ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ເທີກີ ລົງຄະແນນສຽງ ໃນການ ເລືອກຕັ້ງ ຄັ້ງທີ 2


Amid Tensions, Turkey’s Kurds Hope Poll Will Further Their Agenda
please wait

No media source currently available

0:00 0:02:18 0:00

ຖ້າມກາງຄວາມເຄັ່ງຕຶງ, ປະຊາຊົນຊາວ ເຄີດ ຂອງ ເທີກີ ຫວັງວ່າການເລືອກຕັ້ງຈະສົ່ງເສີມຜົນປະໂຫຍດຂອງພວກເຂົາເຈົ້າ.

ໄດ້ມີການປ່ອນບັດລົງຄະແນນສຽງເລືອກຕັ້ງລັດຖະສະພາໃນ ປະເທດ ເທີກີ ໃນວັນອາທິດ ມື້ນີ້ ເຊິ່ງອາດເປັນການຕັດສິນວ່າ ພັກລັດຖະບານ ທີ່ກຳລັງປົກຄອງປະເທດໃນປະຈຸບັນ ຈະສາມາດ ເອົາຊະນະຄືນ​ ສຽງສ່ວນຫຼາຍທີ່ພວກເຂົາເຈົ້າ ໄດ້ຮັບມາເປັນ ເວລາຫຼາຍປີນັ້ນ ຫຼືບໍ່.

ໜ່ວຍປ່ອນບັດເລືອກຕັ້ງໄດ້ໄຂຂຶ້ນຫຼັງຈາກເຊົ້າມືດ ເວລາ 7 ໂມງ ເຊົ້າໃນພາກຕາເວັນ ອອກຂອງ ເທີກີ, ພ້ອມກັບອີກຫຼາຍໜ່ວຍ ເລືອກຕັ້ງໃນພາກຕາເວັນຕົກ 1 ຊົ່ວໂມງຕໍ່ມາ.

ການເລືອກຕັ້ງໃນວັນອາທິດມື້ນີ້ ແມ່ນຄັ້ງທີ 2 ໃນ 5 ເດືອນ, ຊຶ່ງ ຮຽກຮ້ອງໃຫ້ຈັດຂຶ້ນໂດຍ ປະທານາທິບໍດີ Recep Tayyip Erdogan ຫຼັງ ຈາກພັກຍຸດຕິທຳ ແລະ ການພັດທະນາ ຂອງທ່ານ ໄດ້ສູນເສຍຄະແນນ ສະໜັບສະໜູນສ່ວນຫຼາຍຂອງພວກ ເຂົາເຈົ້າ ຢ່າງໜ້າຕົກ ໃຈໃນສະພາແຫ່ງຊາດໃຫຍ່ເປັນຄັ້ງທຳອິດໃນຮອບ 13 ປີ. ຫຼັງຈາກການ ພ່າຍແພ້ໄປ, ນາຍົກລັດຖະມົນຕີ ທ່ານ Ahmet Davutoglu ກໍໄດ້ລົ້ມແຫຼວໃນການສ້າງພັນ ທະມິດ ປົກຄອງປະເທດ ກັບ ພັກຝ່າຍຄ້ານ 3 ພັກທີ່ເປັນ ຕົວແທນໃນສະພາ.

ການເລືອກຕັ້ງຄືນ ແມ່ນດຳເນີນຂຶ້ນຖ້າມກາງເສດຖະກິດທີ່ຝືດເຄືອງ, ຄວາມຮຸນແຮງລະ ຫວ່າງ ລັດຖະບານ ແລະ ພັກກຳມະກອນຊາວ ເຄີດ ຫຼື PKK ເຊິ່ງເປັນກຸ່ມນອກກົດ ໝາຍທີ່ໄດ້ ຜູກມັດໃນການດີ້ນຮົນເພື່ອ ການປົກຄອງຕົນເອງຈາກ ນະຄອນຫຼວງ Ankara ແລະ ດຳເນີນ ການໂຈມຕີກໍ່ການຮ້າຍ, ລວມທັງການລະເບີດສະຫຼະຊີບສອງ ຄັ້ງໃນທີ່ຊຸມນຸມ ສັນຕິພາບໃນ ຕົ້ນເດືອນນີ້ຂອງການຊຸມນຸມພັກ PKK ທີ່ໄດ້ເຮັດໃຫ້ມີຄົນ ເສຍຊີວິດ 130 ຄົນ.

Turkey Elections
please wait
Embed

No media source currently available

0:00 0:00:30 0:00

XS
SM
MD
LG