ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ເທີກີ ຖອນກຳລັງ ອອກຈາກ ອີຣັກ


ລົດຫຸ້ມເກາະ ທະຫານ ເທີກີ ຂັບຜ່ານຖານລາດຕະເວນນ້ອຍຢູ່
ເທິງພູສູງ Cukurca ໃກ້ກັບເຂດຊາຍແດນ ອີຣັກ ໃນພາກຕາ
ເວັນອອກສຽງໃຕ້ຂອງ ເທີກີ.
ລົດຫຸ້ມເກາະ ທະຫານ ເທີກີ ຂັບຜ່ານຖານລາດຕະເວນນ້ອຍຢູ່ ເທິງພູສູງ Cukurca ໃກ້ກັບເຂດຊາຍແດນ ອີຣັກ ໃນພາກຕາ ເວັນອອກສຽງໃຕ້ຂອງ ເທີກີ.

ສື່ມວນຊົນຂອງລັດຖະບານໄດ້ກ່າວໃນວັນຈັນມື້ນີ້ວ່າ ເທີກີ ໄດ້ ຖອນກອງກຳລັງບາງສ່ວນຂອງພວກເຂົາເຈົ້າ ອອກຈາກຄ້າຍແຫ່ງ ໜຶ່ງຢູ່ນອກເມືອງ Mosul ຂອງປະເທດ ອີຣັກ, ເຊິ່ງເປັນສ່ວນໜຶ່ງ ຂອງສິ່ງທີ່ບັນດາເຈົ້າ ໜ້າທີ່ທະຫານກ່າວວ່າ “ການຈັດແຈງຄືນ ໃໝ່.”

ກອງກຳລັງຂອງ ເທີກີ ໄດ້ປະຕິບັດການໃນ ອີຣັກ ເພື່ອຊ່ວຍຝຶກ ຊ້ອມໃຫ້ກັບພວກ ນັກຮົບໃນທ້ອງຖິ່ນ ແລະ ໃນຕົ້ນເດືອນນີ້ທະ ຫານໄດ້ສົ່ງກອງກຳລັງເພີ່ມເຕີມ ໄປໃນເຂດເມືອງ Mosul ໂດຍ ກ່າວວ່າພວກເຂົາເຈົ້າມີຄວາມຕ້ອງການເພື່ອ ການປ້ອງກັນຕົວ.

ແຜນທີ່ເມືອງ Mosul ປະເທດ ອີຣັກ.
ແຜນທີ່ເມືອງ Mosul ປະເທດ ອີຣັກ.

ການເຄື່ອນໄຫວດັ່ງກ່າວໄດ້ເຮັດໃຫ້ລັດຖະບານ ອີຣັກ ບໍ່ພໍໃຈ, ເຊິ່ງໄດ້ສັ່ງໃຫ້ ເທີກີ ຖອນກອງ ກຳລັງຂອງພວກເຂົາເຈົ້າອອກ ແລະ ຂູ່ວ່າຈະນຳເອົາເລື່ອງ ດັ່ງກ່າວຂຶ້ນຫາອົງການ ສະຫະປະ ຊາຊາດ. ເຈົ້າໜ້າທີ່ຂັ້ນສູງຂອງ ເທີກີ 2 ຄົນໄດ້ ເດີນທາງໄປນະຄອນຫຼວງ Baqhdad ໃນສັບ ປະດາທີ່ຜ່ານມາເພື່ອພະຍາຍາມ ຜ່ອນຄາຍສະຖານະການລົງ, ແຕ່ ອີຣັກ ໄດ້ສືບຕໍ່ອອກຄຳ ສັ່ງໃຫ້ກອງກຳລັງຊຸດ ໃໝ່ຖອນໂຕອອກໄປຢ່າງກະທັນຫັນ.

ສື່ມວນຊົນລັດຖະບານ ເທີກີ ກ່າວວ່າ ການເຄື່ອນໄຫວຂອງວັນຈັນມື້ນີ້ ລວມມີ ຍານພາຫະນະ ທະຫານ 10 ຫາ 12 ຄັນເປັນສ່ວນໜຶ່ງຂອງຂະບວນທະຫານ ຊຸດໜຶ່ງທີ່ໄດ້ເດີນທາງອອກຈາກ ເມືອງ Mosul ຫາພາກເໜືອຂອງປະເທດ.

XS
SM
MD
LG