ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ແຜ່ນດິນໄຫວປະທະ ພາກຕາເວັນອອກ ຂອງເທີກີ (ເບິ່ງວີດີໂອ)


ພວກພະນັກງານຊ່ອຍກູ້ໄພ ກໍາລັງພະຍາຍາມຊ່ອຍຜູ້ຄົນທີ່ຍັງຄ້າງຄາ ຢູ່ກ້ອງສິ່ງຫັກພັງລົງທັບໃນຕຶກອາຄານ ຕ່າງໆ ຫລັງຈາກແຜ່ນດິນໄຫວ ໃນໝູ່ບ້ານTabanli ໃກ້ໆກັບເມືອງ Van ໃນພາກຕາເວັນອອກຂອງເທີກີ, ວັນທີ 23 ຕຸລາ 2011.
ພວກພະນັກງານຊ່ອຍກູ້ໄພ ກໍາລັງພະຍາຍາມຊ່ອຍຜູ້ຄົນທີ່ຍັງຄ້າງຄາ ຢູ່ກ້ອງສິ່ງຫັກພັງລົງທັບໃນຕຶກອາຄານ ຕ່າງໆ ຫລັງຈາກແຜ່ນດິນໄຫວ ໃນໝູ່ບ້ານTabanli ໃກ້ໆກັບເມືອງ Van ໃນພາກຕາເວັນອອກຂອງເທີກີ, ວັນທີ 23 ຕຸລາ 2011.

ພະ​ແນ​ກສໍາ​ຫລວດ​ທໍລະນີວິທະຍາ​ຂອງ​ສະຫະລັດ​ກ່າວ​ວ່າ ​ໄດ້​ເກີດ​ແຜ່ນດິນ​ໄຫວ​ໃນ​ຄວາມ​ແຮງ 7.3 ຢູ່​ທີ່​ແຂວງ Van ​ໃນ​ຕອນ​ບ່າຍວັນ​ອາທິດ​ມື້​ນີ້ ຕາມ​ເວລາ​ທ້ອງ​ຖິ່ນ ຄື​ ປະມານ 10:40 ຕາມເວລາສາກົນ ຊຶ່ງ​ມີ​ຈຸດ​ໃຈກາງ​ຢູ່​ເລິກ​ລົງ​ໄປ 7.2 ກິ​ໂລ​ແມັດ.

ອົງການ​ຂ່າວ Anatolian ຂອງ​ທາງ​ການ​ເທີ​ກີ ລາຍ​ງານ​ວ່າ ຕຶກ​ອາຄານ​ຫລາຍ​ຫລັງ​ໄດ້​ພັງ​ທະລາ​ຍລົງ ​ແລະ​ໄດ້​ມີ​ແຜ່ນດິນ​ໄຫວ​ຕິດຕາມ​ມາອີກ​ຫລາຍ​ຄັ້ງ.

ທາງ​ຫໍ​ສັງ​ເກດ​ການ Kandilli ຂອງ​ເທີ​ກີ​ບັນທຶກ​ຄວາມ​ແຮງ​ຂອງ​ແຜ່ນດິນ​ໄຫວ​ຢູ່​ທີ່ 6.6 ​ແລະ​ເລິກ​ລົງ​ໄປ 5 ກິ​ໂລ​ແມັດ.

ບໍ່​ມີ​ລາຍ​ງານ​ກ່ຽວ​ກັບ​ຜູ້​ບາດ​ເຈັບ​ລົ້ມ​ຕາຍ​ໃນ​ເວລາ​ນີ້​ເທື່ອ.

ເບິ່ງວີດີໂອ ຕອນເກີດແຜ່ນດິນໄຫວທີ່ເມືອງ Van:

XS
SM
MD
LG