ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ເທີກີ ຈັບກຸມ 13 ຄົນ ໃນລະຫວ່າງ ການບຸກ​ເຂົ້າກວດຄົ້ນ ຢູ່ 16 ແຫ່ງ ໃນນະຄອນ Istanbul


ທຸງຊາດຂອງເທີກີ ຖືກລົດລົງເຄິ່ງເສົາ ໂດຍມີອາຄານ ຫໍຄວບຄຸມ ຢູ່ດ້ານຫຼັງ, ພັດປິວຢູ່ທີ່ສະໜາມບິນ ທີ່ໃຫຍ່ Istanbul Atatur ທີ່ສຸດຂອງປະເທດ ຫຼັງຈາກທີ່ ຖືກໂຈມຕີດ້ວຍລະເບີດສະຫຼະຊີບ ເມື່ອມື້ວານນີ້, ວັນທີ 29 ມິຖຸນາ 2016.
ທຸງຊາດຂອງເທີກີ ຖືກລົດລົງເຄິ່ງເສົາ ໂດຍມີອາຄານ ຫໍຄວບຄຸມ ຢູ່ດ້ານຫຼັງ, ພັດປິວຢູ່ທີ່ສະໜາມບິນ ທີ່ໃຫຍ່ Istanbul Atatur ທີ່ສຸດຂອງປະເທດ ຫຼັງຈາກທີ່ ຖືກໂຈມຕີດ້ວຍລະເບີດສະຫຼະຊີບ ເມື່ອມື້ວານນີ້, ວັນທີ 29 ມິຖຸນາ 2016.

ສື່ມວນຊົນຂອງເທີກີ ໄດ້ກ່າວໃນວັນພະຫັດມື້ນີ້ ວ່າ ຕຳຫຼວດໄດ້ຈັບກຸມ ຜູ້ຕ້ອງ ສົງໄສ 13 ຄົນທີ່ພົວພັນກັບການໂຈມຕີດ້ວຍລະເບີດສະຫຼະຊີບ 3 ລູກ ຢູ່ທີ່ ສະໜາມບິນ ນະຄອນ Istanbul ທີ່ໄດ້ສັງຫານ 42 ຄົນ ແລະຄົນອື່ນໆອີກ 239 ຄົນ ໄດ້ຮັບບາດເຈັບ.

ການຈັບກຸມດັ່ງກ່າວ ໄດ້ມີຂຶ້ນ ໃນລະຫວ່າງ ການບຸກ​ເຂົ້າກວດຄົ້ນ ຢູ່ 16 ສະຖານທີ່ ໃນນະຄອນ Istanbul. ຢ່າງນ້ອຍ 3 ຄົນໃນຈຳນວນ ພວກທີ່ ຖືກຄວບຄຸມຕົວ ໃນນະຄອນ Istanbul ແມ່ນກ່າວກັນວ່າ ເປັນຄົນຕ່າງດ້າວ.

ສະມາຊິກຄອບຄົວ ແລະ ເພື່ອນໆ ໄປຮ່ວມພິທີສົ່ງສະການ ຂອງຜູ້ເຄາະຮ້າຍ Gulsen Bahadir, ອາຍຸ 28, ພະນັກງານການບິນ ຂອງສາຍການບິນ ເທີກີ ຫຼື (THY) ທີ່ຖືກຂ້າຕາຍ ເມື່່ອວັນອັງຄານ ຍ້ອນລະເບີດ ຢູ່ທີ່ສະໜາມບິນ Ataturk ໃນນະຄອນ Istanbul, ວັນທີ 29, 2016.
ສະມາຊິກຄອບຄົວ ແລະ ເພື່ອນໆ ໄປຮ່ວມພິທີສົ່ງສະການ ຂອງຜູ້ເຄາະຮ້າຍ Gulsen Bahadir, ອາຍຸ 28, ພະນັກງານການບິນ ຂອງສາຍການບິນ ເທີກີ ຫຼື (THY) ທີ່ຖືກຂ້າຕາຍ ເມື່່ອວັນອັງຄານ ຍ້ອນລະເບີດ ຢູ່ທີ່ສະໜາມບິນ Ataturk ໃນນະຄອນ Istanbul, ວັນທີ 29, 2016.

ອົງການຂ່າວ Anadolu ຂອງທາງການ ຍັງໄດ້ກ່າວວ່າ ​ເຈົ້າໜ້າທີ່ໄດ້ຈັບກຸມ 9 ຄົນ ຢູ່ທີ່ເມືອງແຄມຝັ່ງ​ທະ​ເລ Izmir ທາງພາກຕາເວັນຕົກ ຂອງ​ປະ​ເທດ ​ໂດຍຖືກກ່າວຫາວ່າ ມີສ່ວນພົວພັນກັບພວກນັກຮົບລັດ ອິສລາມ ຢູ່ໃນຊີເຣຍ ທີ່ລວມທັງ​ໃຫ້ການສະໜັບສະໜູນດ້ານການເງິນ ການເກນຄົນ ແລະ ດ້ານ ພະລາທິການຕ່າງໆ ແກ່ກຸ່ມລັດອິສລາມ.

ບັນດາເຈົ້າໜ້າທີ່ເທີກີ ໄດ້ຖິ້ມໂທດໃສ່ ກຸ່ມລັດອິສລາມ ກ່ຽວ​ກັບການໂຈມຕີ ສະໜາມບິນ ເຖິງແມ່ນວ່າ ພວກຫົວຮຸນແຮງກຸ່ມ​ນີ້ ບໍ່ໄດ້ອ້າງເອົາຄວາມຮັບ ຜິດຊອບໃດໆ ກໍຕາມ.

ນາຍົກລັດຖະມົນຕີ ທ່ານ Binali Yildirim ໄດ້ກ່າວໃນວັນພຸດວານນີ້ ວ່າ ການສືບສວນສອບສວນ ແມ່ນມີຢູ່ຕໍ່ໄປ ແຕ່ວ່າ ຫຼັກຖານ ​ໄດ້ຊີ້ໃສ່ກຸ່ມລັດ ອິສລາມ. ທ່ານໄດ້ສະເໜີແນະວ່າ ການໂຈມຕີ ອາດເປັນການຕອບໂຕ້ຕໍ່ການ ທີ່ເທີກີ ພະຍາຍາມຈະປັບປຸງສາຍສຳພັນກັບ ຣັດເຊຍ ແລະ ອິສຣາແອລ.

ຫົວໜ້າອົງການສືບລັບ CIA ຂອງສະຫະລັດ ທ່ານ John Brennan ໄດ້ກ່າວ ວ່າ ການວາງລະເບີດດັ່ງກ່າວ ​ແມ່ນ​ເປັນ​ຮ່ອງຮອຍ ຂອງ “ຄວາມເຊື່ອມຊາມ” ທຸກ​ຢ່າງຂອງກຸ່ມລັດອິສລາມ ແລະ ໄດ້ເຕືອນເຖິງຄວາມທ້າທາຍຕ່າງໆ ທີ່ຈະ ຢຸດຢັ້ງການໂຈມຕີປະເພດນັ້ນ.

ທ່ານ Brennan ໄດ້ກ່າວຕໍ່ອົງການຂ່າວ Yahoo ວ່າ “ທ່ານເບິ່ງ ອັນທີ່ໄດ້ ເກີດຂຶ້ນ ໃນສະໜາມບິນຂອງເທີກີ ສິ່ງ​ເຫລົ່ານີ້ ແມ່ນເສື້ອລະເບີດສະຫຼະຊີບ. ມັນບໍ່​ເປັນ​ການ​ຍາກ​ເລີຍ ທີ່ຈະສ້າງ ແລະ ປະດິດເສື້ອສະຫຼະຊີບ.”

ປະທານາທິບໍດີ ສະຫະລັດ ທ່ານບາຣັກ ໂອບາມາ ໄດ້ກ່າວໃນວັນພຸດວານນີ້ ຢູ່ທີ່ ກອງປະຊຸມສຸດຍອດ ບັນດາຜູ້ນຳ ອາເມຣິກາ ເໜືອ ຢູ່ໃນການາດາ ວ່າ ລັດຖະບານຂອງທ່ານ “ຈະບໍ່ພັກຜ່ອນ ຈົນກວ່າວ່າພວກເຮົາໄດ້ທັບມ້າງ ເຄືອຂ່າຍຂອງຄວາມກຽດຊັງເຫຼົ່ານີ້ ທີ່ໄດ້ສົ່ງຜົນກະທົບ ຕໍ່ໂລກທີ່ສີວິໄລ ທັງມວນ.”

ການ​ໃຫ້ຄຳເຫັນຂອງທ່ານໂອບາມາ ມີຂຶ້ນ ຫຼັງຈາກທີ່ທ່ານໄດ້ໂທລະ ສັບໄປລົມກັບປະທານາທິບໍດີເທີກີ ທ່ານ Recep Tayyip Erdogan.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

Turkey Explosion
please wait
Embed

No media source currently available

0:00 0:02:10 0:00

XS
SM
MD
LG