ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ເທີກີ ຮັບຮອງການລົງປະຊາມະຕິ ຂະຫຍາຍ ອຳນາດ ປະທານາທິບໍດີ


ພວກຜູ້ສະໜັບສະໜູນແກວ່ງທຸກໄປມາ ໃນຂະນະທີ່ພວກເຂົາເຈົ້າລໍຖ້າປະທານາທິບໍດີຂອງ ເທີກີ ທ່ານ Recep Tayyip Erdogan ເດີນທາງຮອດການຊຸມນຸມຄັ້ງສຸດທ້າຍກ່ອນການລົງປະຊາມະຕິ. ນະຄອນ ອິສຕັນບູລ, ປະເທດ ເທີກີ. 15 ເມສາ, 2017.
ພວກຜູ້ສະໜັບສະໜູນແກວ່ງທຸກໄປມາ ໃນຂະນະທີ່ພວກເຂົາເຈົ້າລໍຖ້າປະທານາທິບໍດີຂອງ ເທີກີ ທ່ານ Recep Tayyip Erdogan ເດີນທາງຮອດການຊຸມນຸມຄັ້ງສຸດທ້າຍກ່ອນການລົງປະຊາມະຕິ. ນະຄອນ ອິສຕັນບູລ, ປະເທດ ເທີກີ. 15 ເມສາ, 2017.

ປະທານາທິບໍດີຂອງ ເທີກີ ໄດ້ອ້າງເອົາໄຊຊະນະໃນການລົງປະຊາມະຕິ ທີ່ໄດ້ຮັບຄະ
ແນນສູສີກັນ ກ່ຽວກັບ ການປ່ຽນແປງປະເທດຂອງທ່ານ ຈາກລະບົບສະພາແຫ່ງຊາດ
ໄປສູ່ອຳນາດບໍລິຫານຂອງປະທານາທິບໍດີ. ແຕ່ບັນດາພັກຝ່າຍຄ້ານຕ່າງໆໄດ້ພາກັນຕໍ່
ວ່າ ກ່ຽວກັບ ຜົນຂອງຄະແນນດັ່ງກ່າວ ໂດຍອ້າງວ່າມັນມີການສໍ້ໂກງ. ນັກຂ່າວ Dorian
Jones ສົ່ງລາຍງານມາໃຫ້ ວີໂອເອ ຈາກນະຄອນ ອິສຕັນບູລ, ເຊິ່ງ ພຸດທະສອນ ຈະ
ນຳລາຍລະອຽດມາສະເໜີທ່ານ.

ປະທານາທິບໍດີທ່ານ Recep Tayyip Erdogan ໄດ້ອ້າງເອົາໄຊຊະນະຢ່າງຫວຸດຫວິດ ໃນການລົງປະຊາມະຕິເພື່ອຂະຫຍາຍອຳ ນາດປະທານາທິບໍດີຂອງທ່ານ, ດ້ວຍຄະແນນ
ສຽງ 51 ຕໍ່ 49 ເປີ ເຊັນ. ໃນການກ່າວ ຕໍ່ພວກຜູ້ສະໜັບສະໜູນທີ່ສົ່ງສຽງເຊຍຕທ່ານ ໃນ ນະຄອນ ອິສຕັນບູລ ນັ້ນ, ທ່ານ Erdogan ກ່າວວ່າ ໄຊຊະນະ ໄດ້ໃຫ້ຄຳສັນຍາທີ່ຈະນຳ
ໄປສູ່ຍຸກໃໝ່ ທີ່ເຕັມໄປດ້ວຍຄວາມຈະເລີນຮຸ່ງເຮືອງ.

ທ່ານ Erdogan ເວົ້າວ່າ “ຂອບໃຈພະເຈົ້າ ພວກເຮົາໄດ້ບັນລຸຄວາມສຳເລັດໃນສິ່ງທີ່ ມີຄວາມຫຍຸ້ງຍາກ, ແລະ ພວກເຮົາໄດ້ຮູ້ ເຖິງຄວາມສຳຄັນຂອງການປະຕິຮູບລະ
ບອບການປົກຄອງ ໃນປະຫວັດສາດ ຂອງພວກເຮົາ ດ້ວຍຄວາມເອື້ອເຟື້ອເຜື່ອແຜ່
ຂອງປະເທດຂອງພວກເຮົາ.”

ທ່ານ Erdogan ໄດ້ກ່າວຈູ່ໂຈມດ້ວຍນໍ້າສຽງທີ່ແຕກຕ່າງໄປ, ໂດຍສັນຍາວ່າ ທ່ານຈະ
ດຳເນີນການຟື້ນຟູໂທດປະຫານຊີວິດ ແລະ ຖ້າມີຄວາມຈຳເປັນ, ກໍຈະຈັດໃຫ້ມີການລົງ
ປະຊາມະຕິອີກຄັ້ງໜຶ່ງ.

ໃນຖະແຫຼງການຕໍ່ບັນດານັກຂ່າວນັ້ນ, ທ່ານປະທານາທິບໍດີ ກ່າວວ່າ ປັດຈຸບັນນີ້ແມ່ນ
ເປັນເວລາທີ່ຈະເພັ່ງເລັງໃສ່ເປົ້າໝາຍຂອງປະເທດຊາດ.

ແຕ່ການຢືນຢັດຕໍ່ຕ້ານທີ່ຄ້າຍຄືກັນ ໄດ້ມີຂຶ້ນຈາກທ່ານ Kemal Kilicdaroglu, ຜູ້ນຳ
ຂອງພັກຝ່າຍຄ້ານ ທີ່ມີຄວາມສຳຄັນ ຄື ພັກ ສາທາລະນະລັດປະຊາຊົນ, ຜູ້ທີ່ກ່າວວ່າ ພັກການເມືອງຂອງທ່ານ ໄດ້ໂຕ້ແຍ້ງຕໍ່ຜົນຄະແນນສຽງດັ່ງກ່າວ.

ທ່ານ Kilicdaroglu ກ່າວວ່າ “ຄະນະກຳມະການເລືອກຕັ້ງລະດັບສູງ ໄດ້ສ່ອງເງົາມືດ
ໃສ່ການຕັດສິນໃຈຂອງປະຊາຊົນ. ພວກເຂົາເຈົ້າໄດ້ ເຮັດໃຫ້ຄວາມເຊື່ອຖືຂອງການ ລົງປະຊາມະຕິ ຕ້ອງກາຍເປັນທີ່ສົງໄສ.”

ພັກ CHP ອ້າງວ່າ ຄະນະກຳມະການເລືອກຕັ້ງສູງສຸດ, ເຊິ່ງເປັນ ຜູ້ດຳເນີນການລົງຄະ ແນນສຽງໃນຄັ້ງນີ້, ໄດ້ລະເມີດກົດລະບຽບການ ເລືອກຕັ້ງ, ໂດຍການອະນຸມັດຄະແນນ
ສຽງ 1 ລ້ານ 5 ແສນຄະແນນ ທີ່ບໍ່ມີກາປະທັບທາງການຕາມຄວາມຮຽກຮ້ອງນັ້ນ, ເຊິ່ງ
ເປັນມາດຕະ ການໜຶ່ງ ທີ່ມີເປົ້າໝາຍຕໍ່ຕ້ານການສໍ້ໂກງຄະແນນສຽງ. ພັກດັ່ງກ່າວຍັງ ໄດ້ໂຕ້ແຍ້ງຄະແນນສຽງທີ່ເປັນໂມຄະ 1 ລ້ານຄະແນນອີກດ້ວຍ. ຈຳນວນຄະແນນສຽງ
ຊະນະເລີດໃນການລົງປະຊາມະຕິແມ່ນມີແຕ່ພຽງ 1,250,000 ຄະແນນສຽງເທົ່ານັ້ນ. ວິທີການຈັດລະບຽບຄະແນນສຽງກໍຖືກໂຕ້ແຍ້ງ ໂດຍບັນດາພັກການເມືອງທີ່ຄັດຄ້ານ
ການລົງປະຊາມະຕິເຊັ່ນກັນ.

ພວກຜູ້ປະທ້ວງໄດ້ເຕົ້າໂຮມກັນຢູ່ນອກສຳນັກງານໃຫຍ່ ຂອງຄະນະກຳມະການເລືອກ
ຕັ້ງໃນນະຄອນຫຼວງ ອັງກາຣາ.

ໃນຂະນະທີ່ການປະທ້ວງໄດ້ກະຈາຍໄປທົ່ວນະຄອນ ອິສຕັນບູລ, ດ້ວຍ ປະຊາຊົນພາ
ກັນເຄາະຕີໝໍ້ ເຄາະໝໍ້ ແລະ ອ້າງວ່າ ການລົງຄະແນນສຽງ ແມ່ນ ໄດ້ຖືກລັກໄປນັ້ນ, ການປະທ້ວງທີ່ຄ້າຍຄືກັນ ແມ່ນໄດ້ຖືກລາຍງານຜ່ານ ສື່ສັງຄົມໃນຕົວເມືອງອື່ນໆ. ສື່
ມວນຊົນທີ່ສຳຄັນເຖິງປະຈຸບັນນີ້ ບໍ່ໄດ້ເອົາຫົວຊາກັບການປະທ້ວງດັ່ງກ່າວ. ການລົງປະ
ຊາມະຕິໄດ້ມອບອຳນາດ ອັນກວ້າງໃຫຍ່ ໃຫ້ແກ່ປະທານາທິບໍດີ ເພື່ອແຕ່ງຕັ້ງບັນດາລັດ
ຖະມົນຕີ ແລະ ຕັ້ງກົດລະບຽບໂດຍຂໍ້ບັງຄັບ ພ້ອມກັບການຄວບຄຸມລະບົບຕຸລາການ
ຢ່າງກວ້າງຂວາງ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

Erdogan Claims Victory in Turkey Referendum
please wait

No media source currently available

0:00 0:02:22 0:00

XS
SM
MD
LG