ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ການ​ປະ​ທ້ວງ ຕໍ່ຕ້ານ ​ລັດຖະບານ ​ໃນ​ເທີ​ກີ ​ດໍາເນີນມາ ເປັນມື້ທີ 5 ​​(ວີດີໂອ/ສະໄລດ໌)


ການປະທ້ວງໃນເທີກີ
please wait

No media source currently available

0:00 0:00:04 0:00

ການປະທ້ວງ ໃນເທີກີ

ການ​ປະ​ທ້ວງຕໍ່ຕ້ານ​ລັດຖະບານ​ໃນ​ເທີ​ກີ ​ໄດ້​ຂະຫຍາຍອອກ
ມາເປັນ​ເວລາ 5 ວັນ​ແລ້ວ​ໃນ​ວັນ​ອັງຄານ​ມື້​ນີ້ ຊຶ່ງພວກ​ປະ​ທ້ວງ​
ໄດ້ປະ​ທະກັນກັບ​ຕໍາຫຼວດ ​ຢູ່ Istanbul​ ແລະນະຄອນຫລວງ
Ankara​.

ຄື​ກັນ​ກັບຫຼາຍມື້ກ່ອນໜ້ານີ້ ຕໍາຫຼວດໄດ້ໃຊ້ແກ໊ສນໍ້າຕາໃນ
ຄວາມພະຍາຍາມ​ເພື່ອ​ເຮັດພວກປະທ້ວງສະຫລາຍ​ຕົວໃນ
​ນະຄອນອີສຕັນບູລ ໃນຂະນະທີ່ພວກປະທ້ວງໄດ້​ເອົາກ້ອນ
ດິນຈີ່ແລະວັດຖຸຢ່າງອື່ນ ມາ​ຕັນຖະໜົນຫົນທາງບາງສາຍ
ໃນ​ເມືອງ.

ສະມາພັນກໍາມະບານ ທີ່ເປັນຕົວແທນຄົນ​ງານເກືອບ 250 ພັນຄົນ ກໍາລັງ​ຈັດການ​ນັດຢຸດ
​ງານເປັນເວລາ 2 ມື້ ເລີ່ມຕົ້ນໃນວັນອັງຄານມື້ນີ້ ເພື່ອປະທ້ວງຕໍ່ອັນທີ່ເອີ້ນວ່າ ການປາບ
​ປາມ​ພວກ​ປະ​ທ້ວງ ​ໂດຍຕໍາຫຼວດ​ນັ້ນ.

ຜູ້​ຄົນ​ຈໍານວນ​ຫລາຍ​ພັນ​ ໄດ້​ລົງ​ສູ່​ທ້ອງ​ຖະໜົນ​ເດີນຂະ​ບວນ​ປະ​ທ້ວງ ​ໃນ​ເມືອງຫລວງ​ແອ​ງ
ກາຣາ ​ແລະ​ຫົວ​ເມືອງ​ອື່ນ​ໆ ມາ​ຕັ້ງ​ແຕ່ວັນ​ສຸກ​ແລ້ວ​ນີ້ ພາກັນກ່າວ​ຫານາ​ຍົກ​ລັດຖະມົນຕີ
ວ່າ ​ບັງຄັບ​ໃຫ້​ນັບຖື​ທັດສະນະ​ຂອງ​ສາສະໜາ​ອິສລາມ ຢູ່​ໃນ​ປະ​ເທດທີ່ບໍ່​ໄດ້​ປົກຄອງໂດຍ
ສາສະໜາ​ນັ້ນ.

ວີດິໂອ: ການປະທ້ວງໃນເທີກີສະແດງໃຫ້ເຖິງ ການແຕກແຍກທາງການເມືອງໃນຂອບເຂດທີ່ກ້ວາງໃຫຍ່:

Turkey Protests Reveal Wider Political Struggle
please wait

No media source currently available

0:00 0:03:08 0:00
ລິງໂດຍກົງ

ນາຍົກລັດຖະມົນຕີຂອງ​ເທີ​ກີ ທ່ານ Recep Tayyip Erdogan ​ໄດ້ຖື​ເບົາ​ການປະ​ທ້ວງເຫລົ່າ​ນັ້ນ ​ແລະ​ກ່າວ​ວ່​າມັນ​ເປັນ​ການສະແດງ​ອອກ​ຂອງ​ພວກ​ທີ່​ຂົມ​ຂື່ນ​ຜິດ​ຫວັງນໍາ​ ການ​ປາ​ໄຊ​ໃນການ​ເລືອກ​ຕັ້ງ ​ແລະກ່າວໃນວັນຈັນ​ວານ​ນີ້ວ່າ ປະ​ເທດ​ໄດ້​ກັບຄືນ​ມາ​ມີຄວາມ​ສະ​ງົບແລ້ວ. ທ່ານ​ກ່າວອີກ​ວ່າ ພວກ​ປະ​ທ້ວງ​ແມ່ນ​ກໍາລັງ​ຍ່າງ​ຄວງ​ແຂນກັນ​ໄປ​ກັບພວກ​ກໍ່​ການ​ຮ້າຍ ​ແລະ​ວ່າ​ພວກ​ເຂົາ​ເຈົ້າ​ບໍ່​ໄດ້​ຮັບ​ການ​ສະໜັບສະໜູນ​ຈາກ​ປະຊາຊົນເທີ​ກີ ສ່ວນ​ໃຫຍ່.

ປະທານາທິບໍດີ​ເທີ​ກີ ທ່ານ Adulllah Gul ​ກໍໄດ້​ຮຽກຮ້ອງ​ໃຫ້ຊາວ​ເທີ​ກີ ຢູ່​ໃນ​ຄວາມ​ສະ​ງົບ ​
ແຕ່​ທ່ານກໍກ່າວ​ວ່າ ພວກ​ເຂົາ​ເຈົ້າ​ມີ​ສິດ​ທີ່​ຈະ​ທໍາ​ການປະ​ທ້ວງ.

​ທີ່ວໍ​ຊິງ​ຕັນ ​ໂຄສົກທໍານຽບຂາວ ທ່ານ Jay Carney ​ ​ກ່າວ​ວ່າ ສະຫະລັດ​ແມ່ນ​ມີ​ຄວາມ
ເປັນ​ຫ່ວງ​ເປັນໃຍ​ຢ່າງ​ຈິງ​ຈັງ ກ່ຽວ​ກັບ​ລາຍ​ງານ​ທີ່ຂ່າວ​ວ່າ​ມີການ​ໃຊ້​ກໍາລັງ​ຢ່າງ​ເກີນ​ຂອບ​ເຂດຂອງ​ພວກ​ ຕໍາຫຼວດ ແລະ​ຮຽກຮ້ອງ​ໃຫ້​ທຸກ​ຝ່າຍ​ຫລີກ​ເວ້ນ​ຈາກ​ການ​ກໍ່​ຄວາມວຸ້ນວາຍ. ທ່ານກ່າວວ່າ ສິດທິ​ໃນການປະ​ທ້ວງ​ຢ່າງ​ສັນຕິ​ ແມ່ນ​ພື້ນ​ຖານ​ຂອງປະຊາທິປະ​ໄຕ.

ເບິ່ງສະໄລດ໌ກ່ຽວກັບຂ່າວນີ້:

XS
SM
MD
LG