ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ການໂຈມຕີທາງອາກາດ ໃນຊີເຣຍ ໂດຍເທີກີ ສັງຫານ ພົນລະເຮືອນ 35 ຄົນ


Syria
please wait
Embed

No media source currently available

0:00 0:02:13 0:00

ພວກກະບົດ ຊີເຣຍ ທີ່ໄດ້ຮັບການສະໜັບສະໜູນຈາກ ເທີກີ ໄດ້ເຂົ້າຄວບຄຸມຢ່າງໜ້ອຍ 4 ໝູ່ບ້ານ ແລະ ໜຶ່ງເມືອງຈາກພວກກອງກຳລັງທີ່ນຳໜ້າໂດຍຊາວເຄີດ ໃນພາກເໜືອ ຂອງ ຊີເຣຍ ທ່າມກາງການລາຍງານວ່າ ການໂຈມຕີທາງອາກາດຂອງ ເທີກີ ໄດ້ຂ້າ ພົນລະເຮືອນ ໃນຂົງເຂດດັ່ງກ່າວ ຕາຍຢ່າງໜ້ອຍ 35 ຄົນ.

ພວກກະບົດ ແລະ ຄອບຄົວຂອງພວກເຂົາເຈົ້າ ເດີນທາງໄປຮອດເຂດຊານເມືອງ Daraya ຂອງ Damascus Daraya ຫຼັງຈາກທີ່ໄດ້ຖືກກົດດັນໃຫ້ອອກໜີໄປຈາກ ເມືອງ Babiska ຂອງແຂວງ Idlib ໃນຊີເຣຍ, ວັນທີ 27 ສິງຫາ 2016.
ພວກກະບົດ ແລະ ຄອບຄົວຂອງພວກເຂົາເຈົ້າ ເດີນທາງໄປຮອດເຂດຊານເມືອງ Daraya ຂອງ Damascus Daraya ຫຼັງຈາກທີ່ໄດ້ຖືກກົດດັນໃຫ້ອອກໜີໄປຈາກ ເມືອງ Babiska ຂອງແຂວງ Idlib ໃນຊີເຣຍ, ວັນທີ 27 ສິງຫາ 2016.

ພວກນັກສິ້ງຊອມຈາກອົງການສັງເກດການເພື່ອສິດທິມະນຸດ ຊີເຣຍ ທີ່ມີຫ້ອງການຕັ້ງຢູ່ ອັງກິດ ກ່າວວ່າໃນການໂຈມຕີໃນວັນອາທິດວານນີ້ປະຊາຊົນ 20 ຄົນ ໄດ້ຖືກຂ້າຕາຍ ໃນບ້ານ Jub-al-Kousa, ແລະ ອີກ50 ຄົນ ໄດ້ຮັບບາດເຈັບ ໃນຂົງເຂດແຫ່ງໜຶ່ງ ທີ່ຖືກ ຄວບຄຸມໂດຍພວກທະຫານບ້ານ ທີ່ເປັນພັນທະມິດກັບ ກອງກຳລັງປະຊາທິປະໄຕ ຊີເຣຍ ທີ່ໄດ້ຮັບການໜູນຫຼັງໂດຍຊາວ ເຄີດ. ອົງການສັງເກດການນັ້ນກ່າວວ່າ ການໂຈມຕີ ທາງ ອາກາດອີກຄັ້ງໜຶ່ງ ໄດ້ຂ້າພົນລະເຮືອນ 15 ຄົນ ແລະ ເຮັດໃຫ້ 20 ຄົນ ຢູ່ໃກ້ເມືອງ Al-Armana ໄດ້ຮັບບາດເຈັບ.

ພວກລົດຖັງ ໄດ້ປະຈຳການຢູ່ໃກ້ ເຂດຊາຍແດນຂອງຊີເຣຍ, ໃນເມືອງ Karkamis ຂອງ Turkey, ວັນທີ 27 ສິງຫາ 2016.
ພວກລົດຖັງ ໄດ້ປະຈຳການຢູ່ໃກ້ ເຂດຊາຍແດນຂອງຊີເຣຍ, ໃນເມືອງ Karkamis ຂອງ Turkey, ວັນທີ 27 ສິງຫາ 2016.

ກອງທັບ ເທີກີ ໄດ້ກ່າວໃນວັນອາທິດວານນີ້ວ່າ ການໂຈມຕີທາງອາກາດ ໃນພາກເໜືອ ຂອງ ຊີເຣຍ ໄດ້ຂ້າພວກຫົວຮຸນແຮງຊາວ ເຄີດ ແລະ ທັງໄດ້ປະຕິເສດວ່າ ພົນລະເຮືອນ ບໍ່ໄດ້ຖືກຂ້າຕາຍ. ນອກນີ້ກອງທັບ ເທີກີ ຍັງໄດ້ກ່າວວ່າ ພວກເຂົາເຈົ້າມີຄວາມມຸ່ງໝັ້ນ ທີ່ຈະປົກປ້ອງພວກພົນລະເຮືອນພາຍໃຕ້ກົດໝາຍສາກົນ.

ອົງການຂ່າວ Anadolu ຂອງລັດຖະບານ ເທີກີ ກ່າວວ່າ ພວກຫົວຮຸນແຮງຊາວເຄີດ ທີ່ໄດ້ເສຍຊີວິດແມ່ນ “ສະມາຊິກຂອງພວກກໍ່ການຮ້າຍ” ຂອງພັກກຳມະກອນຊາວ ເຄີດ ຫຼື PKK ທີ່ຕັ້ງຖິ່ນຖານຢູ່ໃນ ເທີກີ ແລະ ພັກສະຫະພັນປະຊາທິປະໄຕ ຊີເຣຍ ຫຼື PYD.

Turkish Airstrikes Hit Northern Syria
please wait

No media source currently available

0:00 0:00:47 0:00

ກອງທັບ ເທີກີ ພ້ອມພັນທະມິດກະບົດ ຊີເຣຍ, ກຳລັງຕໍ່ສູ້ເປັນມື້ທີ 5 ເຊິ່ງມີເປົ້າໝາຍ ເພື່ອ ຂັບໄລ່ກອງກຳລັງຊາວ ເຄີດ ທີ່ເປັນພັນທະມິດກັບ ສະຫະລັດ ແລະ ພວກຫົວຮຸນແຮງ ລັດອິສລາມ ອອກໄປຈາກເມືອງເຂດຊາຍແດນ Jarablus ຂອງ ຊີເຣຍ, ເຊິ່ງມີຊາແດນ ຕິດກັບ ເທີກີນັ້ນ.

ປະທານາທິບໍດີ ເທີກີ ທ່ານ Recep Tayyip Erdogan ໄດ້ກ່າວໃນການຊຸມນຸມ ວັນ ອາທິດວານນີ້ວ່າ ຜູ້ທີ່ອາໄສຢູ່ໃນເມືອງ Jarablus ກຳລັງເດີນທາງກັບຄືນບ້ານເຮືອນ ຂອງພວກເຂົາເຈົ້າ ຫຼັງຈາກພວກກອງກຳລັງທີ່ໄດ້ຮັບການໜູນຫຼັງຈາກ ເທີກີ ຍຶດມັນໄດ້ ຄືນມາຈາກພວກ ລັດອິສລາມ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG