ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ການປະທ້ວງ ຕໍ່ຕ້ານ ນາຍົກ ເທີກີ ຍັງດຳເນີນ ຢູ່ຕໍ່ມາ (ວີດິໂອ/ສະໄລດ໌)


Turkey Protests Reveal Wider Political Struggle
please wait

No media source currently available

0:00 0:03:08 0:00
ລິງໂດຍກົງ

ການປະທ້ວງໃນເທີກີ ສະແດງໃຫ້ເຫັນ ເຖິງການແຕກແຍກທາງການເມືອງ ໃນຂອບເຂດທີ່ກ້ວາງໃຫຍ່

ຕໍາຫຼວດໄດ້ໃຊ້ແກ໊ສນໍ້າຕາ ແລະທໍ່ສີດນໍ້າຂະໜາດໃຫຍ່ສີດ
ເຂົ້າໃສ່ພວກປະທ້ວງທີ່ສືບຕໍ່ເຕົ້າໂຮມກັນຮ້ອງໂຮຕໍ່ຕ້ານ
ນາຍົກລັດຖະມົນຕີ Recep Tayyip Erdogan.

ການປະທ້ວງທີ່ເລີ້ມຕົ້ນຂຶ້ນໃນວັນສຸກອາທິດແລ້ວນີ້ຍັງດຳ
ເນີນຢູ່ຕໍ່ມາດ້ວຍການຮຽກຮ້ອງ ໃຫ້ທ່ານ Erdogan ລາ
ອອກຈາກຕໍາແໜ່ງ ໃນຂະນະທີ່ພວກຕິຕຽນ ກ່າວຫາທ່ານວ່າ ປົກຄອງປະເທດໂດຍໃຊ້ອໍານາດຜະເດັດການ ແລະໃຊ້
ຄວາມຄິດເຫັນທາງສາສະໜາອິສ ລາມກັບປະເທດທີ່ບໍ່ຖື
ສາສະໜາເຄັ່ງຄັດແຫ່ງນັ້ນ.

ການປະທະກັນຄັ້ງຫລ້າສຸດ ໄດ້ເກີດຂຶ້ນໃນວັນພຸດມື້ນີ້ທີ່ນະຄອນອີສຕັນບູລແລະ
ນະຄອນ ຫລວງ Ankara ໂດຍທີ່ຕໍາຫລວດປາບການຈາລະຈົນ ໄດ້ປະເຊີນໜ້າ
ກັບພວກເດີນຂະບວນ ຊຶ່ງບາງຄົນກໍໄດ້ຕອບໂຕ້ດ້ວຍການແກ່ງກ້ອນຫີນໃສ່ຄືນ.

ພວກຜູ້ນໍາເທີກີໄດ້ພະຍາຍາມຫາທາງເຮັດໃຫ້ສະຖານະການງຽບສະຫງົບລົງ ໃນ
ຂະນະທີ່ ພັນທະມິດຂອງປະເທດດັ່ງກ່າວ ຮຽກຮ້ອງທັງພວກເຈົ້າໜ້າທີ່ ແລະພວກ
ປະທ້ວງເຮັດໃຫ້ ການໂຮມຊຸມນຸມ ເປັນໄປຢ່າງສະຫງົບ.

ທ່ານ John Kerry ລັດຖະມົນຕີຕ່າງປະເທດສະຫະລັດກ່າວໃນຕອນບ່າຍວັນອັງຄານ
ວານນີ້ວ່າ ການປະທ້ວງທີ່ຮຸນແຮງ ເຮັດໃຫ້ມີຄວາມເປັນຫ່ວງເພີ້ມທະວີຂຶ້ນໃນທົ່ວ
ໂລກ ແລະວ່າ ມີແຕ່ຊາວເທີກີເທົ່ານັ້ນ ທີ່ຈະສາມາດແກ້ໄຂບັນຫາທີ່ເປັນພື້ນຖານ
ດັ່ງກ່າວໄດ້.

ທ່ານໄດ້ເນັ້ນໃຫ້ເຫັນເຖິງການສະໜັບສະໜູນຂອງສະຫະລັດຕໍ່ສິດເສລີພາບໃນການ
ໂຮມ ຊຸມນຸນ ແລະດ້ານຂ່າວສານ ພ້ອມທັງເວົ້າວ່າ ປະເທດທີ່ມີອໍານາດສູງສຸດຈະ
ເປັນປະເທດ ທີ່ມີສັງຄົມ ແລະມີລະບົບການເມືອງທີ່ເປີດກວ້າງ.

ເບິ່ງວີດິໂອກ່ຽວກັບຂ່າວນີ້:




ໃນຕອນເຊົ້າວັນອັງຄານວານນີ້ ທ່ານ Bulent Arinc ຮອງນາຍົກລັດຖະມົນຕີ ເວົ້າວ່າ “ການໃຊ້ກໍາລັງຢ່າງເກີນຂອບເຂດ” ກັບພວກປະທ້ວງ ແມ່ນຜິດ ແລະລັດຖະບານ ແມ່ນ “ຮຽນຮູ້ຈາກບົດຮຽນຂອງຕົນ.” ແຕ່ວ່າ ທ່ານກໍໄດ້ປະຕິເສດທີ່ຈະຂໍຂະມາໂທດ ຕໍ່ພວກທີ່ ທ່ານເວົ້າວ່າ ທ່ານໄດ້ທໍາລາຍຊັບສິນ ແລະກໍໄດ້ແຊກແຊງຕໍ່ສິດເສລີພາບ ຂອງປະຊາຊົນ. ສອງຄົນໄດ້ເສຍຊີວິດໄປ ແລະຕໍາຫລວດພ້ອມກັບພົນລະເຮືອນຫລາຍຮ້ອຍຄົນໄດ້ ຮັບບາດເຈັບ ນັບແຕ່ການປະທ້ວງໄດ້ເກີດຂຶ້ນ ໂດຍເປັນແຜນເພື່ອຈະນັ່ງປະທ້ວງ ຕໍ່ຕ້ານການມ້າງສວນສາທາລະນະ ໃນນະຄອນອິສຕັນບູລນັ້ນ.


ເບິ່ງປະມວນພາບກ່ຽວກັບການປະທ້ວງຢູ່ເທີກີ:
XS
SM
MD
LG