ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ເທີ​ກີ ​​​​ປະຕິ​ເສດ ຕໍ່ການ​ຮຽກຮ້ອງ ໃຫ້ຫຼຸດ ຄວາມເຄັ່ງ​ຕຶງ ​ກັບ Netherlands


Netherlands Turkey Dispute
please wait

No media source currently available

0:00 0:01:10 0:00

ເທີ​ກີ ​ໄດ້​ປະຕິ​ເສດຕໍ່ການ​ຮຽກຮ້ອງ ຂອງ​ສະຫະພາບ​ຢູ​ໂຣບ ທີ່ຂໍໃຫ້ໃຊ້​ຄວາມ​ຢັບຢັ້ງ​
​ໃນ​ຂະນະ​ທີ່​ເທີ​ກີ ​ແລະ Netherlands ຍັງ​ສືບ​ຕໍ່​ເກີດ​ການ​ຂັດ​ແຍ້​ງທາງ​ດ້ານການ​ທູດ.

​ເຈົ້າ​ໜ້າ​ທີ່ Netherlands ​ໄດ້​ຫ້າມ​ບໍ່​ໃຫ້​ລັດຖະມົນຕີ​ເທີ​ກີ ຈາກ​ການ​ໂຮມ​ຊຸມນຸມ ​
ໃນ​ການ​ໃຫ້​ຄວາມ​ສະໜັບສະໜຸນ​ປະທາ​ນາ​ທິບໍດີ Racep Tayyip Erdogan
ຜູ້​ຊຶ່ງໃນ​ເວລາຕໍ່​ມາ​ ໄດ້ກ່າວຫາ Netherlands ວ່າ​ກະທຳ​ການ ​ຄື​ກັນ​ກັບ​ພວກ Nazis.

​ໃນ​ວັນ​ຈັນ​ວານມາ​ນີ້ ຫົວໜ້າ​ນະ​ໂຍບາຍ​ການ​ຕ່າງປະ​ເທດ​ຂອງສະຫະພາບ​ຢູ​ໂຣບ
ທ່ານນາງ Federica Mogherini ​ແລະ​ກຳມາທິການ​ຮັບຜິດຊອບ​ໃນ​ການ​ຂະຫຍາຍ​ຕົວ​ຂອງສະຫະພາບ​ຢູ​ໂຣບ ການ ທ່ານ Johannes Hahn ຮຽກຮ້ອງ​ໃຫ້ເທີ​ກີ “ລະງັບ
ຈາກການໃຊ້​ຖ້ອຍ​ຄຳ​ຮຸນ​ແຮງ ​ແລະ​ການ​ເອົາ​ບາດ​ກ້າວ ທີ່​ຈະ​ເປັນ​ການ​ສ່ຽງເຮັດ​ໃຫ້​ສະຖານະການ​ ເພີ່ມ​ຄວາມ​ຮ້າຍ​ແຮງ​ຂຶ້ນຕື່ມ​.”

​ເຈົ້າ​ໜ້າ​ທີ່ສະຫະພາບ​ຢູ​ໂຣບທັງ​ສອງ ​ໄດ້​ກ່າວ​ວ່າ “ມັນເປັນ​ສິ່ງ​ຈຳ​ເປັນ​ທີ່​ຈະຕ້ອງ
​ຫຼີກ​ລ່ຽງການ​ເຮັດ​ໃຫ້​ເກີດ​ຄວາມເຄັ່ງ​ຕຶງ​ເພີ່ມ​ຕື່ມ ​ແລະ​ຫາ​ທາງເພື່ອ​ເຮັດ​ໃຫ້ສະຖາ
ນະ​ການ​ງຽບ​ສະຫງົບ​ລົງ.”

ລັດຖະມົນຕີ​ການ​ຕ່າງປະ​ເທດ​ຂອງ​ເທີກີ ​ໄດ້​ຕອບ​ໂຕ້ ດ້ວຍ​ຖະ​ແຫຼ​ງການ​ສະບັບ​ນຶ່ງ ​ໃນ​ວັນ​ອັງຄານ​ມື້​ນີ້ ໂດຍ​ກ່າວ​ວ່າ ຄຳ​ເວົ້າເຫລົ່າ​ນັ້ນ​ແມ່ນ​ບໍ່​ມີ​ປະ​ໂຫຍ​ດຫຍັງ​ສຳ​ລັບ​ເທີ​ກີ.

ຕຳຫຼວດຈະລາຈົນຂອງ Netherlands ໄດ້ພະຍາຍາມເອົາໝາຂອງລາວ ທີ່ຈະປ່ອຍຊາຍຜູ້ນຶ່ງ ຫຼັງຈາກການປະທ້ວງໄດ້ເກີດຂຶ້ນໃນຂະນະທີ່ສະໜັບສະໜຸນ ທ່ານ Erdogan ໃນສະຖານທີ່ກົງສຸນທີ່ Rotterdam, Netherlands, 12 ມີນາ, 2017.
ຕຳຫຼວດຈະລາຈົນຂອງ Netherlands ໄດ້ພະຍາຍາມເອົາໝາຂອງລາວ ທີ່ຈະປ່ອຍຊາຍຜູ້ນຶ່ງ ຫຼັງຈາກການປະທ້ວງໄດ້ເກີດຂຶ້ນໃນຂະນະທີ່ສະໜັບສະໜຸນ ທ່ານ Erdogan ໃນສະຖານທີ່ກົງສຸນທີ່ Rotterdam, Netherlands, 12 ມີນາ, 2017.

​ເທີ​ກີ ຍັງ​ໄດ້​ໂຈະ​ຄວາມ​ສຳພັນ​ລະດັບ​ສູງກັບ Netherlands ຊຶ່ງ​ເປັນສ່ວນ​ນຶ່ງ​
ໃນ​ການ​ລົງ​ໂທດ​ ​ເພື່ອ​ປະ​ທ້ວງ ​ຕໍ່​ການ​ກະທຳ​ຂອງ Netherlands. ການເອົາ
​ມາດ​ຕະການນີ້ ​ແມ່ນ​ຮວມທັງການເກືອດ​ຫ້າມບໍ່​ໃຫ້​ເອກ​ອັກຄະ​ລັດຖະທູດຂອງ
Netherlands ຊຶ່ງໃນປະຈຸ​ບັນ​ນີ້ ​ໄດ້​ເດີນທາງ​ອອກ​ໄປນອກ​ປະ​ເທດນັ້ນ​ກັບ​ຄືນໄປສູ່
​ເທີ​ກີ​ແລະ​ໂຈະ​ຖ້ຽວບິນ​ທາງ​ການ​ທູດ​ຫຼາຍ​ຖ້ຽວນຳດ້ວຍ. ຂອບ​ເຂດໃນການ​ລົງ​ໂທດ ​
ເບິ່ງຄື​ວ່າ​ ຈະບໍ່ຮວມ​ໄປ​ເຖິງ​ມາດຕະການ​ທາງເສດຖະກິດ ຫຼືຂໍ້ຈຳກັດໃນການ​ເດີນ
ທາງຂອງ​ປະຊາຊົນ​ສາມັນ​ທົ່ວ​ໄປ.

ຮອງ​ນາຍົກລັດຖະມົນຕີ​ເທີ​ກີ ທ່ານ Numan Kurtulmus ໄດ້ບອກ​ກັບ​ພວກ​ນັກຂ່າວ
​ວ່າ ການເອົາມາດຕະການທີ່ວ່ານີ້ ຍັງ​ຈະ​ດຳ​ເນີນ​ຢູ່​ຕໍ່​ໄປ ຈົນກວ່າວ່າ Netherlands
ຈະເອົາ ບາດກ່າວ “ແກ້ໄຂ” ການ​ກະທຳຂອງຕົນ. ບັນດາເຈົ້າໜ້າທີ່ເທີກີ ຍັງໄດ້ກ່າວຕື່ມ
ອີກວ່າ ລັດຖະບານ ຄວນຈະທົບທວນຄືນ ການຮ່ວມມືຂອງຕົນກັບສະຫະພາບ​ຢູ​ໂຣບ
ໃນການປ້ອງກັນ​ການ​ຫລັ່ງ​ໄຫລ​ທາງ​ພາກພື້ນດິນ​ຂອງພວກຄົນເຂົ້າເມືອງ.

ລັດຖະມົນຕີ​ການຕ່າງປະເທດເທີ​ກີແລະລັດຖະມົນຕີກະຊວງ​ພາຍໃນໄດ້ວາງແຜນທີ່
ຈະ​ໄປຮ່ວມພິທີຕ່າງໆຢູ່ Netherlands ເພື່ອ​ໃຫ້ການສະໜັບສະໜຸນຕໍ່​ການ​ລົງປະຊາ
ມະຕິ​ໃນ​ໄວໆ​ນີ້ທີ່ຈະ​ເຮັດ​ໃຫ້ທ່ານ Erdogan ມີອຳນາດ​ກວ້າງ​ອອກ​ໄປອີກ.

ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ

XS
SM
MD
LG