ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ເຈົ້າໜ້າທີ່ພັກການເມືອງ ທີ່ສະໜັບສະໜູນ ຊາວ ເຄີດ 118 ຄົນຖືກຈັບໃນປະເທດ ເທີກີ


ທຸງຊາດ ເທີກີ ຖືກສາຍແສງໄຟໃສ່ທີ່ຫໍປະຫວັດສາດ Galata ເພື່ອໄວ້ອາໄລໃຫ້ກັບຜູ້ເຄາະຮ້າຍຈາກເຫດລະເບີດແຕກໃນວັນ
ເສົາທີ່ຜ່ານມາໃນອິສຕັງບູລ, ເທີກີ. 12 ທັນວາ, 2016.
ທຸງຊາດ ເທີກີ ຖືກສາຍແສງໄຟໃສ່ທີ່ຫໍປະຫວັດສາດ Galata ເພື່ອໄວ້ອາໄລໃຫ້ກັບຜູ້ເຄາະຮ້າຍຈາກເຫດລະເບີດແຕກໃນວັນ ເສົາທີ່ຜ່ານມາໃນອິສຕັງບູລ, ເທີກີ. 12 ທັນວາ, 2016.

ຕຳຫຼວດ ເທີກີ ໄດ້ຄວບຄຸມຕົວພວກເຈົ້າໜ້າທີ່ສະໜັບສະໜູນພັກປະຊາທິປະໄຕ ຂອງປະ ຊາຊົນຊາວ ເຄີດ ຫຼື HDP 118 ຄົນໃນວັນຈັນມື້ນີ້ ກ່ຽວກັບ ການຖືກກ່າວຫາເຊື່ອມໂຍງ ກັບພວກຫົວຮຸນແຮງ PKK ຊາວ ເຄີດ ອີງຕາມການລາຍງານຂອງສື່ມວນຊົນ.

ການປະຕິບັດການທົ່ວປະເທດໄດ້ເລີ່ມຂຶ້ນ ຫລັງຈາກເຫດການ ກ່ຽວກັບ ການອ້າງເອົາ ຄວາມຮັບຜິດຊອບຂອງພັກກຳມະກອນຊາວ ເຄີດ ຫຼື PKK ສຳລັບການລະເບີດສອງຄັ້ງ ທີ່ໄດ້ເຮັດໃຫ້ປະຊາຊົນຢ່າງໜ້ອຍ 38 ຄົນເສຍຊີວິດ ແລະ ບາດເຈັບຫຼາຍກວ່າ 150 ຄົນ ຢູ່ນອກສະໜາມກິລາເຕະບານໃນວັນອາທິດວານນີ້.

ບໍ່ເທົ່າໃດຊົ່ວໂມງສຳລັບການອ້າງອີງນັ້ນ, ເຮືອບິນຮົບ ເທີກີ ໄດ້ດຳເນີນການໂຈມຕີທາງ ອາກາດຕໍ່ເປົ້າໝາຍພວກ PKK ໃນພາກເໜືອຂອງ ອີຣັກ, ທຳລາຍຫ້ອງການໃຫຍ່ຂອງ ພວກຫົວຮຸນແຮງ ແລະ ຕຳແໜ່ງຍິງປືນ ແລະ ບ່ອນຫຼົບລີ້ຢູ່ອ້ອມຮອບ, ອີງຕາມຖະແຫຼງ ການສະບັບໜຶ່ງ ຂອງທະຫານບົກ ເທີກີ.

ກອງຕຳຫຼວດ, ສະໜັບສະໜູນໂດຍລົດຫຸ້ມເກາະ ແລະ ເຮືອບິນເຮລິຄັອບເຕີ ໄດ້ເລີ່ມ ການປະຕິບັດການ ແລະ ທຳການຈັບກຸມໃນຫຼາຍຕົວເມືອງ, ລວມທັງໃນນະຄອນຫຼວງ ອັງ ກາຣາ ແລະ ອິສຕານບູລ, ສູນກາງເສດຖະກິດ, ວັດທະນະທຳ ແລະ ປະຫວັດສາດຂອງ ເທີກີ. ເຈົ້າໜ້າທີ່ລະດັບສູງຂອງພັກ HDP ກໍແມ່ນໜຶ່ງໃນຜູ້ຖືກຈັບກຸມໃນນະຄອນຫຼວງ ອັງກາຣາ.

ຜູ້ນຳຄົນອື່ນໆຂອງພັກ HDP, ເຊິ່ງເປັນກຸ່ມຝ່າຍຄ້ານທີ່ໃຫຍ່ທີ່ສຸດເປັນອັນດັບສອງຂອງ ສະພາແຫ່ງຊາດ, ແມ່ນກຳລັງຢູ່ໃນການພິຈາລະນາຂັງຄຸກ ກ່ຽວກັບ ການມີສາຍພົວພັນ ກັບພັກ PKK. ນະຄອນຫຼວງ ອັງກາຣາ ໄດ້ກ່າວຫາພັກ HDP ກ່ຽວກັບ ການເຕີບໂຕຂອງ ກຸ່ມຫົວ ຮຸນແຮງຢ່າງເປັນປະຈຳ.

ພັກ PKK ນອກກົດໝາຍ ຖືກໝາຍຫົວເປັນອົງການກໍ່ການຮ້າຍໂດຍ ເທີກີ, ສະຫະລັດ ແລະ ສະຫະພາບ ຢູໂຣບ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG