ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ເທີກີ ຖິ້ມໂທດໃສ່ ພວກກະບົດຊາວ Kurd ໃນການໂຈມຕີ ນະຄອນ Ankara


A devotee prays ahead of Vesak Day at Kong Meng San Phor Kark See Monastery in Singapore.
A devotee prays ahead of Vesak Day at Kong Meng San Phor Kark See Monastery in Singapore.

ໃນ​ວັນ​ຈັນ​ວານ​ນີ້ ເທິ​ກີ ຊິ້​ໃສ່ ພວກ​ກະບົດ​ຊາວ​ Kurd ສອງ​ຄົນ
ຜູ້​ຊາຍ​ຄົນ​ໜຶ່ງ ​ແລະແມ່ຍິງ​ຄົນ​ໜຶ່ງ ທີ່​ເປັນ​ຜູ້​ຮັບຜິດຊອບ​ ຕໍ່ການ
​ໂຈມ​ຕີ​ດ້ວຍ​ລະ​ເບີດ​ລົດສະລະ​ຊີບ ໃນ​ນະ​ຄອນ Ankara ທີ່​ໄດ້​
ສັງຫານ 37 ຄົນ ​ແລະ​ໄດ້​ຮັບ​ບາດ​ເຈັບ​ອີກ 125 ຄົນ.

ຫລັງ​ຈາກ​ໄດ້ໄປຢ້ຽມຢາມ​ ຜູ້​ໄດ້​ຮັບ​ບາດ​ເຈັບຢູ່​ໂຮ​ງໝໍ Ankara
​ແລ້ວ ນາຍົກ ລັດຖະມົນຕີ​ເທິ​ກີ ທ່ານ Ahmet Davutoglu ກ່າວ​
ວ່າ ​ເປັນ​ການ​ “ຄົ້ນພົບ​ທີ່ ​ເກືອບ​ວ່າແນ່ນອນ​ແລ້ວ” ​ໃ​ສການ​ພົວ
ພັນຂອງ​ພັກ​ກຳມະກອນ​ຊາວ​ ​Kurd ຫລື PKK ຊຶ່ງ​ເປັນ​ກຸ່ມ
​ນອກ​ກົດໝາຍນັ້ນ.

ທ່ານ​ກ່າ​ວວ່າ “​ເວລາ​ໃດ​ທີ່​ອົງການ​ກໍ່​ການ​ຮ້າຍ ​ກັບ​ຄືນ​ເຂົ້າສູ່​ບ່ອນ​ຈົນຕາ​ແຈ ​ແລະ​ປະ​ເຊີນ
​ໜ້າ​ກັບ​ການ​ປະຕິບັດ​ງານ​ດ້ານ​ຄວາມ​ໝັ້ນຄົງ​ທີ່​ຮ້າຍ​ແຮງ​ແລ້ວ​ອົງ ການ​ດັ່ງກ່າວ​ກໍ​ຈະອອກ
​ມາ​ທຳ​ການ​ໂຈມ​ຕີ ທີ່​ແນ​ເປົ້າໝາຍ​ໃສ່​ພວກພົນລະ​ເຮືອນ ​ໂດຍ​ກົງ ເພື່ອ​ຈະ​ແກ່ດືງ​ເອົາຜູ້
​ຄົນ​ເຂົ້າ​ໄປ​ສູ່​ຄວາມ​ຫາຍຍະນະ.”

Blast Rocks Turkish Capital, Killing Dozens
please wait

No media source currently available

0:00 0:00:27 0:00

ທ່ານ Davutoglu ກ່າວ​ວ່າ ບັນດາ​ເຈົ້າ​ໜ້າ​ທີ່​ໄດ້​ກັກ​ຂັງຜູ້​ຕ້ອງ​ສົງ​ໄສ 11 ຄົນ ​ທີ່​ໄດ້ຖືກ​
ກ່າວ​ຫາວ່າ ​ພົວ​ພັນ​ໂດຍ​ກົງ​ຕໍ່​ການ​ວາງ​ລະ​ເບີດ.

ສະມາຊິກໜ່ວຍກູ້ໄພສຸກເສີນ ກຳລັງປະຕິບັດງານກູ້ໄພ ໃນນະຄອນ Ankara ປະເທດ Turkey ວັນທີ 13, 2016.
ສະມາຊິກໜ່ວຍກູ້ໄພສຸກເສີນ ກຳລັງປະຕິບັດງານກູ້ໄພ ໃນນະຄອນ Ankara ປະເທດ Turkey ວັນທີ 13, 2016.

ປະທານາທິບໍດີ ທ່ານ Recep Tayip Erdogan ​ໄດ້​ຮຽກຮ້ອງ​ໃຫ້​ມີ​ການ​ປ່ຽນ​ແປງ​ໃນ
​ຄວາມ​ໝາ​ຍຂອງການ​ກໍ່​ການ​ຮ້າຍ ພາຍ​ໃຕ້​ກົດໝາຍ​ເທິ​ກີ ​ໂດຍ​ກ່່າວ​ວ່າ ຜູ້ໃດ​ຜູ້​ໜຶ່ງ​ທີ່​ໃຫ້
​ກຳລັງ​ໃຈ ຫລືສະໜັບສະໜູນ​ພວກ​ທີ່​ດຶງ​ໄກ​ປືນ ຫລື​ບີບ​ຄະ​ນວນ ​ລະ​ເບີດ​ໃຫ້​ແຕກຂຶ້ນນັ້ນ
​ຄວນ​ພິຈາລະນາ​ວ່າ ​ເປັນ​ພວກ​ກໍ່​ການ​ຮ້າຍ.

ທ້າວ Dogan Asik ອາຍຸ 28 ປີ ຜູ້ທີຖືກລະເບີດຟົ້ງອອຈາກລົດບັສ ຈາກການວາງລະເບີດ ວັນທີ 13 ມີນາ 2016.
ທ້າວ Dogan Asik ອາຍຸ 28 ປີ ຜູ້ທີຖືກລະເບີດຟົ້ງອອຈາກລົດບັສ ຈາກການວາງລະເບີດ ວັນທີ 13 ມີນາ 2016.

ການ​ໂຈມ​ຕີ​ໃນ​ວັນ​ອາທິດ​ຜ່ານ​ມາ ຢູ່ຈະ​ຕຸ​ລັດ Kizilay ​ໃນນະຄອນ Ankara ທີ່​ເປັນສູນ​
ການ​ຄ້າ​ສຳຄັນ ​ແລະ​ເປັນ​ສູນ​ກາງ​ຂົນ​ສົ່ງໃນນະຄອນຫຼວງ​ເທິ​ກີ ​ແມ່ນ ​ເປັນ​ການວາງລະ​
ເບີດເທື່ອທີ​ສອງ​ຢ່າງຮ້າຍ​ແຮງ​ໃນ​ເດືອນ​ແລ້ວ​ນີ້ ທີ່​ລັດຖະບານ​ໄດ້​ຖິ້ມ​ໂທດ​ໃສ່ພວກຫົວ
ຮຸນ​ແຮງຊາວ Kurd. ​ເປັນ​ເວລາ​ສາມ​ທົດ​ສະ​ວັດມາ​ແລ້ວ ທີ່​ພວກ​ຫົວ​ຮຸນ​ແຮງ​ໄດ້​ສູ້​ລົບ
​ກັບກຳລັງລັດຖະບານ​ເທີ​ກີ ​ເພື່ອ​ຮຽກຮ້ອງ​ເອົາ​ການ ປົກຄອງ​ຕົນ​ເອງ​ຫລາຍຂື້ນໃນພາກ
ຕາ​ເວັນອອກສຽງ​ໃຕ້​ເທິ​ກີ. ​ແຕ່​ວ່າ ນັບ​ແຕ່ເ​ດືອນກໍລະກົດ​ເປັນຕົ້ນມາ ປະມານ 210 ຄົນ​
ໄດ້​ເສຍ​ຊີວິດ​ ຍ້ອນການວາງ​ລະ​ເບີດ​ສະລະ​ຊີບ ທີ່​ໄດ້​ມີ​ການຖິ້ມ​ໂທດ​ໃສ່ພວກ​ກະບົດ​ຊາວ
​ເຄີ​ດ ຫລືກຸ່ມ​ພວກ​ jihadists ​ຂອງ​ກຸ່ມລັດ​ອິສລາມ.

Turkey Blast
please wait
Embed

No media source currently available

0:00 0:02:01 0:00

XS
SM
MD
LG