ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ການປະທ້ວງ ທີ່ເທີກີ ສືບຕໍ່ມາ ເປັນມື້ທີ 10 (ວີດິໂອ/ສະໄລດ໌)


ພວກປະທ້ວງໄປເຕົ້າໂຮມກັນ ທີ່ສວນສາທາລະນະ Kugulu ໃນນະຄອນ Ankara ປະເທດເທີກີ ໃນແລງວັນສຸກ ທີ 7 ມິຖຸນາ 2013.
ພວກປະທ້ວງໄປເຕົ້າໂຮມກັນ ທີ່ສວນສາທາລະນະ Kugulu ໃນນະຄອນ Ankara ປະເທດເທີກີ ໃນແລງວັນສຸກ ທີ 7 ມິຖຸນາ 2013.
ຕໍາຫຼວດໃນນະຄອນຫລວງ Ankara ແລະນະຄອນອີສຕັນບູລ
ໄດ້ໃຊ້ແກ໊ສນໍ້າຕາ ແລະທໍ່​ສີດ​ນໍ້າຂະໜາດໃຫຍ່ ເພື່ອເຮັດໃຫ້
ພວກປະທ້ວງຫລາຍໆພັນຄົນສະຫລາຍຕົວ ໃນຕອນເຊົ້າໆ
ຂອງວັນອາທິດມື້ນີ້ ຊຶ່ງເປັນມື້ທີ 10 ທີ່ມີຄວາມວຸ້ນວາຍລຽນ
ຕິດກັນ.

ໃນຕອນ​ຄໍ່າວັນເສົາວານນີ້ ທີ່ນະຄອນຫລວງ Ankara ພວກ
ປະທ້ວງໄດ້ຄ່ອຍໆຫຍັບ​ເຂົ້າ ໄປໃກ້ໆສະຖານທູດສະຫະລັດ
ໂດຍ​ໄດ້ຈູດເຜົາສິ່ງກີດຂວາງທາງທີ່ຢູ່ເຂດອ້ອມແອ້ມນັ້ນ ໃນ
ຂະນະທີ່ມີການປະທະກັນກັບຕໍາຫລວດ.

ສ່ວນຢູ່ນະຄອນອີສຕັນບູລນັ້ນ ພວກປະ​ທ້ວງຫລາຍພັນຄົນ ສືບຕໍ່ຄອບຄອງຈະຕຸລັດ
Taksin ຢູ່ໃຈກາງເມືອງນັ້ນ ໂດຍໄດ້ພາກັນເດີນຂະບວນ ຮ້ອງຄໍາຂວັນ ແລະຖືປ້າຍ
ຮຽກຮ້ອງໃຫ້ທ່ານນາຍົກລັດຖະມົນຕີລາອອກຈາກຕໍາແໜ່ງ. ການກໍ່ຄວາມຮຸນແຮງ
ທີ່ກ່ຽວຂ້ອງ ກັບການປະທ້ວງ ໄດ້ສັງຫານຢ່າງໜ້ອຍສາມຄົນ ແລະເຮັດໃຫ້ຫລາຍ
ພັນຄົນໄດ້ຮັບບາດເຈັບ ນັບແຕ່ການເດີນຂະບວນປະທ້ວງໄດ້ເລີ້ມຕົ້ນຂຶ້ນ.

ເບິ່ງວີດິໂອກ່ຽວຂ້ອງກັບຂ່າວນີ້:

ການປະທ້ວງ ທີ່ເທີກີສືບຕໍ່ມາ ເປັນມື້ທີ 10
please wait

No media source currently available

0:00 0:00:41 0:00

ພວກປະທ້ວງຍັງສືບຕໍ່ທ້າ​ທາຍ​ຕໍ່ທ່ານນາຍົກລັດຖະມົນຕີ Recep Tayyip Erdogan
ທີ່ໄດ້ຮຽກຮ້ອງໃຫ້ຍຸດຕິການເດີນຂະບວນປະທ້ວງ​ໂດຍທັນທີນັ້ນ. ໃນວັນເສົາວານນີ້
ພັກ AK ຂອງ ທ່ານ Erdogan ທີ່ປົກຄອງປະເທດໃນປັດຈຸບັນນີ້ ກໍໄດ້ປະຕິເສດຄໍາຮຽກ
ຮ້ອງຂອງພວກປະທ້ວງ ທີ່ຢາກໃຫ້ຈັດການເລືອກຕັ້ງຂຶ້ນກ່ອນກໍານົດ.

ການປະ​ທ້ວງໄດ້​ເລີ້ມຂຶ້ນ ຫລາຍກວ່ານຶ່ງອາທິດຜ່ານມາ​ແລ້ວ ຕໍ່ຕ້ານແຜນການຂອງ
ລັດຖະບານທີ່​ຈະ ທັບມ້າງ ສວນສາທາລະນະ​ແຫ່ງ​ນຶ່ງ​ໃນ​ນະຄອນ​ອິສຕັນ​ບູລ ເພື່ອກໍ່
ສ້າງຕຶກອາຄານຂຶ້ນ​ແທນ. ມາ​ຮອດ​ປັດຈຸບັນ ທ່ານ Erdogan ກໍຍັງສືບຕໍ່ປະຕິເສດ
ທີ່ຈະຍົກເລີກແຜນການນັ້ນ.

ການເດີນຂະບວນປະທ້ວງໄດ້ເກີດຂຶ້ນ ຢູ່ໃນຫົວເມືອງໃຫຍ່ໆຂອງເທີກີ ເພື່ອເປັນການ
ຕອບໂຕ້ຕໍ່ສິ່ງທີ່ຊາວເທີກີ​ໃນ​ຈໍານວນ​ຫລາຍ​ຂຶ້ນ​ເລື້ອຍໆ ເຫັນວ່າ ເປັນລັດຖະບານຜະ
ເດັດການຂອງທ່ານ Erdogan ນັ້ນ.

ເບິ່ງປະມວນພາບການປະທ້ວງຢູ່ເທີກີ:

XS
SM
MD
LG