ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ນາຍົກ ເທີກີ ຮຽກຮ້ອງ ໃຫ້ຍຸຕິ ການປະທ້ວງ ຕໍ່ຕ້ານທ່ານ (ສະໄລດ໌/ວີດີໂອ)


ນາຍົກລັດຖະມົນຕີເທີກີ ທ່ານ Recep Tayyip Erdogan (ກາງ) ແລະພັນລະຍາຂອງທ່ານ ຍານາງ Emine ໂບກມື ໃຫ້ແກ່ຝູງຊົນ ຂະນະທີ່ເດີນທາງໄປຮອດ ສະໜາມບິນອິສຕັນ
ບູລ ໃນຕອນເຊົ້າຂອງວັນສຸກມື້ນີ້.
ນາຍົກລັດຖະມົນຕີເທີກີ ທ່ານ Recep Tayyip Erdogan (ກາງ) ແລະພັນລະຍາຂອງທ່ານ ຍານາງ Emine ໂບກມື ໃຫ້ແກ່ຝູງຊົນ ຂະນະທີ່ເດີນທາງໄປຮອດ ສະໜາມບິນອິສຕັນ ບູລ ໃນຕອນເຊົ້າຂອງວັນສຸກມື້ນີ້.
ນາຍົກລັດຖະມົນຕີເທີກີ ທ່ານ Recep Tayyip Erdogan ທວງ
ໃຫ້ຍຸຕິການປະທ້ວງຕໍ່ຕ້ານທ່ານ ທີ່ດຳເນີນມາ ເປັນເວລານຶ່ງອາ
ທິດແລ້ວນັ້ນ ໃນທັນທີ.

ພວກສະໜັບສະໜຸນທ່ານຫຼາຍພັນຄົນທີ່ພາກັນຮ້ອງຄຳຂວັນວ່າ
“ພະເຈົ້າຜູ້ຍິ່ງໃຫຍ່” ແມ່ນແໜ້ນສະໜາມບິນນະຄອນອິສຕັນບູລ ໃນຕອນເຊົ້າຂອງວັນສຸກມື້ນີ້ ເພື່ອຕ້ອນຮັບ ນາຍົກລັດຖະມົນຕີ
ທີ່ໄດ້ເດີນທາງ ໄປຢູ່ອາຟຣິກາເໜືອ ຕະຫຼອດທັງອາທິດນັ້ນ ກັບ
ຄືນປະເທດ.

ໃນການຖະແຫລງ ຢູ່ເທິງລົດບັດ ນອກຫໍຕ້ອນຮັບຜູ້ໂດຍສານ ຂອງສະໜາມບິນນັ້ນ ທ່ານ Erdogan ກ່າວວ່າ ການປະທ້ວງທີ່ວ່ານີ້ ແມ່ນຢູ່ໃນຂອບເຂດ ຂອງການກະທຳ ທີ່ຜິດກົດ ໝາຍ.

ທ່ານ Erdogan ເວົ້າວ່າ "ພວກເຮົາບໍ່ສາມາດປ່ອຍໃຫ້ຜູ້ໃດກໍຕາມ ປະພຶດປະຕິບັດ ຕາມແນວທາງທີ່ຜິດກົດໝາຍຢູ່ໃນປະເທດຂອງພວກເຮົາເພື່ອຈະທຳລາຍຊັບສິນ ທຳລາຍຫົວເມືອງຕ່າງໆ ແລະຊັບສິນຂອງປະຊາຊົນ ຕະຫຼອດທັງສ້າງຄວາມເສຍ ຫາຍໃຫ້ແກ່ປະຊາຊົນຂອງພວກເຮົາ.”

ວີດີໂອ - ເທີກີ
please wait

No media source currently available

0:00 0:01:32 0:00

ພວກເດີນຂະບວນໄດ້ໂຮມຊຸມນຸມກັນອີກທີ່ນະຄອນອິສຕັນບູລແລະນະຄອນຫຼວງອັງກາ ຣາ ໃນວັນພະຫັດວານນີ້ ຮຽກຮ້ອງໃຫ້ທ່ານ Erdogan ລາອອກ. ພວກເຂົາກ່າວຫາທ່ານ ວ່າ ນຳໃຊ້ຄວາມຄິດຄວາມເຫັນຂອງສາສະໜາອິສລາມນິຍົມແນວທາງເດີມຢູ່ໃນປະເທດ ທີ່ບໍ່ນັບຖືສາສະໜາຢ່າງເຄັ່ງຄັດນັ້ນ.

ການປະທ້ວງ ເລີ້ມຂຶ້ນໃນສັບປະດາແລ້ວ ຍ້ອນລັດຖະບານມີແຜນການ ທີ່ຈະມ້າງສວນ ສາທາລະນະ ໃນນະຄອນອິສຕັນບູລ ເພື່ອສ້າງສາຕຶກອາຄານໃໝ່. ມາຮອດປັດຈຸບັນນີ້ ນາຍົກລັດຖະມົນຕີ Erdogan ແມ່ນຍັງປະຕິເສດ ທີ່ຈະຍົກເລີກ ແຜນການດັ່ງກ່າວ.

ຕຳຫຼວດໄດ້ໃຊ້ລະເບີດນໍ້າຕາແລະທໍ່ສີດນໍ້າຂະໜາດໃຫຍ່ສີດໃສ່ພວກພວກເດີນຂະບວນ ປະທ້ວງ. ມີຜູ້ເສຍຊີວິດຢ່າງໜ້ອຍ 2 ຄົນ ຫຼາຍພັນຄົນໄດ້ຮັບາດເຈັບ ແລະອີກຫຼາຍໆພັນ ຄົນຖືກຈັບ.

ລັດຖະບານເທີກີ ໄດ້ຂໍຂະມາໂທດຕໍ່ການໃຊ້ກຳລັງ. ແຕ່ພວກປະທ້ວງໄດ້ທວງໃຫ້ລັດຖະ ບານປ່ອຍພວກທີ່ຖືກຈັບກຸມທັງໝົດ.

XS
SM
MD
LG