ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ໜ່ວຍກ້າຕາຍເທີກີ ສັງຫານ ຄົນຮ້າຍ ຈີ້ເຮືອຂ້າມຟາກ


ເຮືອໂດຍສານຂ້າມຟາກ "Kartepe" ທີ່ຖືກຈີ້ໃນທະເລ Marmara ນອກຝັ່ງທະເລ
ໃນພາກຕາເວັນຕົກຂອງເທີກີ.
ວັນທີ 12 ພະຈິກ , 2011.
ເຮືອໂດຍສານຂ້າມຟາກ "Kartepe" ທີ່ຖືກຈີ້ໃນທະເລ Marmara ນອກຝັ່ງທະເລ ໃນພາກຕາເວັນຕົກຂອງເທີກີ. ວັນທີ 12 ພະຈິກ , 2011.

ທາງ​ການ​ເທີ​ກີ​ກ່າວ​ວ່າ​ພວກ​ທະຫານ​ໜ່ວຍ​ກ້າ​ຕາຍ​ຂອງ​ຕົນ ​ໄດ້​ບຸກ​ເຂົ້າ​ຖະຫລົ່ມ​ເຮືອ​ໂດຍ
ສານ​ຂ້າມ​ຟາກ​ລໍາ​ນຶ່ງ​ໃນ​ວັນ​ເສົາ​ມື້​ນີ້ ​ແລະ​ໄດ້​ສັງຫານ​ຜູ້​ຮ້າຍ​ທີ່ຈີ້​ເຮືອ ທີ່ມີ​ຄົນດຽວ​ນັ້ນ.

ທ່ານ Huseyin Avni Mutku ຜູ້​ປົກຄອງ​ນະຄອນຫລວງ Istanbul ກ່າວ​ຕໍ່​ບັນດາ​ນັກ​ຂ່າວ​ໃນ​ວັນ​ເສົາ​ມື້​ນີ້​ວ່າ ພວກ​ລູກ​ເຮືອ​ແລະ​ຄົນ​ໂດຍສານ​ໃນ​ເຮືອ​ທັງ​ໝົດ​ໄດ້​ຮັບ​ຄວາມ​ປອດ​ໄພ ​ແລະ​ເວລາ​ນີ້​ຍັງ​ບໍ່​ທັນ​ໄດ້​ຮູ້ຈັກຊື່​ຂອງຜູ້​ຈີ້​ເຮືອຄົນ​ນີ້​ຢ່າງ​ແນ່ນອນ​ເທື່ອ. ລາຍ​ງານ​ຂ່າວ​ກ່ອນ​ໜ້າ​ນີ້ ກ່າວ​ວ່າ ມີຄົນ​ຮ້າຍ​ຈໍານວນ​ຫລາຍ​ເຖິງ 5 ຄົນ​ທີ່​ສົງ​ໄສ​ວ່າ​ແມ່ນ​ພວກ​ຫົວ​ຮຸນ​ແຮງ kurds ທີ່ ປະກອບ​ດ້ວຍ​ວັດຖຸ​ລະ​ເບີດ​ເປັນ​ຜູ້​ຈີ້​ເຮືອ​ໂດຍສານ​ຂ້າມ​ຟາກ​ລໍາ​ນີ້.

ເຮືອ​ໂດຍສານ Kartepe ຊຶ່ງ​ພວມບັນທຸກ​ຄົນ​ໂດຍສານ 18 ຄົນ ທີ່​ຮວມທັງ​ພວກ​ແມ່ຍິງ 5 ຄົນ ພ້ອມ​ດ້ວຍ​ລູກ​ເຮືອ 4 ຄົນ​ແລະ​ພວກ​ພະນັກງານ​ເຝິກ​ແອບອີກ 2 ຄົນ. ​ເຮືອ​ໂດຍສານ​ລໍາ​ນີ້​ໄດ້​ໝົດ​ນໍ້າມັນ​ຫລັງ​ຈາກ​ແລ່ນ​ຈາກ​ເມືອງ Izmit ​ແລະ​ໄດ້​ຖິ້ມ​ສະໝໍ​ລົງ​ໃນ​ທະ​ Marmara ບ່ອນ​ທີ່​ລາຍ​ງານ​ຂ່າວ​ເວົ້າ​ວ່າ ພວກ​ທະຫານ​ໜ່ວຍກ້າ​ຕາຍ​ໄດ້​ບຸກ​
ເຂົ້າໃນເຮືອ​ລໍາ​ນັ້ນ.

ສື່​ມວນ​ຊົນ​ເທີ​ກີ​ແຈ້ງ​ໃຫ້​ຊາບ​ວ່າ ​ເຮືອ​ໂດຍສານ​ລໍາ​ນີ້​ພວມ​ແລ່ນ​ຈາກ​ເມືອງ Iznit ​ໄປ​ຫາ​ເມືອງ Golcuk ​ໃນ​ແຂວງ Kocaeli ​ໃນ​ແລງ​ວັນສຸກ​ວານ​ນີ້ ​ເວລາ​ເຮືອ​ລໍ​ານີ້​ຖືກ​ພວກ​ຫົວ​ຮຸນ​ແຮງ​ຍຶດນັ້ນ.

XS
SM
MD
LG