ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ເທີກີ ສົ່ງຄືນ ສົບຂອງ ນັກບິນ ຣັດເຊຍ


ຮູບພາບຂອງ ພັນໂທ Oleg Peshkov, ຊ້າຍ, ແລະ ທະຫານເຮືອ Alexander Pozynich ຖືກວາງໄວ້
ທີ່ອານຸສາວະລີ ເຈົ້າໜ້າທີ່ ໂຊວຽດ ພ້ອມກັບດອກໄມ້
ແລະ ເຄື່ອງຫຼິ້ນ ເຮືອບິນຮົບເຮັດຈາກເຈ້ຍຢູ່ນອກສຳນັກງານໃຫຍ່ເສນາທິການທະຫານບົກ ໃນນະຄອນຫຼວງ ມົສກູ. 26 ພະຈິກ, 2015.
ຮູບພາບຂອງ ພັນໂທ Oleg Peshkov, ຊ້າຍ, ແລະ ທະຫານເຮືອ Alexander Pozynich ຖືກວາງໄວ້ ທີ່ອານຸສາວະລີ ເຈົ້າໜ້າທີ່ ໂຊວຽດ ພ້ອມກັບດອກໄມ້ ແລະ ເຄື່ອງຫຼິ້ນ ເຮືອບິນຮົບເຮັດຈາກເຈ້ຍຢູ່ນອກສຳນັກງານໃຫຍ່ເສນາທິການທະຫານບົກ ໃນນະຄອນຫຼວງ ມົສກູ. 26 ພະຈິກ, 2015.

ເທີກີກ່າວໃນວັນອາທິດມື້ນີ້ວ່າ ຕົນຈະສົ່ງສົບຂອງນັກບິນຜູ້ເສຍຊີ ວິດ ຫຼັງຈາກໄດ້ໂດດຈ້ອງອອກຈາກເຮືອບິນອາຍພົ່ນ ທີ່ຖືກຍິງຕົກ ໂດຍກຳລັງຂອງ ເທີກີ ເມື່ອອາທິດແລ້ວນີ້ຄືນໃຫ້ແກ່ ຣັດເຊຍ.

ລັດຖະມົນຕີການຕ່າງປະເທດ ເທີກີ ທ່ານ Ahmet Davutoglu ໄດ້ກ່າວວ່າ ສົບຂອງຜູ້ກ່ຽວໄດ້ຖືກນຳໄປຍັງ ເທີກີ ເມື່ອຕອນແລງ ວັນເສົາວານນີ້ ແລະ ໄດ້ທຳພິທີຕາມປະເພນີ Orthodox.

ກອງກຳລັງຂອງ ຣັດເຊຍ ແລະ ຊີເຣຍ ໄດ້ຊ່ວຍກູ້ເອົານັກບິນຄົນທີ ສອງອອກມາໄດ້ ໃນຂະນະທີ່ນັກບິນຄົນທີໜຶ່ງຖືກຂ້າຕາຍໃນລະ ຫວ່າງທີ່ພະຍາຍາມຊ່ວຍກູ້ເອົາພວກເຂົານັ້ນ.

ເຮືອບິນລຳດັ່ງກ່າວໄດ້ຕົກລົງໃນເຂດທີ່ຄວບຄຸມໂດຍພວກກະບົດໃນພາກເໜືອຂອງ ຊີເຣຍ ໃນວັນອັງຄານທີ່ຜ່ານມາ. ເທີກີ ແລະ ຣັດເຊຍ ບໍ່ໄດ້ເຫັນດີກ່ຽວກັບເສັ້ນທາງການບິນ, ກັບ ເທີກີ ທີ່ກ່າວວ່າ ພວກເຂົາເຈົ້າໄດ້ລ່ວງລ້ຳເຂົ້າໃນໜ່ານຟ້າຂອງປະເທດ ແລະ ຣັດເຊຍ ກໍໄດ້ ຢືນຢັນວ່າຕົນບໍ່ເຄີຍບິນອອກຈາກ ຊີເຣຍ.

ໃນວັນເສົາວານນີ້, ປະທານາທິບໍດີ ຣັດເຊຍ ທ່ານ Vladimir Putin ໄດ້ເຊັນບັນຍັດອອກມາດ ຕະການລົງໂທດທາງດ້ານເສດຖະກິດຕໍ່ ເທີກີ. ມາດຕະການດັ່ງກ່າວໄດ້ຫ້າມ ຣັດເຊຍ ນ້ຳເຂົ້າ ຜະລິດຕະພັນບາງຢ່າງຂອງ ເທີກີ, ຫ້າມຕໍ່ສັນຍາການເຮັດວຽກຂອງປະຊາຊົນ ເທີກີ ທີ່ເຮັດ ວຽກໃນ ຣັດເຊຍ ແລະ ສົ່ງຜົນກະທົບຕໍ່ການປະຕິບັດງານບໍລິສັດຕ່າງໆຂອງ ເທີກີ ໃນ ຣັດເຊຍ.

Turkey Russia
please wait
Embed

No media source currently available

0:00 0:01:55 0:00

XS
SM
MD
LG