ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເທີກີ ຖິ້ມລະເບີດ ໃສ່ພວກ PKK ຫຼັງຈາກ ການໂຈມຕີ ໃນນະຄອນຫຼວງຂອງປະເທດ ທີ່ໄດ້ສັງຫານ 37 ຄົນແລ້ວ.


Turkey Blast
please wait
Embed

No media source currently available

0:00 0:02:14 0:00

ກອງທັບຂອງເທີກີ ກ່າວວ່າ ເຮືອບິນລົບຈຳນວນນຶ່ງຂອງຕົນ
ໄດ້ໂຈມຕີທາງອາກາດ 18 ຖ້ຽວ ໃນວັນຈັນມື້ນີ້ ໂດຍແນເປົ້າ
ໝາຍໃສ່ ພວກຫົວຮຸນແຮງ ຊາວເຄີດ ຢູ່ໃນພາກເໜືອຂອງອີຣັກ.

ການໂຈມຕີຕ້ານພັກກຳມະກອນເຄີສ ຫຼື PKK ເກີດຂຶ້ນ ມື້ນຶ່ງ
ຫຼັງຈາກລົດລະເບີດ ໄດ້ສັງຫານ ຢ່າງໜ້ອຍ 37 ຄົນ ຢູ່ໃນນະ
ຄອນຫຼວງ Ankara ຂອງເທີກີ.

ບໍ່ມີໃຜອອກມາອ້າງເອົາຄວາມຮັບຜິດຊອບ ແລະ ບັນດາເຈົ້າ
ໜ້າທີ່ເທີກີ ໄດ້ກ່າວວ່າ ພວກເຂົາ ຄາດໝາຍວ່າ ຈະປະກາດຜົນ
ຂອງການສືບສວນສອບສວນ ໃນເຫດລະເບີດແຕກດັ່ງກ່າວ ໃນວັນຈັນມື້ນີ້.

ພວກສະມາຊິກ ໜ່ວຍກູ້ໄພສຸກເສີນ ເຮັດວຽກ ຢູ່ສະຖານທີ່ ລະເບີດແຕກ ໃນນະຄອນຫຼວງ Ankara ຂອງປະເທດ ເທີກີ, ວັນອາທິດ ທີ 13 ມີນາ 2016.
ພວກສະມາຊິກ ໜ່ວຍກູ້ໄພສຸກເສີນ ເຮັດວຽກ ຢູ່ສະຖານທີ່ ລະເບີດແຕກ ໃນນະຄອນຫຼວງ Ankara ຂອງປະເທດ ເທີກີ, ວັນອາທິດ ທີ 13 ມີນາ 2016.

ກອງກຳລັງເທີກີ ໄດ້ປະຕິບັດການບຸກໂຈມຕີ ຕໍ່ຕ້ານພວກ PKK ມານັບຕັ້ງແຕ່ເດືອນ
ກໍລະກົດ ໃນເວລາ ປະທານາທິບໍດີ Recep Tayyip Erdogan ໄດ້ປະກາດວ່າການ
ສູ້ລົບ ຈະສືບຕໍ່ໄປຈົນກວ່າພວກຫົວຮຸນແຮງໝົດທຸກຄົນ ຖືກຜາບແພ້.

ລະເບີດທີ່ແຕກໃນວັນອາທິດວານນີ້ ໄດ້ເກີດຂຶ້ນ ຢູ່ໃກ້ກັບ ຈະຕຸລັດ Kizilay ອັນເປັນ
ສະຖານທີ່ ພວກຄົນໄປຊື້ເຄື່ອງຂອງ ເປັນສ່ວນໃຫຍ່ ແລະ ເປັນສູນກາງການຂົນສົ່ງ
ໃກ້ກັບສະຖານທູດຕ່າງປະເທດ ແລະ ອາຄານລັດຖະບານຕ່າງໆ.

ທ້າວ Dogan Asik, ອາຍຸ 28 ປີ, ຖືກແຮງລະເບີດ ພັດອອກໄປຈາກລົດເມ ກ່າວຖະແຫລງ ຢູ່ທີ່ຈຸດລະເບີດແຕກ ໃນໃຈກາງນະຄອນຫຼວງ Ankara ຂອງປະເທດເທີກີ ທີ່ມີຄົນໜາແໜ້ນ, ວັນທີ 13 ມີນາ 2016.
ທ້າວ Dogan Asik, ອາຍຸ 28 ປີ, ຖືກແຮງລະເບີດ ພັດອອກໄປຈາກລົດເມ ກ່າວຖະແຫລງ ຢູ່ທີ່ຈຸດລະເບີດແຕກ ໃນໃຈກາງນະຄອນຫຼວງ Ankara ຂອງປະເທດເທີກີ ທີ່ມີຄົນໜາແໜ້ນ, ວັນທີ 13 ມີນາ 2016.

ລັດຖະມົນຕີສາທາລະນະສຸກ ທ່ານ Mehmet Muezzinoglu ໄດ້ກ່າວວ່າ ລະເບີດໄດ້ແນໃສ່ ພົນລະເຮືອນ ຢູ່ສະຖານທີ່ຈອດລົດເມ ແລະ ວ່າ ຫຼາຍກວ່າ 120 ຄົນ ໄດ້ຮັບບາດເຈັບ.

ສະຫະລັດໄດ້ອອກມາປະນາມການໂຈມຕີດັ່ງກ່າວ ໃນທັນທີ ແລະ ໄດ້ຢືນຢັນອີກເທື່ອນຶ່ງ
ວ່າ “ພາຄີອັນເຂັ້ມແຂງ ກັບ ເທີກີ ທີ່ເປັນພັນທະມິດກັບ NATO ຂອງພວກເຮົາ ໃນການ
ຕໍ່ສູ້ກັບການຂົ່ມຂູ່ຂອງລັດທິກໍ່ການຮ້າຍ.”

Blast Rocks Turkish Capital, Killing Dozens
please wait

No media source currently available

0:00 0:00:27 0:00

XS
SM
MD
LG