ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເທີກີ ລົງປະຊາມະຕິວ່າຈະປ່ຽນລະບອບປົກຄອງຫູືບໍ່


ຜູ້ລົງຄະແນນສຽງຄົນໜຶ່ງປ່ອນບັດຂອງລາວ ຢູ່ໃນສະຖານີປ່ອນບັດໃນເມືອງ Diyarbakir, ພາກຕາເວັນອອກສຽງໃຕ້ຂອງປະເທດ ເທີກີ. 16 ເມສາ, 2017.
ຜູ້ລົງຄະແນນສຽງຄົນໜຶ່ງປ່ອນບັດຂອງລາວ ຢູ່ໃນສະຖານີປ່ອນບັດໃນເມືອງ Diyarbakir, ພາກຕາເວັນອອກສຽງໃຕ້ຂອງປະເທດ ເທີກີ. 16 ເມສາ, 2017.

ຊາວ ເທີກີ ກຳລັງພາກັນລົງປະຊາມະຕິ ວ່າຈະຕ່າວປີ້ນປະເທດຊາດກັບຄືນໄປສູ່ອຳນາດ
ບໍລິຫານຂອງປະທານາທິບໍດີແຕ່ຜູ້ດຽວ ຫຼື ບໍ່ ຈາກລະບົບສະພາຜູ້ແທນໃນປັດຈຸບັນ. ການລົງປະຊາມະຕິທີ່ວ່ານີ້ຖືວ່າເປັນອັນສຳຄັນທີ່ສຸດໃນຮອບ 84 ປີທີ່ຜ່ານມາໃນປະຫວັດ ສາດຂອງສາທາລະນະລັດດ່ັງກ່າວ.

ການລົງປະຊາມະຕິຄັ້ງນີ້ ໄດ້ແບ່ງແຍກປະເທດຊາດອອກເປັນສອງຝ່າຍ ຄືຝ່າຍສະໜັບ
ສະໜູນແລະຝ່າຍຄ້ານທີ່ໂຕ້ຖຽງກັນວ່າອະນາຄົດຂອງປະເທດຊາດຈະຕົກຢູ່ໃນສະພາບ
ອັນຕະລາຍ. ຢູ່ໃນເຂດ ຄາດີຄອຍ ຂອງອິສຕັງບູລ ການລົງຄະແນນສຽງ ໄດ້ເປັນໄປຢ່າງ
ວ່ອງໄວ ນັບຕັ້ງແຕ່ໄດ້ເປີດ ໜ່ວຍປ່ອນບັດຂຶ້ນ. ຜູ້ຊາຍຜູ້ນຶ່ງເວົ້າວ່າ “ຂ້ອຍລົງຄະແນນ
ສຽງຄັດຄ້ານ ເພາະວ່າ ບໍ່ມີລັດຖະທຳມະນູນບ່ອນໃດໃນໂລກ
ຄືກັນກັບອັນທີ່ພວກ
ເພິ່ນສະເໜີໃຫ້ພວກເຮົາເຫັນ ມັນບໍ່ເປັນປະຊາຊາທິປະໄຕມັນບໍ່ມີຫຍັງໝົດ ອຳນາດ
ທຸກສິ່ງທຸກຢ່າງມາລວມຢູ່ແຕ່ນຳຜູ້ດຽວ ຖ້າສົມມຸດວ່າ ປະທານາທິບໍດີຜູ້ນິີ້ເປັນຄົນດີ ຄັນຊັ້ນຜູ້ຕໍ່ໄປເດ້ ຊິເປັນຈັ່ງໃດ ຜູ້ໃດກໍອາດສາມາດທີ່ຈະໃຊ້ອຳນາດແບບນີ້ ໄປໃນ ທາງທີ່ຊົ່ວທີ່ສຸດກໍໄດ້.”

ເຂດ ຄາດີຄອຍ ຂອງນະຄອນ ອິສຕັງບູລ ເປັນທີ່ໝັ້ນຂອງປະເພນີນິຍົມທີ່ຕໍ່ຕ້ານປະທາ
ນາທິບໍດີ ທ່ານ Recep Tayyip Erdogan ຜູ້ທີ່ຢູ່ແນວໜ້າ ໃນການໂຄສະນາເຜີຍແຜ່
ໃຫ້ປ່ຽນແປງ. ສ່ວນແມ່ຍິງຜູ້ນຶ່ງເວົ້າວ່າ “ຂ້ອຍລົງຄະແນນສຽງເພື່ອອະນາຄົດຂອງ
ພວກເຮົາ. ຂ້ອຍບໍ່ຢາກໃຫ້ມີລະບອບທີ່ມີຄົນຜູ້ດຽວປົກຄອງ ເຖິງແມ່ນວ່າ ມັນຈະ
ເດີນໄປດີ ຫຼື ຮ້າຍກໍຕາມ ຢ່າງໜ້ອຍພວກເຮົາກໍຄວນອຳນາດນິຕິບັນຍັດ ອຳນາດຕຸ
ລາການ ແລະ ອຳ ນາດບໍລິຫານ ຂ້ອຍຢາກໃຫ້ລະບົບດຽວນີ້ມີຢູ່ສືບຕໍ່ໄປ.”

ອີກຄົນນຶ່ງເວົ້າວ່າ “ຂ້ອຍລົງຄະແນນສຽງເຫັນດີ ເຫັນດີ ເພື່ອຜົນປະໂຫຍດຂອງປະ ເທດຊາດຂອງຂ້ອຍ.”

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG