ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ປ. ໂອບາມາ ກ່າວວ່າ ການບຸກໂຈມຕີ ທາງພາກພື້ນດິນ ໃນຊີເຣຍ ຈະບໍ່ໄດ້ຜົນ


ທະຫານຊີເຣຍຄົນນຶ່ງ ພວມຍ່າງຢູ່ຕາມທາງ ທີ່ແຂວງຮາມາ ໃນພາກຕາເວັນຕົກສຽງເໜືອຂອງປະເທດ. (15 ຕຸລາ 2015)
ທະຫານຊີເຣຍຄົນນຶ່ງ ພວມຍ່າງຢູ່ຕາມທາງ ທີ່ແຂວງຮາມາ ໃນພາກຕາເວັນຕົກສຽງເໜືອຂອງປະເທດ. (15 ຕຸລາ 2015)

ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ ກ່າວວ່າ ການ
ບຸກໂຈມຕີທາງພາກພື້ນດິນຢູ່ໃນຊີເຣຍຈະ “ບໍ່ປະສົບຜົນສຳເລັດ”.

ທ່ານໂອບາມາ ກ່າວຕໍ່ພວກນັກຂ່າວ ໃນວັນສຸກວານນີ້ວ່າ ເຖິງ
ແມ່ນວ່າທະຫານຣັດເຊຍ ໄດ້ເຂົ້າໄປ ໃນປະເທດດັ່ງກ່າວ ແລະ
ອີຣ່ານກໍສົ່ງກຳລັງໄປເພີ້ມຕື່ມ ມັນຈະບໍ່ປະສົບຜົນສຳເລັດຍ້ອນ
ວ່າພວກເຂົາພະຍາຍາມທີ່ຈະໃຫ້ການສະໜັບສະໜຸນອຳນາດ
ການປົກຄອງຊຶ່ງຢູ່ໃນສາຍຕາຂອງປະຊາຊົນຊີເຣຍສ່ວນໃຫຍ່
ແລ້ວ ບໍ່ຖືກຕ້ອງຊອບທຳ ຕາມກົດໝາຍ.

ການໃຫ້ຄວາມເຫັນຂອງທ່ານມີຂຶ້ນໃນຂະນະທີ່ສະຫະລັດແລະຣັດເຊຍບັນລຸການຕົກລົງ
ໃນດ້ານຫລັກການ ທີ່ຈະຫຼີກລ່ຽງເຮືອບິນ ຂອງກັນແລະກັນ ໃນຂະນະທີ່ປະເທດທັງສອງ ຕ່າງກໍປະຕິບັດງານໂຈມຕີທາງອາກາດຢູ່ໃນຊີເຣຍ. ທ່ານໂອບາມາກ່າວວ່ານັ້ນແມ່ນເປັນ
ພຽງບັນຫາດຽວ ທີ່ປະເທດທັງສອງໄດ້ຕົກລົງເຫັນພ້ອມນຳກັນ ນັບແຕ່ຣັດເຊຍ ເລີ້ມການ
ປະຕິບັດງານທາງທະຫານທີ່ເປັນບັນຫາໂຕ້ແຍ້ງນັບແຕ່ທ້າຍເດືອນແລ້ວນີ້ເປັນຕົ້ນມາ.

ທ່ານກ່າວວ່າ ບໍ່ໄດ້ມີການຕົກລົງກັນໃດໆເມື່ອເວົ້າເຖິງເລື້ອງຍຸດທະສາດ.

ແຜນທີ່ການໂຈມຕີທາງອາກາດຂອງຣັດເຊຍ ຢູ່ໃນຊີເຣຍ ແຕ່ວັນທີ 30 ກັນຍາ ຫາ 14 ຕຸລາ 2015
ແຜນທີ່ການໂຈມຕີທາງອາກາດຂອງຣັດເຊຍ ຢູ່ໃນຊີເຣຍ ແຕ່ວັນທີ 30 ກັນຍາ ຫາ 14 ຕຸລາ 2015

ໃນຕອນເຊົ້າຂອງມື້ວັນສຸກວານນີ້ທະຫານຊີເຣຍໄດ້ເລີ້ມທຳການບຸກໂຈມຕີຢູ່ທີ່ແຂວງອາ
ເລັບໂປ ຊຶ່ງເປັນການເປີດສາກບຸກໂຈມຕີ ເທື່ອຫລ້າສຸດ ເພື່ອຍຶດເອົາດິນແດນ ທີ່ເສຍໄປ ນັ້ນຄືນ ທ່າມກາງບັນຫາຂັດແຍ້ງ ທີ່ຍັງດຳເນີນຢູ່ຕໍ່ມາ ກັບທັງກຸ່ມຫົວຮຸນແຮງລັດອິສລາມ ແລະພວກຕໍ່ຕ້ານລັດຖະບານ.

ນອກນັ້ນ ເຈົ້າໜ້າທີ່ຣັດເຊຍຍັງກ່າວວ່າ ການໂຈມຕີທາງອາກາດໄດ້ອຳນວຍໃຫ້ທະຫານ ຊີເຣຍບຸກໂຈມຕີສັດຕູໃນທົ່ວປະເທດ ອີງຕາມລາຍງານຂອງອົງການຂ່າວອິນເຕີແຟັກສ໌.

ທັງແຫຼ່ງຂ່າວຂອງຊີເຣຍແລະຣັດເຊຍຕ່າງກໍອ້າງວ່າ ທະຫານລັດຖະບານຊີເຣຍສາມາດ ຍຶດເອົາຫຼາຍໆຫົວເມືອງຢູ່ໃນຫຼາຍແຂວງຮວມທັງເມືອງລັດຕາເກຍ ອາເລັບໂປ ອິດລິບ ຮາມາ ແລະໂຮມສ໌.

Vets: Syria Not Another Afghanistan for Russia
please wait

No media source currently available

0:00 0:02:35 0:00

XS
SM
MD
LG