ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ເທີກີ ອອກໝາຍຈັບ ພວກນັກຂ່າວ ຕື່ມອີກ ຫຼາຍສິບຄົນ


ກຳລັງພິເສດຂອງຕຳຫຼວດ ຢືນຍາມທີ່ທາງສາຍນຶ່ງ ໃນນະຄອນອິສຕັນບູລ ປະເທດເທີກີ. (18 ກໍລະກົດ 2016)
ກຳລັງພິເສດຂອງຕຳຫຼວດ ຢືນຍາມທີ່ທາງສາຍນຶ່ງ ໃນນະຄອນອິສຕັນບູລ ປະເທດເທີກີ. (18 ກໍລະກົດ 2016)

ເຈົ້າໜ້າ​ທີ່​ເທີ​ກີ​ໄດ້​ອອກ​ໝາຍ​ຈັບພວກ​ນັກ​ຂ່າວ​ຫລາຍ​ສິບ​ຄົນ ທີ່​ຖືກ​ກ່າວ​ຫາ​ວ່າ ມີ​ຄວາມ​ສຳພັນ​ກັບ​ນັກ​ສອນ​ສາສະໜາອິສລາມ ທີ່​ລີ້​ໄພ​ຢູ່​ໃນ​ສະຫະລັດ​ ທີ່​ລັດຖະບານ​ກ່າວ​ອ້າງ​ວ່າ ​ເ​ປັນ​ຜູ້​ຢູ່​ເບື້ອງຫຼັງການ​ເຮັດ​ລັດຖະປະຫານ​ທີ່​ປະສົບ​ກັບ​ຄວາມລົ້ມ​ແຫຼວ​ໃນ​ເດືອນ​ນີ້.

ມີ​ນັກ​ຂ່າວ​ຢ່າງ​ໜ້ອຍໜຶ່ງ​ຄົນ​ໄດ້​ຖືກ​ຈັບ​ໃນ​ວັນ​ພຸດ​ມື້ນີ້ ​ແລະ​ໄດ້​ມີ​ການ​ອອກ​ໝາຍ​ຈັບອະ ດີດ​ສະມາຊິກ 47 ຄົນ ​ຂອງຄະນະ​ບັນນາທິການ​ໜັງສືພິມ Zaman ຊຶ່ງເປັນ​ໜັງສືພິມ​ທີ່​ໃຫຍ່​ທີ່​ສຸດໃນ​ເທີ​ກີ. ​ໃ​ນ​ເດືອນ​ມີນາ​ປີນີ້ ສານ​ເທີ​ກີ​ໄດ້​ສັ່ງ​ໃຫ້​ລັດຖະບານ​ເຂົ້າຄວບ​ຄຸມ​ໜັງ ສືພິມດັ່ງກ່າວ​ແລະ​ບໍ່​ດົນ​ຫລັງ​ຈາກ​ນັ້ນຕຳຫຼວດກໍ​ໄດ້​ບຸກເຂົ້າ​ໄປ​ກວດ​ຄົ້ນ​ສຳນັກງານ​ແຫ່ງ​ຕ່າງໆ​ຂອງ​ໜັງສືພິມ​.

ໜັງສືພິມ​ສະບັບ​ນີ້ ມີ​ຄວາມ​ສຳພັນ​ທີ່​ໃກ້ຊິດ​ກັບ​ຂະ​ບວນການ​ຂອງນັກ​ສອນ​ສາສະໜາ​ທີ່ ​ລີ້ໄພ​ຢູ່​ສະຫະລັດ ທ່ານ Fetullah Gulen. ນັບ​ຕັ້ງ​ແຕ່​ລັດຖະບານ​ໄດ້​ເຂົ້າຄວບ​ຄຸມແລ້ວ ໜັງສືພິມ​ດັ່ງກ່າວ​ແມ່ນ​ໄດ້​ເອົາ​ທ່າ​ທີ​ນິຍົມ​ລັດຖະບານ​ຢ່າງ​ແຂງ​ຂັນ​ໃນການ​ລາຍ​ງານ​ຂ່າວ​ຂອງ​ຕົນ.

​ໃນຕົ້ນອາທິດ​ນີ້ ລັດຖະບານ​ໄດ້​ອອກ​ໝາຍ​ຈັບນັກ​ຂ່າວ​ຄົນ​ອື່ນໆ 46 ຄົນຊຶ່ງ 16 ຄົນ​ໃນ​ຈຳນວນ​ນີ້ແມ່ນ​ໄດ້​ຖືກ​ເຈົ້າໜ້າ​ທີ່​ຈັບ​ໂຕ​ໄວ້​ແລ້ວ.

ການ​ປາ​ບປາມ​ພວກ​ນັກ​ຂ່າວ​ ມີ​ຂຶ້ນໃນ​ຖານະ​ທີ່​ເປັນ ​ພາກສ່ວນ​ນຶ່ງ​ ຂອງ​ການ​ກວດ​ລ້າງ​ເຈົ້າໜ້າ​ທີ່​ລັດ​ຖະບານ ​ໃນ​ຂອບ​ເຂດ​ທີ່​ກວ້າງຂວາງ ​ແລະ​ພວກ​ຜູ້ນຳ​ດ້ານ​ວິຊາການ ຫຼັງ​ຈາກ​ໄດ້​ມີ​ການ​ພະຍາຍ​າມ​ເ​ຮັດ​ລັດຖະປະຫານ​ແຕ່​ປະສົບ​ກັບ​ຄວາມ​ລົ້ມ​ແຫຼວທີ່​ເຮັດ​ໃຫ້​ເກືອບ​ 300 ຄົນ​ເສຍ​ຊີວິດ.

ອົງການ​ນິລະ​ໂທດ​ກຳ​ສາກົນ​ກະ​ປະມານ​ວ່າ ມີ​ຫຼາຍ​ກວ່າ 10 ພັນ​ຄົນ​ໄດ້​ຖືກ​ຈັບ ນັບ​ແຕ່​ໄດ້​ມີ​ການ​ພະຍາຍາມ​ເຮັດ​ລັດຖະປະຫານ ​ເມື່ອ​ວັນ​ທີ 15 ກໍລະກົດ​ເປັນ​ຕົ້ນມາ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG