ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ເຢຍຣະມັນ ຈະລົງຄະແນນສຽງຮັບຮູ້ ການຂ້າ ລ້າງເຜົ່າພັນ ຊາວອາເມເນຍ


ນາຍົກລັດຖມົນຕີເທີກີ ທ່ານ Binali Yildirim.
ນາຍົກລັດຖມົນຕີເທີກີ ທ່ານ Binali Yildirim.

ບັນດາ​ຜູ້ນຳ​ເທິ​ກີ​ເຕືອນ​ເຢຍຣະມັນ​ວ່າ ສາຍ​ພົວພັນ​ຂອງ​ປະ​ເທດ​ທັງສອງຈະຕົກ​ຢູ່​ໃນ​ອັນ ຕະລາຍ ຖ້າ​ຫາກ​ວ່າບັນດາ​ສະມາຊິກ​ສະພາ​ ​ໃຫ້ການ​ອະນຸມັດ​ຕໍ່​ມາດ​ຕະການທີ່ເອີ້ນ​ການ​ສັງຫານ​ຊາວອາ​ເມເນຍໂດຍມະຫາ​ອານາຈັກ Ottaman ຂອງ ຊາວ​ເທີ​ກີ​ນັ້ນວ່າ ​ເປັນ​ ການ​ຂ້າ​ລ້າງ​ເຜົ່າ​ພັນ.

ສະພາ​ເຢຍຣະມັນ ມີ​ກຳນົດ​ຈະລົງ​ຄະ​ແນນ​ສຽງ​ກ່ຽວ​ກັບ​ຮ່າງ​ກົດໝາຍດັ່ງກ່າວ​ໃນ​ວັນ ​ພະຫັດ​ມື້​ອຶ່ນນີ້.

ເນື້ອ​ໄນ​ຂອງ​ຮ່າງ​ກົດໝາຍ​ນີ້ກ່າວ​ວ່າ ການ​ເສຍຊີ​ວິດ​ຂອງຊາວ​ອາ​ເມ​ເນຍ ​ເປັນ​ໂຕ​ຢ່າງ​ ການຂ້​າລ້າງ​ໝູ່ ການກວດ​ລ້າງນຊົນ​ກຸ່ມ​ນ້ອຍ ການ​ຂັບ​ໄລ່ ​ແລະ​ຂ້າ​ລ້າງ​ເຜົ່າພັນ ​ທີ່​ປັນ ​ຂີດໝາຍໃນສັດ​ຕະວັດແລ້ວໃນ “ວິທີ​ທີ່​ໜ້າ​ຢ້ານ​ກົວ.” ມັນ​ຍັງ​ເປັນ​ການ​ບອກ​ເຖິງ​ຄວາມ​ ຮັບຜິດຊອບຈຳນວນ​ນຶ່ງ​ຂອງ​ເຢຍຣະມັນ ທີ່​ເປັນ​ພັນທະ ​ມິດ​ກັບມະຫາອານາຈັກ Ottaman ກ່ອນ​ທີ່​ເປັນ​ປະ​ເທດ​ເທີ​ກີ​ໃນ​ຍຸກ​ສະ​ໄໝໃໝ່.

ອາ​ເມ​ເນຍ ກ່າວ​ວ່າ 1 ລ້ານ 5 ​ແສນ​ຄົນ​ໄດ້​ຖືກ​ສັງຫານ​ລະຫວ່າງ​ປີ 1915 ຫາ​ປີ 1917. ​ເທິກີຮັບ​ຮູ້​ວ່າ ຫລາຍ​ຮ້ອຍ​ພັນ​ຄົນ​ຂອງ​ຊາວ​ອາ​ເມ​ເນຍ​ໄດ້​ເສຍ​ຊີວິດ ​ແຕ່​ໄດ້​ປະຕິ​ເສດ​ວ່າ ການເສຍ​ຊີວິດ​ຂອງ​ພວກເຂົາເຈົ້ານັ້ນ​ປະກອບ​ເປັນ ການ​ປຸກລະດົມ​ເພື່ອ​ຂ້າ​ລ້າງ​ເຜົ່າ​ພັນ.

ນາຍົກລັດຖະມົນຕີ​ເທິ​ກີ ທ່ານ Binali Yildirim ກ່າວ​ໃນ​ວັນ​ພຸດ​ມື້​ນີ້​ວ່າ ການລົງ​ຄະ​ແນນ​ ສຽງ​ຂອງ​ເຢຍ​ຣະມັນ “​ໄຮ້​ຄວາມ​ໝາຍ.”

ຄຳ​ຖະ​ແຫລ​ງຂອງ​ທ່ານ ມີ​ຂຶ້ນຫລັງ​ຈາກ​ຄຳ​ຖະ​ແລງ​ ຂອງ​ ປະທາ​ນາ​ທິບໍດີ Recept Tayyip Erdogan ຜູ້​ທີ່ໄດ້ກ່າວ​ວ່າ ຖ້າ​ຫາກ​ມີ​ການ​ຮັບຮອງເອົາຮ່າງ​ກົດໝາຍ​ນີ້ ມັນ​ຈະ ​ສ້າງ​ຄວາມ​ເສຍ​ຫາຍດ້ານ​ການ​ທູດ​ ​ເສດຖະກິດ ການຄ້າ ການ​ເມືອງ ​ແລະ​ສາຍພົວພັນ ທາງ​ທະຫານ ​ກັບ​ເຢຍຣ​ະມັນ​ໃນ​ອະນາ​ຄົດ. ທ່ານ​ໄດ້ກ່າວ​ເຖິງ​ບັນ​ຫາດັ່ງກ່າວໃນລະຫວ່າງ
​ການໂທລະສັບ​ໄປຫາ ນາຍົກລັດຖະມົນຕີ​ເຢຍຣະມັນ ທ່ານ​ນາງ Angela Merkel.

ມີ​ຊາວ​ເທີ​ກີປະມານ 3 ລ້ານ​ຄົນ ​ອາ​ໄສຢູ່​ໃນ​ເຢຍຣະມັນ ຮວມ​ທັງຈຳນວນ​ນຶ່ງ​ທີ່​ໄດ້ປະ​ທ້ວງ​ໃນນະຄອນ Berlin ​ເມື່ອ​ວັນ​ເສົາແລ້ວຕໍ່ຕ້ານ​ຮ່າງ​ກົດໝາຍ​ດັ່ງກ່າວ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG