ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ເທີກີ ແລະ ອິສຣາແອລ ຟື້ນຟູ ສາຍສຳພັນ ປົກກະຕິ ນຳກັນ ຄືນໃໝ່


ທຸງຊາດ ເທີກີ ພັດປິວສະບັດ ຢູ່ເທິງສະຖານທູດ ຂອງເທີກີ ໃນຂະນະທີ່ທຸງຊາດ ອິສຣາແອລ ກໍສາມາດເຫັນໄດ້ຢູ່ໃກ້ຄຽງ ໃນນະຄອນຫຼວງ Tel Aviv ຂອງ ອິສຣາແອລ, ວັນທີ 26 ມິຖຸນາ 2016.
ທຸງຊາດ ເທີກີ ພັດປິວສະບັດ ຢູ່ເທິງສະຖານທູດ ຂອງເທີກີ ໃນຂະນະທີ່ທຸງຊາດ ອິສຣາແອລ ກໍສາມາດເຫັນໄດ້ຢູ່ໃກ້ຄຽງ ໃນນະຄອນຫຼວງ Tel Aviv ຂອງ ອິສຣາແອລ, ວັນທີ 26 ມິຖຸນາ 2016.

ອິສຣາແອລ ກັບ ເທີກີ ໄດ້ບັນລຸຂໍ້ຕົກລົງ ເພື່ອສ້າງຕັ້ງສາຍສຳພັນ ປົກກະຕິ ນຳກັນຄືນໃໝ່. ນາຍົກລັດຖະມົນຕີ ອິສຣາແອລ ທ່ານ Benjamin Netanyahu ໄດ້ກ່າວໃນວັນອາທິດວານນີ້ ຫຼັງຈາກໄດ້ພົບປະກັບ ລັດຖະ ມົນຕີຕ່າງປະເທດ ສະຫະລັດ ທ່ານ John Kerry ວ່າ “ຂ້າພະເຈົ້າຄິດວ່າ ມັນເປັນບາດກ້າວທີ່ສຳຄັນ ນະທີ່ນີ້ ເພື່ອສ້າງຕັ້ງສາຍສຳພັນ ປົກກະຕິ ນຳກັນຄືນໃໝ່.”

ເຮື່ອກ່ຳປັ່ນ ຂອງເທີກີ Mavi Marmara ເຂົ້າຮ່ວມການເດີນເຮືອ ໃນຫົວຂໍ້ 'Freedom Flotilla' ທີ່ມຸ້ງໜ້າໄປຍັງເຂດ Gaza Strip, ວັນທີ 28 ພຶດສະພາ 2010.
ເຮື່ອກ່ຳປັ່ນ ຂອງເທີກີ Mavi Marmara ເຂົ້າຮ່ວມການເດີນເຮືອ ໃນຫົວຂໍ້ 'Freedom Flotilla' ທີ່ມຸ້ງໜ້າໄປຍັງເຂດ Gaza Strip, ວັນທີ 28 ພຶດສະພາ 2010.

ສາຍສຳພັນ ລະຫວ່າງສອງປະເທດນີ້ ໄດ້ແຕກຫັກລົງ ເມື່ອປີ 2010 ຍ້ອນ ການບຸກສະກັດກັ້ນເຮືອກ່ຳປັ່ນບັນທຸກເຄື່ອງຊ່ອຍເຫຼືອ ຂອງເທີກີ ທີ່ເດີນທາງ ໄປຍັງ ເຂດ Gaza ຊຶ່ງໃນເວລານັ້ນ ຕົກຢູ່ພາຍໃຕ້ການປິດລ້ອມ ໂດຍ ອິສຣາແອລ ຍ້ອນການນຳຂອງກຸ່ມຫົວຮຸນແຮງ Hamas ຢູ່ທີ່ແຫ່ງນັ້ນ.

ເຈົ້າໜ້າທີ່ອາວຸໂສ ອິສຣາແອລ ທ່ານໜຶ່ງ ໄດ້ກ່າວເຖິງການຟື້ນຟູສາຍສຳພັນ ປົກກະຕິຄືນໃໝ່ນັ້ນ ວ່າ ອິສຣາແອລ ໄດ້ຂໍອະໄພໂທດ ສຳລັບການບຸກຂຶ້ນເຮືອ ຂັ້ນຮຸນແຮງ ແລະໄດ້ຕົກລົງທີ່ຈະຈ່າຍຄ່າເສຍຫາຍ ມູນຄ່າ 20 ລ້ານໂດລາ ໃຫ້ແກ່ຜູ້ສູນເສຍຊີວິດ ແລະ ຜູ້ໄດ້ຮັບບາດເຈັບ. ຢູ່ພາຍໃຕ້ຂໍ້ຕົກລົງນີ້ ທັງສອງ ປະເທດຍັງຈະຟື້ນຄືນ ເອກອັກຄະລັດຖະທູດຂອງພວກຕົນ.

ນາຍົກລັດຖະມົນຕີ ເທີກີ ທ່ານ Binali Yildirim ກ່າວຖະແຫລງ ຕໍ່ສື່ມວນຊົນ ໃນນະຄອນຫຼວງ Ankara, ວັນທີ 27 ມິຖຸນາ 2016.
ນາຍົກລັດຖະມົນຕີ ເທີກີ ທ່ານ Binali Yildirim ກ່າວຖະແຫລງ ຕໍ່ສື່ມວນຊົນ ໃນນະຄອນຫຼວງ Ankara, ວັນທີ 27 ມິຖຸນາ 2016.

ສ່ວນ ເຈົ້າໜ້າທີ່ອະວຸໂສ ເທີກີ ທ່ານນຶ່ງ ໄດ້ກ່າວວ່າ ຂໍ້ຕົກລົງຍັງສະໜອງໃຫ້ ເທີກີ ນຳສົ່ງການຊ່ອຍເຫຼືອດ້ານມະນຸດສະທຳ ແລະ ສິ່ງຂອງທີ່ບໍ່ກ່ຽວກັບ ການທະຫານ ໄປຍັງເຂດ Gaza ແລະ ພົວພັນດ້ານໂຄງການພື້ນຖານໂຄງ ລ່າງຕ່າງໆ ທີ່ລວມທັງ ການກໍ່ສ້າງອາຄານທີ່ຢູ່ອາໄສ ແລະ ການສຳເລັດສ້າງ ໂຮງໝໍ.

ຂໍ້ຕົກລົງນີ້ ຍັງຈະແກ້ໄຂການຂາດແຄນນ້ຳປະປາ ແລະ ພະລັງງານໄຟຟ້າ ຢູ່ໃນເຂດ Gaza ນຳດ້ວຍ.

ພວກນັກເຄື່ອນໄຫວ ເທີກີ 10 ຄົນ ໄດ້ຖືກຂ້າຕາຍ ຢູ່ໃນເຫດການດັ່ງກ່າວ ເມື່ອປີ 2010 ແລະ ເທີກີ ໄດ້ຮຽກຮ້ອງໃຫ້ມີການຊົດເຊີຍ ພ້ອມກັນກັບ ໃຫ້ຍຸຕິ ການປິດລ້ອມ ເຂດແດນຂອງຊາວປາແລສໄຕນ໌ນຳ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

Turkey Israel
please wait
Embed

No media source currently available

0:00 0:01:17 0:00

XS
SM
MD
LG