່ງວ່າ “​ບັນດາ​ເຮືອ
ບິນ​ລົບເທີ​ກີ ​ໄດ້​ເລີ້ມ​ຖີ້ມລະ​ເບີ​ດ​ໃສ່​ທີ່ໝັ້ນຂອງ​ພວກ​ເຮົາໃກ້​ກັບ​ຊາຍ ​ແດນ ຕິດ​ຕາ​ມດ້ວຍ
ການ​ຍິງປືນ​ໃຫຍ່ຖະຫລົ່ມ.”

​ໃນ​ວັນ​ສຸກ​ວານ​ນີ້ ​ເທີ​ກີ ເລີ້ມ​ທຳ​ການ​ໂຈມ​ຕີ​ທາງອາກາດຂ້າມ​ຊາຍ​ແດນຕໍ່ເປົ້າໝາຍຂອງ
ກຸ່ມລັດ​ອິສລາມ ​ແລະ​ເປີ​ດຖານ​ທັບ​ອາກາດຕ່າງໆຂອຕົນ ໃຫ້ແກ່​ເຮືອບິນ​ລົບສະຫະລັດ ​ເພື່ອ​ທຳ​ການ​ໂຈມ​ຕີ​ກຳລັງ​ຫົວ​ຮຸນ​ແຮງ​ຈັດ​ ໃນຊີ​ເຣຍ.

US Turkey
please wait
Embed

No media source currently available

0:00 0:02:18 0:00

XS
SM
MD
LG