ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ນາຍົກລັດຖະມົນຕີ ເທີກີ ​ຮຽກຮ້ອງ ໃຫ້ປະເທດ ຢູ່ໃນຄວາມສະຫງົບ (ວີດິໂອ/ສະໄລດ໌)


ຊາຍຄົນນຶ່ງໂບກທຸງ ທີ່ມີຮູບຂອງທ່ານKemal Ataturk ຜູ້ສ້າງຕັ້ງປະເທດເທີກີ ໃນຂະນະທີ່ຊາວໜຸ່ມຫລາຍພັນຄົນ ໄປເຕົ້າໂຮມກັນຢູ່ທີ່ຈະຕຸລັດ Kizilay ນະຄອນ Ankara, ໃນວັນທີ 2 ມິຖຸນາ 2013.
ຊາຍຄົນນຶ່ງໂບກທຸງ ທີ່ມີຮູບຂອງທ່ານKemal Ataturk ຜູ້ສ້າງຕັ້ງປະເທດເທີກີ ໃນຂະນະທີ່ຊາວໜຸ່ມຫລາຍພັນຄົນ ໄປເຕົ້າໂຮມກັນຢູ່ທີ່ຈະຕຸລັດ Kizilay ນະຄອນ Ankara, ໃນວັນທີ 2 ມິຖຸນາ 2013.
ນາຍົກລັດຖະມົນຕີ Recep Tayyip Erdogan ຂອງເທີກີ ​
ໄດ້​ອອກ​ມາຮຽກຮ້ອງ ໃຫ້ປະເທດຢູ່ໃນຄວາມສະຫງົບ ແລະ
ໄດ້ຖິ້ມໂທດໃສ່ “ບັນດາ ພາກສ່ວນຫົວ ຮຸນແຮງຈັດ” ສໍາລັບ
ການປະທ້ວງຕໍ່ຕ້ານລັດຖະບານ ທີ່​ໄດ້ດໍາເນີນມາ ເປັນເວລາ
ຫລາຍວັນນັ້ນ.

ທ່ານ Erdogan ໄດ້ກ່າວຄໍາຮຽກຮ້ອງດັ່ງກ່າວ ໃນວັນຈັນມື້ນີ້
ກ່ອນຈະອອກ ເດີນທາງໄປຢ້ຽມຢາມ Morocco ຕາມທີ່ໄດ້
ວາງແຜນໄວ້ແລ້ວ.

ບໍລິ​ເວນຈະຕຸລັດ Taksim ຂອງນະຄອນອິສຕັນ​ບູລ ຢູ່​ໃນ
ສະພາບມິດງຽບ ສະຫງົບໃນເຊົ້າວັນຈັນມື້ນີ້ ແຕ່ກໍຍັງມີປ້າຍ
ປະທ້ວງ, ເສດສິ່ງຂອງທີ່ໃຊ້ຕັນທາງ ແລະຊາກຫັກພັງທີ່​ເຫລືອ
ມາຈາກການປະທ້ວງທີ່ດໍາເນີນໄປເປັນເວລາຫລາຍວັນ ຊຶ່ງ
ເປັນການປະທ້ວງຄັ້ງໃຫຍ່ທີ່ສຸດໃນຮອບຫລາຍໆປີຜ່ານມາ
ຂອງເທີກີນັ້ນ ຫລົງເຫລືອໃຫ້ເຫັນຢູ່.

ການ​ປະ​ທ້ວງທີ່ເລີ່ມຕົ້ນຂຶ້ນ ໂດຍເປັນການຮຽກຮ້ອງໃຫ້ ຍຸຕິແຜນການພັດທະນາຕົວ ເມືອງຄືນ ຢູ່ທີ່ດິນຂອງສວນສາທາລະນະ​ແຫ່ງ​ນຶ່ງ ແຕ່ໄດ້​ຂະຫຍາຍ​ກ້ວາງ​ອອກໄປ ລວມເຖິງການຕໍາໜິລັດຖະບານຂອງ​ທ່ານ Erdogan.

ເບິ່ງວີດິໂອກ່ຽວຂ້ອງກັບຂ່າວນີ້:

ການປະທ້ວງ ຕໍ່ຕ້ານລັດຖະບານ ຢູ່ເທີກີ
please wait

No media source currently available

0:00 0:01:02 0:00

ຕໍາຫລວດໃນອິສ​ແຕນ​ບູລ ​ແລະນະຄອນຫລວງແອງກາ​ຣາ ໄດ້ໃຊ້ລະເບີດນໍ້າຕາ ໃນຕອນ
ເຊົ້າໆຂອງວັນຈັນມື້ນີ້ ຂັບ​ໄລ່ພວກປະທ້ວງ​ໃຫ້​ແຕກ​ຜ່າ​ຍໜີ ຊຶ່ງພວກປະ​ທ້ວງ​ຈຸ​ນຶ່ງໄດ້
ພາກັນເດີນຂະບວນໄປຍັງຫ້ອງການຂອງທ່ານ Erdogan.

ລັດຖະມົນຕີ​ກະຊວງ​ພາຍ​ໃນ​ຂອງ​ເທີ​ກີ ​ເວົ້າ​ໃນວັນອາທິດວານນີ້ວ່າ ມີຫຼາຍກວ່າ 1,700
ຄົນ ​ຖືກ​ຈັບ​ໄປຂັງ ນັບແຕ່ອາທິດແລ້ວນີ້ເປັນຕົ້ນມາ ແຕ່ວ່າສ່ວນ​ໃຫຍ່​ແມ່ນໄດ້ຖືກປ່ອຍ
ຕົວໃຫ້ເປັນອິດສະລະແລ້ວ.

ເບິ່ງປະມວນພາບກ່ຽວກັບຂ່າວນີ້:

XS
SM
MD
LG