ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ແຜ່ນດິນໄຫວ ແຮງຂະໜາດ 5.7 ຣິກເຕີ ປະທະເທີກີອີກ


ພວກກູ້ໄພຊອກຫາຜູ້ໄດ້ຮັບເຄາະ ຢູ່ຕາມຊາກຫັກພັງຂອງໂຮງແຮມຫລັງນຶ່ງ ໃນເມືອງ Van ໃນພາກຕາເວັນອອກ ຂອງເທີກີ ຫລັງຈາກເກີດແຜ່ນດິນໄຫວອີກເທື່ອໃໝ່ ໃນຕອນແລງວັນທີ 9 ພະຈິກ 2011.(AP Photo/Evrim Aydin, Anatolia)
ພວກກູ້ໄພຊອກຫາຜູ້ໄດ້ຮັບເຄາະ ຢູ່ຕາມຊາກຫັກພັງຂອງໂຮງແຮມຫລັງນຶ່ງ ໃນເມືອງ Van ໃນພາກຕາເວັນອອກ ຂອງເທີກີ ຫລັງຈາກເກີດແຜ່ນດິນໄຫວອີກເທື່ອໃໝ່ ໃນຕອນແລງວັນທີ 9 ພະຈິກ 2011.(AP Photo/Evrim Aydin, Anatolia)

ພວກ​ພະນັກງານ​ຊ່ອຍ​ກູ້​ໄພ​ໃນ​ເທີ​ກີ​ກໍາລັງ​ຊອກ​ຄົ້ນ​ຫາ​ພວກ​ທີ່​ອາດ​ລອດຊີວິດ​ມາ​ໄດ້​
ຫລັງ​ຈາກ​ເກີດແຜ່ນດິນ​ໄຫວທີ່​ມີ​ຄວາມ​ແຮງ 5.7 ຣິກ​ເຕີທີ່ໄດ້​ສັງຫານ​ຜູ້​ຄົນ​ໄປ​ແລ້ວ
​ຢ່າງ​ໜ້ອຍ 7 ຄົນ​ນັ້ນ.

ບັນດາ​ເຈົ້າ​ໜ້າ​ທີ່​ກ່າວ​ໃນ​ວັນ​ພະຫັດ​ມື້​ນີ້​ວ່າ ພວກ​ຊ່ອຍ​ກູ້​ໄພ​ໄດ້​ດຶງ​ຜູ້ຄົນ 25 ຄົນທີ່​ຍັງ​
ມີ​ຊີວິດ​ຢູ່ ​ອອກ​ມາ​ຈາກຊາກ​ຫັກ​ພັງ ຫລັງ​ຈາກ​ພວກພະນັກງານ​ຊ່ອຍ​ກູ້​ໄພ​ໄດ້​ເຮັດ​ວຽກ
​ໝົດ​ຄືນ​ຜ່ານ​ມາ​ນີ້ ຫລັງ​ຈາກ​ເກີດ​ແຜ່ນດິນ​ໄຫວ​ໃນ​ຕອນ​ແລງ​ວັນ​ພຸດ​ວານ​ນີ້ ​ໃນ​ຂົງ​ເຂດ
Van ​ໃກ້ໆ​ກັບ​ຊາຍ​ແດນ​ອີຣ່ານ. ​ເຊື່ອ​ກັນ​ວ່າ​ ມີ​ປະຊາຊົນ​ຫລາຍ​ສິບ​ຄົນ​ຍັງ​ຕົກ​ຄ້າງ​ຢູ່
ກ້ອງ​ສິ່ງ​ຫັກ​ພັງ​ນັ້ນ.

ແຜ່ນດິນ​ໄຫວ​ຄັ້ງ​ນີ້​ໄດ້​ເກີດ​ຂຶ້ນ​ໃນ​ເວລາ​ບໍ່​ຮອດ 3 ສັບປະດາ​ຫລັງ​ຈາກ​ແຜ່ນດິນ​ໄຫວ​ທີ່
​ມີ​ຄວາມ​ແຮງ 7.2 ຣິກ​ເຕີ ​ໄດ້​ປະ​ທະ​ເຂດດັ່ງກ່າວ ​ຊຶ່ງ​ໄດ້​ເອົາ​ຊີວິດ​ຜູ້​ຄົນ​ໄປ​ປະມານ 600
ຄົນ​ ແລະ​ເຮັດ​ໃຫ້​ປະຊາຊົນ​ຫລາຍ​ພັນ​ຄົນ​ຕ້ອງ​ອົບ​ພະຍົບໜີ​ຈາກ​ບ້ານ​ເຮືອນ​.

ແຜ່ນດິນ​ໄຫວໃນ​ແລງ​ວານ​ນີ້ ​ໄດ້​ສົ່ງ​ຜົນ​ໃຫ້​ຕຶກ​ອາຄານ 25 ຫລັງພັງ​ລົງ ​ແຕ່​ພວກ​ເຈົ້າ
ໜ້າ​ທີ່​ເວົ້າ​ວ່າ ຕຶກ​ເຫລົ່າ​ນັ້ນທັງ​ໝົດ ນອກຈາກ 3 ຫລັງ ​ແມ່ນ​ເປົ່າ​ວ່າງ ຫລັງ​ຈາກ​ທີ່​ໄດ້​
ມີ​ການ​ຍົກຍ້າຍ​ຄົນອອກ ລຸນ​ຫລັງ​ເກີດ​ແຜ່ນດິນ​ໄຫວ​ໃນ​ວັນ​ທີ 23 ຕຸລາ​ນັ້ນ.

ໂທລະພາບ​ລັດ​ລາຍ​ງານ​ວ່າ ​ໃນ​ບັນດາ​ຕຶກ​ຫລັງ​ໃໝ່​ທີ່​ພັງ​ລົງ​ນັ້ນ ມີ​ໂຮມ​ທັງ​ໂຮງ​ແຮງ
6 ຊັ້ນ​ຫລັງ​ນຶ່ງ ທີ່​ພວກ​ນັກ​ຂ່າວ​ຕ່າງປະ​ເທດ​ແລະ​ພວກ​ພະນັກງານ​ຊ່ວຍ​ເຫລືອ ພັກ​ຢູ່.

XS
SM
MD
LG