ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ການປະກາດ ​ພາວະ​ສຸກ​ເສີນ ຂອງເທີກີ ​​ເບິ່ງກັນວ່າ ເພື່ອແຜ້ວທາງ ໄປສູ່ການກຳຈັດ ຝ່າຍຄ້ານ


Turkey Coup
please wait
Embed

No media source currently available

0:00 0:02:38 0:00

ບັນດາ​ສະມາຊິກ​ລັດຖະສະພາ​ເທີ​ກີ ​ຄາດ​ຫວັງ​ວ່າ ຈະ​ໃຫ້ການ​ອະນຸມັດ​ຕໍ່​ການ​ຮຽກຮ້ອງ ຂອງ​ປະທານາທິບໍດີ​ເທີ​ກີ ທ່ານ Erdogan ​ທີ່​ຢາກ​ໃຫ້​ປະກາດ​ພາ​ວະ​ສຸກ​ເສີນເປັນ​ເວລາ 3 ​ເດືອນ ຊຶ່ງ​ເປັນ​ການ​ເຄື່ອນ​ໄຫວ​ເພື່ອ​ແຜ່​ວທາງໃນ​ການ​ກຳຈັດ​ປາບ​ປາມ​ພວກ​ຝ່າຍຄ້ານ ຂອງທ່ານ ຫຼັງ​ຈາກ​ໄດ້​ມີການ​ພະຍາຍາມກໍ່​ລັດຖະ​ປະຫານທີ່​ຈະ​ໂຄ່ນ​ລົ້ມ​ທ່ານ ​ແລະລັດຖະ ບານ​ຂອງ​ທ່ານ.

ພາວະ​ສຸກ​ເສີນ​ນີ້ ຈະມີ​ກຳນົດ​ເປັນ​ເວລາ 3 ​ເດືອນ ທ່ານ Erdogan ​ໄດ້​ປະກາດ​ ​ຕໍ່​ປະ​ເທດ​ຊາດທາງ​ໂທລະພາບ​ ໃນ​ແລງ​ວັນ​ພຸດ​ວານ​ນີ້ ທີ່ມີ​ຂຶ້ນຫລັງ​ຈາກ​ກອງ​ປະຊຸມ​ທີ່​ຕິດ​ຕໍ່​ກັນ​ມາ​ນັ້ນ ຊຶ່ງ​ທຳ​ອິດແມ່ນ​ການ​ພົບ​ປະ​ກັບ​ສະພາ​ຄວາມໝັ້ນຄົງ​ແຫ່ງ​ຊາດ ​ແລະ​ຕໍ່​ມາ​ກໍ​ແມ່ນ​ຄະນະ​ລັດຖະບານ​ຂອງ​ທ່ານ.

ທ່ານ Erdogan ​ໄດ້​ກ່າວ​ວ່າ ຈຸດປະສົງ​ຂອງພາວະ​ສຸກ​ເສີນ​ນີ້ ​ແມ່ນ “​ເພື່ອ​ເອົາ​ທຸກໆ​ບາດ ກ້າວທີ່​ມີ​ປະສິດທິ​ຜົນ​ສຸດ ທີ່​ຈຳເປັນ ​ເພື່ອ​ກັບຄືນ​ສູ່​ປະຊາທິປະ​ໄຕ ​ແລະປະຕິບັດ​ຕາມ​ຕົວ​ບົດ​ກົດໝາຍ,” ຜູ້ນຳ​ຂອງ​ເທີ​ກີ ​ໄດ້​ກ່າວ​ວ່າ ກອງ​ກຳລັງ​ທະຫານ ຈະ​ບໍ່ສາມາດຄວບ​ຄຸມ​ປະ​ເທດ​ຊາດ​ໃນ​ຂະນະ​ນີ້.

ສະມາຊິກ​ຂອງ​ກອງ​ປະຊຸມ ທີ່​ຄວມຄຸມ​ໂດຍ​ຕຳຫຼວດ​ໃນ​ວັນ​ສຸກ​ແລ້ວ​ນີ້ ​ໃນ​ຄວາມ​ພະຍາຍາມ​ທີ່​ຈະ​ທຳ​ການ​ກໍ່​ລັດຖະປະຫານ ​ໃນ Mugla, Turkey, 17 ກໍລະກົດ, 2016.
ສະມາຊິກ​ຂອງ​ກອງ​ປະຊຸມ ທີ່​ຄວມຄຸມ​ໂດຍ​ຕຳຫຼວດ​ໃນ​ວັນ​ສຸກ​ແລ້ວ​ນີ້ ​ໃນ​ຄວາມ​ພະຍາຍາມ​ທີ່​ຈະ​ທຳ​ການ​ກໍ່​ລັດຖະປະຫານ ​ໃນ Mugla, Turkey, 17 ກໍລະກົດ, 2016.

ອີກ​ຄືນ​ນຶ່ງ ​ໃນ​ວັນ​ພຸດ​ວານ​ນີ້ ພວກ​ທີ່​ສະໜັບ​ສະນຸນທ່ານ Erdogan ຈຳນວນຫຼາຍ​ຮ້ອຍ​ຄົນ​ໄດ້​ພາກັນ​ໄປ​ເຕົ້າ​ໂຮມ​ກັນ ​ຢູ່​ທີ່​ຈະຕຸ​ລັດ Taksim ​ໃນ​ນະຄອນ Istanbul ​ແລະການ​ໂຮມ​ຕົວ​ກັນ ​ໃນທົ່ວ​ເທີ​ກີ ​ເພື່ອສະ​ແດງ​ການ​ສະໜັບສະໜຸນ​ຜູ້ນຳ​ເທີ​ກີ ​ແລະ​ປ້ອງ​ກັນ ​ໃນ​ອັນທີ່​ຜູ້ ນຳ​ເທີ​ກີ ກ່າວ​ວ່າ ມັນ​ອາດ​ຈະ​ມີ​ການ​ກໍ່​ລັດຖະປະຫານ​ຄັ້ງ​ທີ 2 ຂຶ້ນ​ອີກ.

ຄຳ​ຖະ​ແຫຼ​ງການ​ຂອງ​ທ່ານ Erdogan ​ໄດ້ນຳ​ອອກ​ເຜີຍ​ແຜ່​ສົດໆ ​ໃນ​ຈໍ​ໂທລະພາບ​ທີ່​ຕິດ​ຕັ້ງ​ໃນ​ທົ່ວຈະຕຸ​ລັດ Taksim ​ແລະ​ການ​ປະກາດ​ຂອງ​ທ່ານ​ກ່ຽວ​ກັບ​ພາວະ​ສຸກ​ເສີນ​ນີ້ ​ເຮັດ​ໃຫ້​ມີ​ການ​ຕົບມື​ສະໜັບສະໜຸນ​ທ່ານ ຈາກຝູ​ງຊົນ​ທີ່ໄປ​ເຕົ້າ​ໂຮມ​ກັນ​ທີ່​ນັ້ນ.

ຮ່ອງ​ຮອຍ​ຂອງ​ການ​ມີ​ອຳນາດ​ເພີ່ມ​ຂຶ້ນ ຂອງ​ປະທານາທິບໍດີ​ເທີ​ກີ ທີ່​ຮູບ​ພາບຂອງທ່ານ Recep Tayyip Erdogan ​ໄດ້​ຖືກ​ນຳ​ໄປ​ຕິດ​ແທນຮູບ​ທ່ານ Mustafa Kemal Ataturk, ຜູ້​ກໍ່​ຕັ້ງເທີ​ກີ ສະ​ໄໝ​ໃໝ່​ຊຶ່ງ​ເປັນ​ທີ່​ເຄົາ​ລົບຂອງ​ຜູ້​ຄົນ ທີ່​ຕຶກ​ສາທາລະນະ (L. Ramirez/VOA)
ຮ່ອງ​ຮອຍ​ຂອງ​ການ​ມີ​ອຳນາດ​ເພີ່ມ​ຂຶ້ນ ຂອງ​ປະທານາທິບໍດີ​ເທີ​ກີ ທີ່​ຮູບ​ພາບຂອງທ່ານ Recep Tayyip Erdogan ​ໄດ້​ຖືກ​ນຳ​ໄປ​ຕິດ​ແທນຮູບ​ທ່ານ Mustafa Kemal Ataturk, ຜູ້​ກໍ່​ຕັ້ງເທີ​ກີ ສະ​ໄໝ​ໃໝ່​ຊຶ່ງ​ເປັນ​ທີ່​ເຄົາ​ລົບຂອງ​ຜູ້​ຄົນ ທີ່​ຕຶກ​ສາທາລະນະ (L. Ramirez/VOA)

ການ​ປະກາດນີ້ ອະນຸຍາດ​ໃຫ້​ທ່ານ Erdogan ຂະຫຍາຍການປາບ​ປາມ​ທີ່​ເລີ້ມຂຶ້ນ​ແລ້ວນັ້ນ ທີ່​ພວກ​ນັກ​ສັງ​ເກດ​ການ ກ່າວ​ວ່າ ​ເປົ້າໝາຍ​ອັນ​ທຳ​ອິດ​ແມ່ນບັນດາ​ສະມາຊິກ ຂອງ​ຂະ​ບວນ ການ​ທາງ​ດ້ານຈິດໃຈ ທີ່​ນຳພາ​ໂດຍ ຜູ້ນຳ​ທາງ​ສາສະໜາ Fethullah Gulen ອະດີດອີ​ມັມ ທີ່​ໄດ້​ອາ​ໄສ​ຢູ່​ສະຫະລັດ ມາ​ໄດ້ 17 ປີ ມາ​ເລ້​ວ.

ຈຳນວນ​ຂອງ​ພວກ​ທີ່​ຖືກ​ກັກ​ຂັງ ນັບ​ຕັ້ງ​ແຕ່​ວັນ​ສຸກ​ຜ່ານ​ມາ​ນີ້ ມີ​ເຖິງ 9 ພັນ​ຄົນ​ແລ້ວ ຊຶ່ງ​ຮວມ ທັງ ພວກ​ທະຫານ 6 ພັນ​ຄົນ ພວກ​ຊຶ່ງ​ຖືກ​ກັກ​ຂັງ​ໃນ​ອັນ​ທີ່ ທ່ານ Erdogan ອະທິບາຍ​ວ່າ ​ແມ່ນ “ການ​ກັກ​ຂັງ​ກ່ອນ​ການ​ດຳ​ເນີນ​ຄະດີ” ​ໂດຍ​ການ​ຄາດ​ຄະ​ເນ​ບາງ​ອັນເກືອບ ​ວ່າ 50 ພັນ​ຄົນ ຂອງ​ເຈົ້າ​ໜ້າ​ທີ່​ທາງ​ການ ທີ່​ຮວມທັງຜູ້​ພິພາກສາ​ສານ ​ແລະ​ການ​ສຶກສາທິການ ທີ່​ຖືກ​ພັກ​ງານ ຫຼື​ບໍ່ ກໍ​ຖືກ​ສັ່ງ​ໃຫ້​ອອກ​ຈາກ​ຕຳ​ແໜ່​ງ.

​ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ລາຍການວິທະຍຸ-ໂທລະພາບຂອງວີໂອເອລາວ ວັນທີ 19 ເມສາ 2024

XS
SM
MD
LG