ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ທະຫານເທີກີ 26 ຄົນ ເສຍຊີວິດ


South Korean Marine K-55 self-propelled howitzers are parked during an exercise against possible attacks by North Korea near the border village of Panmunjom in Paju, South Korea, April 1, 2013.
South Korean Marine K-55 self-propelled howitzers are parked during an exercise against possible attacks by North Korea near the border village of Panmunjom in Paju, South Korea, April 1, 2013.

ມີ​ລາຍ​ງານ​ວ່າ ພວກ​ກະບົດຊາວ Kurds ​ໄດ້​ສັງຫານ​ພວກ​ທະຫານ​ຂອງ​ເທີ​ກີ 26 ຄົນ​ ​ແລະ​ບາດ​ເຈັບ​ຕື່ມ​ອີກ 16 ຄົນໃກ້ໆ​ກັບ​ຊາຍ​ແດນ​ທີ່​ຕິດ​ກັບ​ອີຣັກ ​ໃນ​ການ​ໂຈມ​ຕີ​ທີ່​ມີ​ຜູ້​ຄົນເສຍ​ຊີວິດຫລາຍ​ທີ່​ສຸດ​ບັ້ນ​ນຶ່ງ​ໃນ​ຮອບ​ຫລາຍ​ປີຜ່ານມາ.

ລາຍ​ງານ​ຂ່າວ​ນີ້​ເວົ້າ​ວ່າ ພວກ​ກະບົດ​ຈາກ​ພັກ​ແຮງ​ງານ​ Kurdistan ຫລື PKK ​ໄດ້ເປີດ​ສາກ​ຍິງ​ເຂົ້າໃສ່​ຄ້າຍ​ທະຫານ​ໃນ​ເມືອງ Cukurca ​ແລະ​ເມືອງ Yuksekova ​ໃນແຂວງ Hakkari ທາງພາກ​ຕາ​ເວັນ​ອອກສຽງ​ໃຕ້​ຂອງ​ເທີ​ກີ.

ອົງການ​ຂ່າວ​ທີ່​ນິຍົມ​ຊາວ Kurds ກ່າວ​ວ່າ ພວກ​ກໍາລັງ​ກອງທັບ​ເທີ​ກີ​ໄດ້​ຂ້າມ​ເຂດ​ແດນ​ເຂົ້າ​ໄປ​ໃນ​ອີຣັກ​ເພື່ອ​ຕິດຕາມ​ຫາ​ພວກ​ກະບົດຊາວ Kurds ເພື່ອເປັນການ​ຕອບ​ໂຕ້​ຕໍ່​ການ​ໂຈມ​ຕີ​ຄັ້ງ​ນີ້. ບັນດາ​ເຈົ້າ​ໜ້າ​ທີ່​ກອງທັບ​ເທີ​ກີບໍ່​ໄດ້​ກ່າວ​ຖ້ອຍ​ຖະ​ແຫລ​ງ​ໃດໆ​ອອກ​ມາ​ກ່ຽວ​ກັບ​ລາຍ​ງານ​ດັ່ງກ່າວ​ໃນ​ເວລາ​ນີ້.

ພັກ PKK ​ໄດ້​ເພີ່ມ​ທະວີ​ການ​ໂຈມ​ຕີ​ຂອງ​ພວກ​ຕົນ​ ​ຕໍ່​ເປົ້າ​ໝາຍ​ແຫ່ງ​ຕ່າງໆ​ຂອງ​ເທີ​ກີ​ໃນ
ຫວ່າງ​ບໍ່​ເທົ່າ​ໃດ​ສັບປະດາ​ຜ່ານ​ມາ​ນີ້. ກໍາລັງ​ລັດຖະບານ​ເທີ​ກີ​ໄດ້​ທໍາ​ການຕອບ​ໂຕ້​ໂດຍ​
ເພີ່ມ​ທະວີ​ການ​ໂຈມ​ຕີ​ທາງ​ອາກາດຕໍ່ຖານ ​ປະຕິບັດ​ງານທີ່ສົງ​ໄສ​ວ່າ​ເປັນ​ຂອງ​ພວກ​ກະ
ບົດ​ໃນ​ພາກ​ເໜືອ​ຂອງ​ອີຣັກ. ​ໃນ​ເດືອນ​ສິງຫາ​ຜ່ານ​ມາ ກອງທັບ​ເທີ​ກີກ່າວ​ວ່າ ຕົນ​ໄດ້​ສັງ
ຫານພວກ​ ກະບົດຊາວ Kurds ຈໍານວນ​ຫລາຍ​ເຖິງ 160 ຄົນ ​ໃນ​ການ​ໂຈມ​ຕີ​ທາງ​ອາ
ກາດ​ແລະ​ຍິງ​ປືນ​ໃຫຍ່​ຂ້າມ​ຊາຍ​ແດນນັ້ນ.

ພວກ​ກະບົດຊາວ Kurds ​ໄດ້​ທໍາ​ການ​ຕໍ່ສູ້​ມາ​ເພື່ອ​ປົກຄອງ​ຕົນ​ເອງ​ໃນ​ເຂດພາກ​ຕາ​ເວັນ​
ອອກສຽງ​ໃຕ້​ຂອງ​ເທີ​ກີ ຊຶ່ງ​ປະຊາຊົນ​ສ່ວນ​ໃຫຍ່​ເປັນ​ຊາວ Kurds ນັບ​ແຕ່​ປີ 1984 ​ເປັນ
ຕົ້ນ​ມາ. ບັນຫາ​ຂັດ​ແຍ້​ງກັນ​ດັ່ງກ່າວ​ໄດ້ເອົາ​ຊີວິດ​ປະຊາຊົນ​ໄປ​ແລ້ວ​ຫລາຍ​ກວ່າ 40 ພັນ
ຄົນ.

ເທີ​ກີ ສະຫະລັດ​ແລະ​ພວກ​ປະ​ເທດ​ໃນ​ສະຫະພາບ​ຢູ​ໂຣບ​ຖື​ວ່າ​ ພັກ PKK ນີ້​ເປັນ​ກຸ່ມ​ກໍ່
ການ​ຮ້າຍ.

XS
SM
MD
LG