ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ປ. ເອີດວນ ຂອງເທີກີ ຂະຫຍາຍອຳນາດ ການປົກຄອງ ໃນພາວະສຸກເສີນ ອອກໄປຕື່ມອີກ

ປະທານາທິບໍດີ ເທີກີ ທ່ານ Recep Tayyip Erdogan ໂບກມືໃຫ້ແກ່ພວກສະໜັບສະໜູນທ່ານ ໃນຂະນະທີ່ ໄປເຖິງ ກອງປະຊຸມ ຂອງພັກ ຍຸຕິທຳ ແລະ ພັດທະນາ ຫຼື (AKP) ທີ່ປົກຄອງປະເທດໃນປັດຈຸບັນ ໃນນະຄອນຫຼວງ Ankara ຂອງເທີກີ, ວັນທີ 21 ພຶດສະພາ 2017.

ປະທານາທິບໍດີ ເທີກີ ທ່ານ Recep Tayyip Erdogan ໄດ້ປະກາດຂະຫຍາຍພາວະ
ສຸກເສີນອອກໄປຕື່ມ ຢ່າງເປັນທາງການ ຫຼັງຈາກ ການກໍ່ລັດຖະປະຫານໂດຍທະຫານ
ເມື່ອປີ 2016 ທີ່ບໍ່ປະສົບຜົນສຳເລັດ ຊຶ່ງທ່ານກ່າວວ່າ ດຳລັດນີ້ ຈະຖືກນຳໃຊ້ ຈົນກວ່າ
ວ່າ ປະເທດຈະ “ມີສະພາບການທຸ່ນທ່ຽງ ແລະ ມີສັນຕິພາບ.”

ພວກເຈົ້າໜ້າທີ່ຕຳຫຼວດ ຄວບຄຸມໂຕ ພວກຜູ້ຄົນທີ່ຖືກຈັບກຸມ ຍ້ອນຖືກສົງໄສວ່າ ມີສ່ວນກ່ຽວຂ້ອງນຳ ນັກສອນສາສະໜາທ່ານ Fethullah Gulen ທີ່ມີຫ້ອງການຕັ້ງຢູ່ໃນສະຫະລັດ, ຢູ່ທີ່ເມືອງ Kayseri ຂອງເທີກີ, ວັນທີ 26 ເມສາ 2017.
ພວກເຈົ້າໜ້າທີ່ຕຳຫຼວດ ຄວບຄຸມໂຕ ພວກຜູ້ຄົນທີ່ຖືກຈັບກຸມ ຍ້ອນຖືກສົງໄສວ່າ ມີສ່ວນກ່ຽວຂ້ອງນຳ ນັກສອນສາສະໜາທ່ານ Fethullah Gulen ທີ່ມີຫ້ອງການຕັ້ງຢູ່ໃນສະຫະລັດ, ຢູ່ທີ່ເມືອງ Kayseri ຂອງເທີກີ, ວັນທີ 26 ເມສາ 2017.

ທ່ານ Erdogan ໄດ້ກ່າວໃນວັນອາທິດວານນີ້ ຕໍ່ພວກທີ່ເຫັນດີນຳທ່ານ ແລະບັນດາ
ສະມາຊິກ ພັກຍຸຕິທຳ ແລະ ພັດທະນາ ຫຼື AK ຂອງທ່ານ ທີ່ປົກຄອງປະເທດໃນປັດ
ຈຸບັນ ຢູ່ທີ່ນະຄອນຫຼວງ Ankara ຫຼາຍໝື່ນຄົນ ຊຶ່ງທ່ານໄດ້ເຂົ້າຮ່ວມປະຊຸມ ເພື່ອ
ເລືອກເອົາ ຜູ້ຮ່ວມກໍ່ຕັ້ງພັກຂອງພວກເຂົາເຈົ້າ ໃຫ້ເຂົ້າກຳຕຳແໜ່ງ ໃນລັດຖະບານ
ອີກຄັ້ງນຶ່ງ.

ພາວະສຸກເສີນ ອຳນວຍໃຫ້ທ່ານ Erdogan ແລະ ຄະນະລັດຖະບານຂອງທ່ານ
ອອກດຳລັດຕ່າງໆ ໂດຍປາສະຈາກ ການຮັບຮອງເອົາຂອງສະພາ ຫຼື ການທົບທວນ
ດ້ານຕຸລາການ.

ການປະກາດດັ່ງກ່າວຂອງທ່ານ Erdogan ແລະ ການຫວນຄືນໄປເປັນຫົວໜ້າພັກ
ໄດ້ມີຂຶ້ນສີ່ສັບປະດາ ຫຼັງຈາກພວກມີສິດອອກສຽງ ຊາວເທີກີ ໄດ້ລົງຄະແນນສຽງ
ຮັບຮອງເອົາ ການລົງປະຊາມະຕິທົ່ວປະເທດ ຢ່າງວຸດວິດ ທີ່ຂະຫຍາຍອຳນາດຂອງ
ປະທານາທິບໍດີ ອອກໄປຢ່າງກວ້າງຂວາງ.

ການລົງຄະແນນສຽງ ໃນວັນທີ 18 ເມສາ ຜ່ານມາ ໄດ້ສ້າງຕັ້ງ ການບໍລິຫານປະເທດ
ຂອງປະທານາທິບໍດີ ໃຫ້ມີອຳນາດຢ່າງຫລວງຫຼາຍ ໂດຍທີ່ຈະເຮັດໃຫ້ ບັນດາສະມາ
ຊິກສະພາ ແລະ ສຳນັກງານນາຍົກລັດຖະມົນຕີ ບໍ່ມີບົດບາດຫຍັງເລີຍ. ພາຍໃຕ້ການ
ດັດແກ້ ລັດຖະທຳມະນູນຕ່າງໆ ທ່ານ Erdogan ຍັງຈະເປັນຜູ້ຕັ້ງກຳນົດງົບປະມານ
ແຫ່ງຊາດ ແລະ ແຕ່ງຕັ້ງບັນດາຜູ້ພິພາກສາ ປະຈຳຕຳແໜ່ງຕ່າງໆ ໃນສານສູງ ແລະ
ສານລັດຖະມຳມະນູນ.

ບັນດານັກວິຈານ ລວມທັງອົງການປົກປ້ອງສິດທິມະນຸດຕ່າງໆ ທີ່ສຳຄັນໆ ໄດ້ໂຕ້ຖຽງ
ວ່າ ການປະຕິຮູບດັ່ງກ່າວນັ້ນ ແມ່ນເທົ່າກັບວ່າ ເປັນການສ້າງຕັ້ງຈອມຜະເດັດການ
ທີ່ໄດ້ຖືກເລືອກເອົາ. ທ່ານ Erdogan ແລະ ບັນດາຜູ້ສະໜັບສະໜູນຂອງທ່ານ ອ້າງ
ວ່າ ພວກເຂົາເຈົ້າຈະຈັດຕັ້ງລະບົບລັດຖະບານ ໃຫ້ດີຂຶ້ນກວ່າເກົ່າ ແລະ ບໍ່ຫຍຸ້ງຍາກ
ໃນການຮັບມືກັບລັດທິກໍ່ການຮ້າຍ ແລະ ເສດຖະກິດທີ່ບໍ່ໄປບໍ່ມາ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG