ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເຮືອບິນລົບ ເທີກີ ເຂົ້າຮ່ວມ ແນວໂຮມ ນຳໜ້າໂດຍ ສະຫະລັດ ໂຈມຕີພວກ IS


ເຮືອບິນລົບຂອງທະຫານອາກາດ ເທີກີ ບັນຈຸລູກສອນໄຟ ຫຼັງຈາກບິນຂຶ້ນຈາກ ຖານທັບອາກາດ Incirlik, ໃນເມືອງ Adana, ພາກໃຕ້ຂອງ ເທີກີ, 29 ກໍລະກົດ, 2015.
ເຮືອບິນລົບຂອງທະຫານອາກາດ ເທີກີ ບັນຈຸລູກສອນໄຟ ຫຼັງຈາກບິນຂຶ້ນຈາກ ຖານທັບອາກາດ Incirlik, ໃນເມືອງ Adana, ພາກໃຕ້ຂອງ ເທີກີ, 29 ກໍລະກົດ, 2015.

ຕາມຖະ​ແຫລ​ງການ​ກະຊວງ​ການ​ຕ່າງປະ​ເທດໃນ​ວັນ​ເສົາ​ວານ​ນີ້​ແມ່ນ​ວ່າ ເຮືອບິນ​ລົບ​ ​ເທີ​ກີ ​ໄດ້​ດຳ​ເນີນ​ການ​ໂຈມ​ຕີ​ທາງ​ອາກາດ​ຄັ້ງ​ທຳ​ອິ​ດ ​ເປັນ​ສ່ວນ​ໜຶ່ງ​ຂອງແນວ​ໂຮມ​ນຳ​ໜ້າ​ໂດຍ ສະຫະລັດ​ ຕໍ່​ພວກ​ກຸ່ມ​ລັດ​ອິສລາມ ​ໃນ​ຊີ​ເຣຍ ນັ້ນ.

​ເຮືອ​ບິນ​ລົບ​ໄ​ດ້​ເລີ່​ມການ​ໂຈ​ມຕີພວກ​ IS ​ເປົ້າໝາຍຂອງ​ຕົນ ​ໃນ​ຕອນ​ຄ່ຳ​ຂອງ​ວັນ​ເສົາ​ວານ​ນີ້ ຜ່ານ​ເຂດ​ຊາຍແດນ​ໃນ​ ຊີ​ເຣຍ ທີ່​ເຫັນ​ວ່າ​ເປັນ​ໄພ​ຂົ່ມຂູ່​ຕໍ່​ ​ເທີ​ກີ.

ຫລັງ​ຈາກ​ການ​ເລື່ອນ​ເວລາ​ຫລາຍ​ເດືອນ, ​ເທີ​ກີ ​ໄດ້ຕົກລົງ​ເຫັນ​ດີ​ໃນ​ເດືອນ​ທີ່​ຜ່ານ​ມາ​ ເພື່ອ​ດຳ​ເນີ​ນການ​ປະຕິບັດ​ການ​ທີ່​ມີ ປະສິດທິພາບ ຂຶ້ນຕື່ມ​ ​ໃນການ​ຕໍ່ສູ້​ກັບ​ພວກ​ຫົວ​ຮຸນ​ແຮງ ລັດ​ອິສລາມ. ເຮືອບິນ​ລົບ ​ເທີ​ກີ ​ໄດ້​ໃຊ້​ລະ​ເບີດ​ສະຫລາດ​ເພື່ອ​ໂຈ​ມຕີ​ທີ່​ຕັ້ງຂອງ​ພວກ IS ​ໃນ​ ຊີ​ເຣຍ, ​ໂດຍ​ປາສະຈາກ​ການ​ເຂົ້າ​ໄປ​ໃນ​ນ່ານຟ້າ​ຂອງ​ ຊີ​ເຣຍ ​ແ​ລະ ຕໍ່ມາ ​ເທີ​ກີ​ ກໍ​ໄດ້​ອະ​ນຸຍາດ​ໃຫ້ ​ເຮື​ອບິນ​ລົບ​ຂອງ ສະຫະລັດ ​ເຂົ້າ​ໄປ​ໃນ​ຖານ​ທັບ​ອາກາດ​ທີ່​ສຳຄັນໃກ້​ກັບ​ເຂດ​ຊາຍ​ແດນ ຊີ​ເຣຍ.

ກະຊວງ​ການ​ຕ່າງປະ​ເທດໄດ້​ກ່າວ​ໂດຍໃຊ້ຊື່ຫຍໍ້ສຳລັບພວກ IS ວ່າ ​ເຮືອບິນ​ລົບ​ຂອງພວກ​ເຮົາ​ພ້ອມ​ກັບ​ເຮືອບິນ​ລົບ​ທີ່​ເປັນຂອງ​ພັນທະ​ມິດ​ໄດ້​ເລີ່​ມຂຶ້ນ​ໃນ​ຕອນ​ຄ່ຳ​ວານ​ນີ້​ ເພື່ອ​ຮ່ວມ​ກັນ​ດຳ​ເນີນ​ງານທາງ​ອາກາດ​ຕໍ່ເປົ້າ​ໝາຍ​ພວກ Daesh ທີ່​ເປັນໄພຂົ່ມຂູ່ຕໍ່ຄວາມໝັ້ນຄົງ ຂອງປະເທດເຮົາ.

ການຕໍ່ສູ້ຕໍ່ຕ້ານອົງການກໍ່ການຮ້າຍແມ່ນບູລິມະສິດສຳລັບ ເທີກີ. ຖະແຫລງການດັ່ງກ່າວ ບໍ່ໄດ້ໃຫ້ຂໍ້ມູນເພີ່ມເຕີມກ່ຽວກັບ ເປົ້າໝາຍການ ໂຈມຕີນີ້.

ໃນນະຄອນລວງ ວໍຊິງຕັນ, ໂຄສົກທຳນຽບຫ້າແຈໄດ້ກ່າວວ່າ ສະຫະລັດ ຍົກຍ້ອງ ເທີກີ ​ໃນການເຂົ້າຮ່ວມການປະຕິບັດງານ ຂອງພັນທະມິດ ຕໍ່ຕ້ານພວກ IS ຂອງພວກເຂົາ​ເຈົ້າ.

ການໂຈມຕີຂອງ ເທີກີ ໄດ້ເກີດຂຶ້ນຫລັງຈາກເຈົ້າໜ້າທີ່ຂອງ ເທີກີ ແລະ ສະຫະລັດ ໄດ້ປະກາດວ່າ ພວກເຂົາ​ເຈົ້າໄດ້ບັນລຸຂໍ້ຕົກລົງທາງດ້ານ ເທັກນິກ ກ່ຽວກັບ ການຮ່ວມມື ຂອງພວກເຂົາ​ເຈົ້າ, ເຊິ່ງຮຽກຮ້ອງໃຫ້ ເທີກີ ເຂົ້າຮ່ວມໃນການຕໍ່ສູ້ທາງອາກາດຂອງ ພັນທະມິດຢ່າງເຕັມສ່ວນ.

Turkey Syria Airstrike
please wait

No media source currently available

0:00 0:00:38 0:00

XS
SM
MD
LG