ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ເທີກີ ຍັງຄົງ ເຮັດໃຫ້ ຊາວອົບພະຍົບ ຊີເຣຍ ລໍຖ້າການເປີດ ຊາຍແດນ ຂອງຕົນ


ໃນຮູບພາບນີ້ ທີ່ສະໜອງໂດຍ ກຸ່ມຊ່ອຍເຫຼືອ ອິສລາມ IHH ຂອງເທີກີ, ສະແດງໃຫ້ເຫັນ ຊາວຊີເຣຍ ກຳລັງຫຼົບໜີຈາກ
ບັນຫາຂັດແຍ້ງ ຢູ່ໃນຂົງເຂດ Azaz, ເດີນທາງດ້ວຍລົດ
ກະບະ ໄປເຖິງ ປະຕູເຂດຊາຍແດນ Bab al-Salam ຂອງຊີເຣຍ, ວັນທີ 5 ກຸມພາ 2016.
ໃນຮູບພາບນີ້ ທີ່ສະໜອງໂດຍ ກຸ່ມຊ່ອຍເຫຼືອ ອິສລາມ IHH ຂອງເທີກີ, ສະແດງໃຫ້ເຫັນ ຊາວຊີເຣຍ ກຳລັງຫຼົບໜີຈາກ ບັນຫາຂັດແຍ້ງ ຢູ່ໃນຂົງເຂດ Azaz, ເດີນທາງດ້ວຍລົດ ກະບະ ໄປເຖິງ ປະຕູເຂດຊາຍແດນ Bab al-Salam ຂອງຊີເຣຍ, ວັນທີ 5 ກຸມພາ 2016.

ໃນຂະນະທີ່ ເທີກີ ກ່າວວ່າ ຕົນຮັບເອົາຊາວອົບພະຍົບເຕັມ
“ຄວາມອາດສາມາດທີ່ຮັບໄດ້” ຢູ່ນັ້ນ ບັນດາພະນັກງານ
ຊ່ອຍເຫຼືອຂອງເທີກີ ກໍແມ່ນກຳລັງສະໜອງດ້ວຍຕູບຜ້າ ແລະ
ເຄື່ອງຂອງຕ່າງໆ ໃຫ້ແກ່ຊາວອົບພະຍົບຊີເຣຍ ຜູ້ທີ່ໄດ້ເຕົ້າ
ໂຮມກັນຢູ່ທີ່ຊາຍແດນ ລະຫວ່າງສອງປະເທດ.

ຮອງນາຍຍົກລັດຖະມົນຕີ ທ່ານ Numan Kurtulmus ບອກ
ຕາໜ່າງຂ່າວ CNN ຂອງໂທລະພາບເທີກີ ໃນວັນອາທິດວານນີ້
ວ່າ ເທີກີ ໄດ້ຮັບເອົາອົບພະຍົບ 3 ລ້ານຄົນແລ້ວ ສ່ວນໃຫຍ່ແມ່ນ
ຊາວຊີເຣຍ.

ທ່ານ Kurtulmus ກ່າວວ່າ “ແຕ່ໃນທີ່ສຸດ ພວກຄົນເຫຼົ່ານີ້ ບໍ່ມີບ່ອນໃດເລີຍ ທີ່ພວກເຂົາ
ເຈົ້າຈະໄປໄດ້. ບໍ່ວ່າ ພວກເຂົາ ຈະຖືກ ຂ້າຕາຍ ພາຍໃຕການຖິ້ມລະເບີດ ແລະ ເທີກີ
ຈະເບິ່ງການເຂັ່ນຂ້າໃຫ້ຕາຍນີ້ ຄືກັນກັບປະເທດອື່ນໆ ໃນໂລກ ຫຼືວ່າ ພວກເຮົາຈະ
ເປີດຊາຍແດນ ຂອງພວກເຮົາ.”

ເທີກີ ໄດ້ປິດຊາຍແດນ Oncupinar ຂອງຕົນ ກົງກັນຂ້າມກັບເຂດຊາຍແດນ Bab
al-Samam ຂອງຊີເຣຍ ບ່ອນທີ່ຊາວຊີເຣຍຫຼາຍພັນຄົນໄດ້ໄປເຕົ້າໂຮມກັນ ໃນວັນ
ອາທິດວານນີ້ ເປັນເວລາສາມມື້ແລ້ວ ເພື່ອລໍຄອຍການເປີດຊາຍແດນຕໍ່ໄປ. ທາງການ
ຂອງເທີກີ ກ່າວວ່າ ຊາວຊີເຣຍ ເຖິງ 35,000 ຄົນ ແມ່ນພວມລໍຖ້າຢູ່ທີ່ເຂດຊາຍແດນ.
ຊາວຊີເຣຍ ແມ່ນຫາທາງຫລົບໜີ ການບຸກໂຈມຕີຂອງລັດຖະບານຊີເຣຍ ທີ່ໜູນຫລັງ
ໂດຍຣັດເຊຍ ໃນເມືອງ Aleppo ຂອງຊີເຣຍ ນັ້ນ.

ປະທານາທິບໍດີ ເທີກີ ທ່ານ Recep Tayyip Erdogan ກ່າວວ່າ “ຖ້າ ມີຄວາມຈຳເປັນ
ພວກເຮົາກໍຈະຕ້ອງ ແລະ ຈະໃຫ້ພວກອ້າຍນ້ອງຂອງພວກເຮົາເຂົ້າມາ.”
ມັນຍັງບໍ່ທັນ
ຈະແຈ້ງໃນທັນທີເທື່ອ ເຖິງຢ່າງໃດກໍຕາມ ວ່າອັນໃດຈະເກີດຂຶ້ນກ່ອນ ກ່ອນທີ່ເຂດຂ້າມ
ຊາຍແດນຈະເປີດ.

ນາຍົກລັດຖະມົນຕີເຢຍຣະມັນ ທ່ານນາງ Angela Merkel ຜູ້ທີ່ໄດ້ໃຫ້ຊາວອົບພະຍົບ
ໜຶ່ງລ້ານຄົນເຂົ້າປະເທດຂອງຕົນເມື່ອປີກາຍນີ້ ແມ່ນມີກຳນົດຈະເປີດການເຈລະຈາ ກັບ
ທ່ານ Erdogan ແລະ ນາຍົກລັດຖະມົນຕີ Davutoglu ຢູ່ໃນນະຄອນຫຼວງ Ankara
ຂອງເທີກີ ໃນວັນຈັນມື້ນີ້.

ສະຫະພາບຢູໂຣບ ໄດ້ຮຽກຮ້ອງ ໃນວັນເສົາຜ່ານມາວ່າ ໃຫ້ເທີກີ ເປີດຊາຍແດນຂອງຕົນ
ທີ່ຕິດກັບຊີເຣຍ. ບັນດາປະເທດໃນສະຫະພາບຢູໂຣບ ໄດ້ປະຕິຍານວ່າຈະ ໃຫ້ທຶນຊ່ອຍ
ເຫຼືອມູນຄ່າ 3 ພັນ 3 ຮ້ອຍລ້ານໂດລາ ແກ່ເທີກີ ເພື່ອໃຫ້ທີ່ຫລົບລີ້ໄພ ແກ່ຊາວອົບພະຍົບ
ແລະ ເພື່ອຊ່ອຍໃຫ້ຫຼຸດຜ່ອນ ຈຳນວນຂອງອົບພະຍົບ ທີ່ຫາທາງໄປຂໍລີ້ໄພຢູ່ໃນຢູໂຣບ.

Turkey Syria Refugees
please wait
Embed

No media source currently available

0:00 0:00:58 0:00

XS
SM
MD
LG